12 ຊົນເຜົ່າຢູ່ແຂວງອຸດົມໄຊ
ຊົນເຜົ່າບິດ ແຂວງອຸດົມໄຊ ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນ ດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄວດີກ່ວາຊົນເຜົ່າອື່ນໆ, ແຕ່ກົງກັນຂ້າມ ຊົນເຜົ່າກຶມມຸ ພັດບໍ່ຮູ້ພາສາຂອງເຜົ່າບິດຈັກ ຄວາມເລີຍ, ຊົນເຜົ່າບິດຢູ່ ແຂວງອຸດົມໄຊ ມີຢູ່ສອງບ້ານຄື: ບ້ານນ້ຳປອກ ແລະ ບ້ານນ້ຳແດງ ເມືອງນາຫມໍ້.
ຊື່ເອີ້ນ: ຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ: ຂ້າບິດ ຫຼື ລາວຜິດ ສ່ວນເຂົາເຈົ້າເອງແມ່ນມັກຊື່ເອີ້ນ ເຜົ່າບິດເທົ່ານັ້ນ, ຄາໍທີ່ວ່າ ຊົນເຜົ່າບິດແມ່ນມີຄວາມຫມາຍວ່າ ຊົນເຜົ່າ ໃຫມ່ທີ່ເກີດຈາກຊົນເຜົ່າທີ່ເປັນອ້າຍມາເປັນຊົນເຜົ່າ ໃຫມ່ຕື່ມອີກ.
ພາສາ: ມີພາສາປາກເວົ້າເປັນຂອງເຜົ່າ ຕົນເອງໂດຍສະເພາະ ແລະ ໄດ້ຈັດເຂົ້າ ໃນຫມວດພາສາ ມອນ-ຂະແມ, ເມື່ອເປັນແນວນັ້ນພາສາປາກເວົ້າຂອງຊົນເຜົ່າບິດຫຼາຍ ສັບ, ຫຼາຍປະໂຫຍກຄ້າຍຄືພາສາປາກເວົ້າ ຂອງຊົນເຜົ່າກຶມມຸ, ຊົນເຜົ່າລະເມດ ແລະ ຊົນເຜົ່າສາມຕ່າວ ແລະ ກໍ່ມີບາງຄໍາສັບ ແມ່ນແຕກຕ່າງກັບຊົນ ເຜົ່າກຶມມຸຢ່າງຂາດຂັ້ນເຊັ່ນ: ຄາໍວ່າ“ພໍ່” ຊົນເຜົ່າກຶມມຸວ່າ “ຍົງ” ແຕ່ຊົນເຜົ່າບິດວ່າ “ໂອຍ” ຫຼື ຄໍາສັບວ່າ “ແມ່” ກືມມຸວ່າ “ມະ”, ແຕ່ຊົນເຜົ່າບິດວ່າ “ແມະ” ຄາໍສັບວ່າ “ກິນເຂົ້າ” ກຶມມຸວ່າ “ເປີມະ”, ຊົນເຜົ່າບິດວ່າ “ແຕະຕຸ” ແລະ ຄໍາສັບ ທີ່ວ່າ “ດື່ມນ້ຳ” ເຜົ່າກຶມມຸວ່າ “ເອື້ອກອົ້ມ”, ເຜົ່າບິດເວົ້າວ່າ “ຕີງອອນ” ແລະ ອື່ນໆ. ຊົນເຜົ່າບິດມີແຕ່ພາສາປາກເວົ້າເທົ່ານັ້ນ ບໍ່ມີ ຕົວຫນັງສືຂຽນເປັນຂອງຊົນເຜົ່າ ຕົນເທື່ອ.
ຄວາມເຊື່ອຖື ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງ ຊົນເຜົ່າບິດ
ຊົນເຜົ່າບິດກໍ່ຄືຊົນເຜົ່າອື່ນໆ ທີ່ນອນໃນ ຫມວດພາສາ ມອນ-ຂະແມ ລ້ວນແຕ່ເຊື່ອຖືບັນພະບູຣຸດຂອງຕົນ ເປັນຕົ້ນແມ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ, ແຕ່ລະ ຄົວເຮືອນຂອງເຜົ່າບິດລ້ວນແຕ່ມີຮ້ານຜີ (ຜີ້ງຜີ) ເພື່ອເຄົາລົບບູຊາບັນ ພະບູຣຸດຂອງຕົນ ໃນວັນທີ່ສາໍຄັນຕ່າງໆ. ຊົນເຜົ່າບິດຢູ່ ບ້ານນ້ຳປອກ ແລະ ບ້ານນ້ໍາແດງເມືອງນາຫມໍ້ ແຂວງອຸດົມໄຊ ນັບຖືຕະກຸນເຊື້ອສາຍທາງພໍ່ ແລະ ທາງແມ່ ສາໍຄັນຄືກັນ ແລະ ສືບທອດຕະກຸນທາງພໍ່ ແລະ ທາງແມ່ເທົ່ານັ້ນ, ເປັນຫຍັງຈິ່ງເວົ້າແບບນີ້, ເພາະໄດ້ສໍາພາດຕົວຈິງ, ບ່າວສາວທີ່ແຕ່ງດອງກັນແລ້ວລູກເກີດອອກມາຖ້າແມ່ນລູກຊາຍແມ່ນໃຫ້ເອົາຕະກຸນທາງພໍ່, ຖ້າແມ່ນລູກຍິງແມ່ນໃຫ້ເອົາຕະກຸນ ທາງແມ່ ເຂົາເຈົ້າຍັງໄດ້ອະທິບາຍວ່າ ຖ້າຜູ້ໃດກໍ່ຕາມເອົາຕະກຸນຂອງພໍ່ໝົດຕະກຸນຂອງແມ່ກໍ່ຈະຄ່ອຍໆຫມົດໄປ. ດັ່ງນັ້ນ, ຈຶ່ງມີການແບ່ງປັນກັນແນວນັ້ນ. ສະແດງເຖິງບົດບາດຂອງ ຍິງ-ຊາຍ ໃນເຜົ່າປິດ ແມ່ນຈະແຈ້ງທີ່ສຸດ ມີປະເພນີການສ້າງຄອບຄົວແບບ ຜົວດຽວ, ເມຍດຽວ ແມ່ນລະບົບຄອບຄົວດຽວ, ຊົນເຜົ່າບິດຂອງສອງບ້ານດັ່ງກ່າວປະກອບດ້ວຍຫຼາກຫຼາຍຕະກຸນ ແລະ ຫຼາກຫຼາຍຊິງຊາວທີ່ແຕກຕ່າງກັນຄື: ເສືອ, ນົກ, ງູ, ເຫງັນ, ໄກ່ ແລະ ພືດຕ່າງໆ.
ຊົນເຜົ່າບິດນິຍົມກັນປຸກເຮືອນຮ້ານ: ກ່ອນຈະປຸກສ້າງເຮືອນຫຼັງຫນຶ່ງຕ້ອງໄດ້ເລືອກສະຖານທີ່ດ້ວຍການສ່ຽງດ້ວຍການຂຸດຂຸມບ່ອນທີ່ຈະຕັ້ງເຮືອນເປັນຮູບ 4 ແຈ ເອົາເຂົ້າສານຫວ່ານລົງໃນຂຸມເອົາໄມ້ ຫຼື ເອົາຫີນອັດ ປາກຂຸມໄວ້ຄັກໆ ມື້ໃຫມ່ມາເປີດເບິ່ງຖ້າເຂົ້າສານທີ່ຫວ່ານລົງຄືເກົ່າ ຫຼື ມີການປ່ຽນແປງຜິດປົກກະຕິບໍ່? ຖ້າກໍລະນີເຂົ້າສານບໍ່ມີຫຍັງແຕະ ຕ້ອງຄືເກົ່າແມ່ນດີຕັ້ງເຮືອນໄດ້, ຖ້າກໍລະນີເຂົ້າສານຖືກທາໍລາຍຊະຊາຍແມ່ນຕ້ອງ ໄດ້ຍົກ ຍ້າຍໄປບ່ອນໃຫມ່. ການປຸກສ້າງເຮືອນກໍ່ຈະແບ່ງເປັນສອງຫ້ອງຄື: ຫ້ອງເບື້ອງໃນ ແມ່ນຫ້ອງຂອງພໍ່ແມ່ຈະມີເຕົາໄຟໜື້ງເຂົ້າ ແລະ ຫ້ອງເບື້ອງນອກຮັບແຂກທົ່ວໄປຈະມີເຕົາໄຟແຕ່ງກິນ, ການຄະລຳແຂກຄົນທາງນອກຈະບໍ່ໄດ້ ເຂົ້າໄປຫ້ອງນອນພໍ່ແມ່ ແລະ ຫ້ອງຂອງຫີ້ງຜີຢ່າງເດັດຂາດ. ເຜົ່າບິດການປຸກສ້າງເຮືອນແມ່ນເປັນລະບຽບໄປ ລວງດຽວກັນຫມົດ. ປະເພນີການເກີດລູກແມ່ນເກີດຢູ່ເຮືອນຄືກັນກັບເຜົ່າກຶມມຸບໍ່ຢູ່ກາໍເດືອນ, ຊົນເຜົ່າ ບິດຈະຄະ ລໍາອາຫານການກິນປະເພດຂອງຄາວ, ເຫມັ້ນ ແລະ ຊີ້ນ, ສັດໃຫຍ່ເພາະຢ້ານຈະພິດເດືອນຂອງຜູ້ເປັນແມ່ ແລະ ເດັກນ້ອຍ.
ປະເພນີເວລາມີການສົ່ງສະການ (ມີຄົນຕາຍ): ການຄົບງັນບໍ່ດົນແບບຊົນເຜົ່າກຶມມຸ, ມີການສົ່ງສະການດ້ວຍວີທີການຂຸດຂຸມຝັງສົບຄົນຕາຍຢູ່ປ່າຊ້າທາງທິດຕາເວັນຕົກ ຂອງບ້ານຕົນເອງ.
ດ້ານສິນລະປະວັນນະຄະດີ: ແບບພື້ນເມືອງຂອງຊົນເຜົ່າບິດບໍ່ມີຫຍັງເລີຍທີ່ຈະເປັນເອກະລັກຂອງຊົນເຜົ່າເຂົາ ເຈົ້າ. ຖ້າມ່ວນຊື່ນກໍ່ຈະຮ້ອງເພງລາວ, ຂັບລາວ ຫຼື ເຜົ່າລື້ ແລະ ເຜົ່າ ກຶມມຸ ການນຸ່ງຮົ່ມເອ້ຍ້ອງຂອງຊົນ ເຜົ່າບິດ ບໍ່ມີເຄື່ອງນຸ່ງຮົ່ມທີ່ເປັນເອກະລັກຂອງຊົນເຜົ່າຕົນເອງ, ສ່ວນໃຫຍ່ແມ່ນຈະນຸ່ງຮົ່ມເຄື່ອງທີ່ຊື້ຈາກທ້ອງຕະຫຼາດ, ເຄື່ອງ ດົນຕີພື້ນເມືອງທີ່ເປັນ ເອກະລັກຂອງຊົນເຜົ່າແມ່ນບໍ່ມີຫຍັງ, ມີແຕ່ໃຊ້ເຄື່ອງດົນຕີຂອງຊົນເຜົ່າທີ່ຢູ່ໃກ້ຄຽງເປັນຕົ້ນຕໍ
ດ້ານເສດຖະກິດ-ສັງຄົມຂອງຊົນເຜົ່າບິດ: ມີອາຊີບຕົ້ນຕໍແມ່ນການເຮັດໄຮ່, ເຮັດນາປູກເຂົ້າຫນຽວ, ອາຊີບ ສໍາຮອງແມ່ນ. ການລ້ຽງສັດ: ຫມູ, ຫມາ, ງົວ, ຄວາຍ, ແບ້, ແລະ ສັດປີກ, ນອກຈາກນີ້ແມ່ນປູກພືດ ແລະ ເກັບເຄື່ອງປ່າຂອງດົງ ເພື່ອແລກປ່ຽນເປັນສິນຄ້າຄືກັບຊົນເຜົ່າອື່ນໆ. ຜູ້ຊາຍຂອງຊົນເຜົ່າບິດແມ່ນມີຄວາມຊໍານິຊໍາ ນານໃນວຽກງານຫັດຖະກໍາຈັກສານ, ເຄື່ອງໃຊ້ສອຍໃນຄອບຄົວສ່ວນແມ່ຍິງຂອງຊົນເຜົ່າບິດແມ່ນບໍ່ຮູ້ເຮັດວຽກຕາ່ຫູກທໍໄຫມນເພີ່ນມີແຕ່ອາໄສຊື້ຈາກຕະຫຼາດ ແລະ ຊົນເຜົ່າ ໃກ້ຄຽງມາໃຊ້ເທົ່ານັ້ນ.
ຊົນເຜົ່າບິດ: ຊົນເຜົ່າບິດໂດຍທໍາມະຊາດແລ້ວມັກດໍາລົງຊີວິດທີ່ຕິດພັນກັບທາໍມະຊາດອາໄສການຖາງປ່າເຮັດໄຮ່ເປັນອາຊີບ ແລະ ຊອກຫາເກັບເຄື່ອງປ່າຂອງດົງໄວ້ແລກປ່ຽນສິນຄ້າ ເທົ່ານັ້ນ ໂດຍທີ່ບໍ່ຫັນລົງສູ່ທົ່ງພຽງ ແລະ ການຜະລິດເປັນສິນຄ້າສົ່ງອອກແຕ່ວ່າບົດບາດຍິງຊາຍຂອງຊົນເຜົ່ານີ້ແມ່ນໄດ້ຖືກຍົກສູງເຫັນໄດ້ຈາກລູກທີ່ເກີດມາຖ້າຫາກແມ່ນລູກຊາຍ ແມ່ນໃຫ້ໃຊ້ແຊງຊື່ ແລະ ນາມສະກຸນທາງພໍ່. ແຕ່ຖ້າຫາກເປັນລູກຍິງແມ່ນຕ້ອງໄດ້ໃຊ້ແຊງຊື່ ແລະ ນາມສະກຸນ ທາງແມ່.
ຂອບໃຈຂໍ້ມູນຈາກ: ສູນທ່ອງທ່ຽວແຂວງອຸດົມໄຊ