ຖ້ຳຈອງອອງ ຕັ້ງຢູ່ບ້ານຈອມອອງ ເມືອງໄຊ ຫ່າງຈາກເທດສະບານເມືອງໄຊ 45 ກິໂລແມັດ (ເປັນເສັ້ນທາງດິນແດງ). ຖ້ໍາຈອມອອງຕັ້ງຢູ່ຫ່າງ ຈາກບ້ານຈອມອອງປະມານ3ກິໂລແມັດ, ທ່າແຮງໃນການພັດທະນາການທ່ອງທ່ຽວຂອງແຂວງແມ່ນເປັນຖໍ້າໃຫຍ່, ຍາວແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງ ປະກອບດ້ວຍສີສັນຕ່າງໆແບບທໍາມະຊາດທີ່ອັດສະຈັນ, ມີຫຼາຍຮູເຂົ້າ-ອອກເຊິ່ງມີຄວາມຍາວທັງຫມົດປະມານ 16 ກວ່າກິໂລແມັດ, ຄວາມກວ້າງຂອງຖໍ້າ ປະມານ 15 - 50 ແມັດແລະຄວາມສູງປະມານ 25-100 ແມັດ.
ພະທາດໄຊມຸງຄຸນລັດຕະນະມິ່ງເມືອງຕັ້ງຢູ່ບ້ານນາຫວານນ້ອຍ (ຈຸດໃຈກາງເທດສະບານແຂວງ). ພະທາດນີ້ມີ ຄວາມສູງ 18 ແມັດ, ກວ້າງ 18x18 ແມັດເປັນພະທາດທີ່ ສວຍງາມແລະ ເປັນທີ່ສັກກະລະບູຊາຂອງຊາວພຸດໂດຍສະເພາະແມ່ນຊາວແຂວງອຸດົມໄຊແລະ ສາສະນິກະຊົນທົ່ວ ໄປເຂົ້າມາທ່ຽວກາບໄຫວ້ ແລະ ຊົມທີວທັດ ແລະ ສໍາພັດ ບັນຍາກາດຕົວເມືອງໄຊ ແລະ ກາບໄຫວ້ສັກກາລະບູຊາ.
ນໍ້າຕົກຕາດນໍ້າແຈ ຕັ້ງຢູ່ທາງທິດຕາເວັນອອກຂອງບ້ານທ່າມື່ນ ເມືອງແບງ ແຂວງອຸດົມໄຊ. ສະພາບເສັ້ນທາງການເຂົ້າເຖິງແມ່ນຍັງມີຄວາມຫຍຸ້ງຍາກ ຍັງເປັນເສັ້ນທາງທະລຸເຂົ້າໄປຫາຕາດ ປະມານ 4 ກິໂລແມັດເປັນເສັ້ນທາງທີ່ຍັງບໍ່ໄດ້ຍົກ ລະດັບ. ທ່າແຮງ ແລະ ສິ່ງດຶງດູດນັກທ່ອງທ່ຽວ ແມ່ນນໍ້າຕົກຕາດ ແລະ ປ່າໄມ້ໃຫຍ່ຢູ່ບໍລິເວນຕາດ ປົກຫຸ້ມດ້ວຍປ່າໄມ້ດົກຫນາ.
ວັດພະເຈົ້າສິງຄໍາ ແຕ່ກ່ອນເອີ້ນວ່າວັດກາງ ເພາະເປັນວັດໃຫຍ່ທີ່ຊາວເມືອງຫາພາກັນມາກາບໄຫ້ວສັກກາລະບູຊາເປັນທີ່ເພິງທາງໃຈ. ຕາມການສັນນິຖານຂອງເຖົ້າແກ່ວັດນັ້ນໄດ້ສ້າງຂື້ນໄດ້ປະມານ 2000 ກວ່າປີແລ້ວ ຕັັ້ງຢູ່ເທິງພູເຂົາຄວາຍ ບ້ານປາກຫາ (ປັດຈຸບັນໂຮມເປັນບ້ານດອນສະອາດ)
ນໍ້າຕົກຕາດນໍ້າແຮງ ບ້ານກະຕາງຢາ ຕັ້ງຢູ່ຫ່າງ ຈາກເທດສະບານເມືອງຮຸນປະມານ 24 ກິ ໂລແມັດ. ເປັນເສັ້ນທາງປູຢາງ 4 ກິໂລແມັດຈາກ ນັ້ນເຂົ້າເປັນ ເສັ້ນທາງຍົກລະດັບປູຫີນແຮ່ແລະ ດິນແດງທຽວໄດ້ໃນ ລະດູແລ້ງເທົ່ານັ້ນ. ທ່າແຮງຂອງຕາດແມ່ນເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມອີກແຫ່ງຫນຶ່ງຂອງແຂວງອຸດົມໄຊທີ່ອຸດົມສົນບູນດ້ວຍທໍາມະຊາດ, ຊີວະນາໆພັນ.