ຂ່າວຫ້ອງວ່າການແຂວງ
ບົດຖະແຫຼງການຈັດງານ ບຸນປະເພນີບັນດາເຜົ່າ ຂອງ ແຂວງອຸດົມໄຊ ເພື່ອສົ່ງເສີມປີທ່ອງທ່ຽວລາວ ປີ 2024
ລະຫວ່າງ ວັນທີ 16 - 20 ມັງກອນ 2024
ຮຽນ: ບັນດາ ທ່ານການນຳພັກ-ລັດ ທີ່ນັບຖື.
- ບັນດາອົງການຈັດຕັ້ງພັກ-ລັດ ທຸກຂັ້ນ, ພະນັກງານອະວຸໂສບໍານານ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ນັກທ້ອງທ່ຽວພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ແລະ ພາຍໃນແຂວງອຸດົມໄຊ ທີ່ນັບຖື.
ຂ້າພະເຈົ້າ ໃນນາມຕາງໜ້າການນໍາຂອງແຂວງອຸດົມໄຊ ຂໍແຈ້ງຂ່າວມາຍັງບັນດາທ່ານ ຊາບວ່າ:ໃນລະຫວ່າງ ວັນທີ 16 - 20ມັງກອນ ປີ 2024 ອົງການປົກຄອງແຂວງອຸດົມໄຊ ຈະໄດ້ຈັດງານບຸນປະເພນີບັນດາເຜົ່າ ຂຶ້ນຢ່າງເປັນທາງການ ຢູ່ທີ່ເດີນສະໜາມກິລາແຂວງ ເທດສະບານເມືອງໄຊ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ! ແຂວງອຸດົມໄຊເປັນແຂວງໜຶ່ງ ທີ່ຕັ້ງຢູ່ໃຈກາງບັນດາແຂວງ 5 ແຂວງພາກເໜືອ ຂອງ ສ ປປລາວ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະ ມີຊາຍແດນຕິດກັບ ສປ ຈີນ; ມີເສັ້ນທາງຄົມມະນາຄົມເຊື່ອມຕໍ່ກັບບັນດາແຂວງພາກເໜືອ ແລະ ເຊື່ອມຕໍ່ອອກໄປສູ່ຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ສປ ຈີນ. ພິເສດ ແມ່ນມີເສັ້ນທາງລົດໄຟລາວ-ຈີນຜ່ານ 3 ເມືອງ ແລະ ມີ 3 ສະຖານີ, ມີ ສາຍການບິນພາຍໃນປະເທດ ເຊິ່ງມີຄວາມສະດວກຂຶ້ນຫຼາຍ ໃນການເດີນທາງເຂົ້າມາແຂວງອຸດົມໄຊ.
ກ່ຽວກັບ ແຂວງອຸດົມໄຊ
ຄຳຂວັນ : ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນໍ້າຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ ໄຫ້ວພະເຈົ້າສິງຄຳ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ.
ແຂວງອຸດົມໄຊຕັ້ງຢູ່ເສັ້ນຂະໜານ 21 ໍ15' ແລະ ເສັ້ນຂະໜານ 20 ໍ30' ເປັນແຂວງທີ່ມີພື້ນທີ່ສູງ-ຊັນໃນລະດັບ 300-1.850 ແມັດ (ທຽບກັບລະດັບໜ້ານໍ້າທະເລ); ເຊິ່ງເປັນແຂວງທີ່ຕັ້ງຢູ່ໃຈກາງຂອງ 5 ແຂວງພາກເໜືອຄື:
ທິດເໜືອຕິດກັບ ແຂວງຜົ້ງສາລີ (77 ກິໂລແມັດ) ແລະ ສປ ຈີນ (21,7 ກິໂລແມັດ);.
ທິດໃຕ້ຕິດກັບແຂວງໄຊຍະບູລີ (124 ກິໂລແມັດ);
ທິດຕາເວັນອອກຕິດກັບແຂວງຫຼວງພະບາງ (174 ກິໂລແມັດ);
ທິດຕາເວັນຕົກຕິດກັບແຂວງບໍ່ແກ້ວ (112 ກິໂລແມັດ) ແລະ ແຂວງຫຼວງນ້ຳທາ (198 ກິໂລແມັດ).
ຂ່າວອື່ນໆ
ຂໍ້ມູນ 12 ຊົນເຜົ່າ
- ຊົນເຜົ່າລາວ
- ຊົນເຜົ່າກືມມຸ
- ຊົນເຜົ່າມົ້ງ
- ຊົນເຜົ່າບິດ
- ຊົນເຜົ່າລື
- ຊົນເຜົ່າລະເມດ
- ຊົນເຜົ່າຢັ້ງ
- ຊົນເຜົ່າພູນ້ອຍ
- ຊົນເຜົ່າຫໍ
- ຊົນເຜົ່າອາຄາ
- ຊົນເຜົ່າໄຕ
- ຊົນເຜົ່າອີວມຽນ