ບົດຖະແຫຼງການຈັດງານ  ບຸນປະເພນີບັນດາເຜົ່າ ຂອງ ແຂວງອຸດົມໄຊ ເພື່ອສົ່ງເສີມປີທ່ອງທ່ຽວລາວ ປີ 2024
ລະຫວ່າງ ວັນທີ 16 - 20 ມັງກອນ 2024

ຮຽນ:  ບັນ​ດາ ທ່ານການ​ນຳ​ພັກ-ລັດ​ ທີ່ນັບຖື.

- ບັນດາອົງການຈັດຕັ້ງພັກ-ລັດ ທຸກຂັ້ນ, ພະນັກງານອະວຸໂສບໍານານ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ນັກທ້ອງທ່ຽວພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ໃນ​ຂອບເຂດທົ່ວປະເທດ ແລະ ພາຍໃນແຂວງ​ອຸດົມ​ໄຊ ທີ່ນັບຖື.

ຂ້າພະເຈົ້າ ໃນນາມຕາງໜ້າການນໍາຂອງແຂວງອຸດົມໄຊ ຂໍແຈ້ງຂ່າວມາຍັງບັນດາທ່ານ ຊາບວ່າ:ໃນລະຫວ່າງ ວັນທີ 16 - 20ມັງກອນ ປີ 2024 ອົງການປົກຄອງແຂວງອຸດົມໄຊ ຈະໄດ້ຈັດງານບຸນປະເພນີບັນດາເຜົ່າ ຂຶ້ນຢ່າງເປັນທາງການ ຢູ່ທີ່ເດີນສະໜາມກິລາແຂວງ ເທດສະບານເມືອງໄຊ.

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!  ແຂວງອຸດົມໄຊເປັນແຂວງໜຶ່ງ ທີ່ຕັ້ງຢູ່ໃຈກາງບັນດາແຂວງ 5 ແຂວງພາກເໜືອ ຂອງ ສ ປປລາວ  ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະ ມີຊາຍແດນຕິດກັບ ສປ ຈີນ; ມີເສັ້ນທາງຄົມມະນາຄົມເຊື່ອມຕໍ່ກັບບັນດາແຂວງພາກເໜືອ ແລະ ເຊື່ອມຕໍ່ອອກໄປສູ່ຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ສປ ຈີນ. ພິເສດ ແມ່ນມີເສັ້ນທາງລົດໄຟລາວ-ຈີນຜ່ານ 3 ເມືອງ ແລະ ມີ 3 ສະຖານີ, ມີ ສາຍການບິນພາຍໃນປະເທດ ເຊິ່ງມີຄວາມສະດວກຂຶ້ນຫຼາຍ ໃນການເດີນທາງເຂົ້າມາແຂວງອຸດົມໄຊ.

ອ່ານຕໍ່ >>


ກ່ຽວກັບ ແຂວງອຸດົມໄຊ

ຄຳຂວັນ : ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນໍ້າຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ ໄຫ້ວພະເຈົ້າສິງຄຳ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ.

ແຂວງອຸດົມໄຊຕັ້ງຢູ່ເສັ້ນຂະໜານ 21 ໍ15' ແລະ ເສັ້ນຂະໜານ 20 ໍ30' ເປັນແຂວງທີ່ມີພື້ນທີ່ສູງ-ຊັນໃນລະດັບ 300-1.850 ແມັດ (ທຽບກັບລະດັບໜ້ານໍ້າທະເລ); ເຊິ່ງເປັນແຂວງທີ່ຕັ້ງຢູ່ໃຈກາງຂອງ 5 ແຂວງພາກເໜືອຄື:

ທິດເໜືອຕິດກັບ ແຂວງຜົ້ງ​ສາ​ລີ (77 ກິໂລແມັດ) ແລະ ສປ ຈີນ (21,7 ກິໂລແມັດ);.

ທິດໃຕ້ຕິດກັບແຂວງໄຊ​ຍະ​ບູ​ລີ (124 ກິໂລແມັດ);

ທິດຕາເວັນອອກຕິດກັບແຂວງຫຼວງພະບາງ (174 ກິໂລແມັດ);

ທິດຕາເວັນຕົກຕິດກັບແຂວງບໍ່​ແກ້ວ (112 ກິໂລແມັດ) ແລະ ແຂວງຫຼວງ​ນ້ຳ​ທາ (198 ກິໂລແມັດ).

ອ່ານຕໍ່ >>