ຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງ ທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊ ມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງແຕ່ຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖືຮີດຄອງປະເພນີແລະວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ. ໃນຫນຶ່ງ ປີຂອງຊົນເຜົ່າຫໍ້ ຈະມີພິທີແລະງານບຸນປະເພນີຫຼາຍໆຄັ້ງຕໍ່ປີແຕ່ບຸນປະເພນີທີ່ສໍາຄັນກວ່າຫມູ່ແມ່ນບຸນກິນຈຽງ ຫຼື ບຸນປີໃຫມ່ຂອງທຸກໆປີ, ຊົນເຜົ່າຫໍ້ ມັກຈະເຮັດຮີດຄອງດ້ວຍການຂ້າໝູເພື່ອລ້ຽງຜີເຮືອນ ( ຜີພໍ່, ຜີແມ່ ) ໃນຄ້ຳ ຄືນແຮມ 14 -15 ຄ່ຳຂອງ ເດືອນ 2 ຫຼື 3 ຂອງທຸກໆປີແມ່ນມື້ເລີ່ມຕົ້ນກິນຈຽງດ້ວຍການຈູດຫມາກກະໂພກມີ ສຽງຟົດສະຫນັ່ນຫວັ່ນໄຫວທົ່ວບໍລິເວນ. ນອກຈາກນີ້ຍັງມີເຄື່ອງ ດົນຕີພື້ນເມືອງ ຫຼາຍຊະນິດຄືເວີ່, ສີຊໍ, ກະຈັບປີ່, ຂຸ່ຍ,ແກ່ ແລະ ອື່ນໆ.
ປະຫວັດຄວາມເປັນມາຂອງ ຊົນເຜົ່າຫໍ້ ຢູ່ແຂວງອຸດົມໄຊ
ມີກົກເຄົ້າຕົ້ນກໍາເນີດມາຈາກປະເທດຈີນ, ຊົນເຜົ່າ ຫໍ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຢູ່ແຂວງຜົ້ງສາລີ ໃນສັດຕະວັດທີ່ 19 ແຕ່ຍົກຍ້າຍລົງມາຢູ່ ແຂວງອຸດົມໄຊ ແມ່ນໃນຊຸມປີ 1965-1970 ມີປະມານສອງຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ເທດສະບານແຂວງອຸດົມໄຊ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ວັນທີ່ 2 ທັນວາ 1975 ຈົນຮອດ ປະຈຸບັນນີ້ ຊົນເຜົ່າຫໍ້ໄດ້ເຄື່ອນຍ້າຍເຂົ້າມາຢູ່ ແຂວງອຸດົມໄຊ ນັບມື້ນັບຫຼາຍຂຶ້ນ.
ຊື່ເອີ້ນ: ຊົນເຜົ່າຫໍ້ແມ່ນຊື່ທີ່ເຂົາເຈົ້າມັກທີ່ສຸດ ແລະ ຊົນເຜົ່າອື່ນໆກໍ່ເອີ້ນເຂົາເຈົ້າແມ່ນຊົນເຜົ່າຫໍ້ ແຕ່ຄໍາສັບທີ່ວ່າ “ຫໍ້ມີຄວາມຫມາຍແນວໃດກໍ່ບໍ່ທັນມີຜູ້ໃດທີ່ຈະອະທິບາຍໄດ້ເທື່ອ.
ພາສາ: ຊົນເຜົ່າຫໍ້ຢູ່ ແຂວງອຸດົມໄຊ ມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງ, ເຜົ່າຫໍ້ໄດ້ ຈັດເຂົ້າໃນຫມວດພາສາ ຈີນ-ຕີເບດ ຂອງສາຂາຫ່ານຫໍ້
ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າຫໍ້: ຊົນເຜົ່າຫໍ້ເຖິງແມ່ນວ່າໄດ້ມາຕັ້ງຖິ່ນຖານມາ ຫາກິນຢູ່ ແຂວງອຸດົມໄຊ ແຕ່ດົນນານແຕ່ວ່າ ຊົນເຜົ່າຫໍ້ ຍັງຮັກສາຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມທີ່ ເປັນເອກະລັກຂອງຊົນເຜົ່າຕົນເອງໄວ້ເປັນຢ່າງດີ. ແຕ່ລະຄອບຄົວຂອງຊົນເຜົ່າຫໍ້ ແມ່ນເຊື່ອຖືຜີພໍ່, ຜີແມ່, ຜີຂອງບັນພະບູລຸດຕົນທີ່ໄດ້ລ່ວງຫລັບໄປ ໂດຍການເຮັດຫິ້ງຮ້ານບູຊາໄວ້ໃນເຮືອນຂອງ ແຕ່ລະຄອບຄົວ, ນອກຈາກນີ້, ກໍ່ຍັງມີຈໍານວນຫນຶ່ງແມ່ນໄດ້ ເຊື່ອຖືສາສະຫນາເຕົ່າ.
ດ້ານລະບົບຄອບຄົວ ແລະ ເຊື້ອສາຍຂອງຊົນເຜົ່າຫໍ້: ແມ່ນສືບທອດຕະກຸນທາງພໍ່ເປັນຫຼັກ, ໃນຄອບຄົວ ພໍ່ຈະເປັນຜູ້ທີ່ມີສິດອໍານາດໃນການບໍລິຫານທັງຫມົດ, ການສືບທອດມູນມໍລະດົກຂອງພໍ່ແມ່ແມ່ນລູກຊາຍເທົ່ານັ້ນ ແລະ ລູກຊາຍກົກຈະເປັນຜູ້ທີ່ ມີສິດໄດ້ຮັບມູນມໍລະດົກ ແລະ ຊັບສົມບັດຂອງພໍ່ແມ່ຫຼາຍກ່ວາລູກຜູ້ອື່ນໆ ໃນຄອບຄົວ,ການແຕ່ງດອງຂອງຊົນເຜົ່າຫໍ້: ຈະແຕກຕ່າງກັບຊົນເຜົ່າອື່ນໆ ຍ້ອນວ່າສ່ວນຫຼວງຫຼາຍແມ່ນຂຶ້ນກັບການຕັດສິນຂອງພໍ່ ແມ່, ພໍ່ແມ່ມີສິດອາໍນາດຕົກລົງໃຫ້ລູກທຸກຄົນຕ້ອງປະຕິບັດຕາມ, ຜູ້ເປັນພໍ່ແມ່ ມັກຈະໃຫ້ບັນດາລູກໆ ຂອງຕົນແຕ່ງດອງໃນໄວ ທີ່ຍັງຫນຸ່ມນ້ອຍທີ່ສຸດ. ພາຍຫຼັງແຕ່ງດອງແລ້ວລູກຍິງຕ້ອງໄປຢູ່ເຮືອນຂອງພໍ່ແມ່ຜົວ ເພື່ອ ເບິ່ງແຍງລ້ຽງດູຄອບຄົວຂອງຜົວເປັນ ສ່ວນໃຫຍ່ໃນຊົນເຜົ່າຫໍ້, ຈຸດພິເສດອັນຫນຶ່ງອີກຂອງຊົນເຜົ່າຫໍ້ ມັກຈະໃຫ້ລູກແຕ່ງດອງກັບຄົນທີ່ຮັ່ງມີເປັນສ່ວນຫຼາຍ.
ລັກສະນະເຮືອນຊານ: ຂອງເຜົ່າຫໍ້ສະໄຫມກ່ອນຈະເປັນລັກສະນະເຮືອນຕິດດິນ, ການຈັດແບ່ງຈໍານວນຫ້ອງ ນອນພາຍ ໃນເຮືອນ ແມ່ນອີງໃສ່ຈໍານວນສະມາຊິກໃນຄອບຄົວມີຫຼາຍ ຫຼື ຫນ້ອຍ ໃຫ້ເຫມາະສົມກັບຈໍານວນຄົນໃນຄອບຄົວ. ຊົນເຜົ່າຫໍ້ ມີ ເອກະລັກ ໃນການປະດັບປະດາເຮືອນຊານຂອງຕົນດ້ວຍຫຼາຍສີສັນແຕກຕ່າງກັນເຊັ່ນ: ເຄື່ອງມືໃນການຂ້າສັດ, ຫອກ, ງ້າວ ແລະ ດາບປະດັບເອ້ໄວ້ເທິງປະຕູເຮືອນ, ຮູບແບບຕ່າງໆ ທີ່ມີລັກສະນະມຸງຄຸນ ແລະ ອື່ນໆ.
ດ້ານປະເພນີ ແລະ ພິທີກໍາຕ່າງໆ: ໃນຫນຶ່ງປີຂອງເຜົ່າທໍ່ຈະມີພິທີ ແລະ ງານບຸນປະເພນີຫຼາຍຄັ້ງຕໍ່ປີ. ແຕ່ບຸນປະເພນີສາໍ ຄັນກ່ວາຫມູ່ ແມ່ນບຸນກິນຈຽງ ຫຼື ບຸນປີໃຫມ່ຂອາທຸກໆ ປີຊົນເຜົ່າຫໍ້ມັກຈະເຮັດຮີດຄອງດ້ວຍ ການຂ້າຫມເພື່ອລ້າງຜີເຮືອນ (ຜີພໍ່ແມ່)
ໃນຄ່ໍາຄືນແຮມ 14 -15 ຄ່ຳຂອງເດືອນ 2 ຫຼື ເດືອນ 3 ຂອງທຸກໆປີແມ່ນມື້ເລີ່ມຕົ້ນກິນຈຽງດ້ວຍການຈູດຫມາກກະໂພະ ສຽງຟົດສະຫນັ່ນຫວັນໄຫວທົ່ວບໍລິເວນ.
ດ້ານສີລະປະວັນນະຄະດີຂອງຊົນເຜົ່າຫໍ້: ແມ່ນຮ້ອງເພງເປັນສ່ວນໃຫຍ່ ເຊິ່ງເນື້ອໃນທຳນອງເພງຮ້ອງຈະພັນ ລະນາຄວາມຮັກມັກຂອງຄູ່ບາວສາວ, ວິຖີຊີວິດປະຈໍາວັນ, ເວົ້າເຖິງດິນແດນແຫ່ງການກໍາເນີດຂອງຊົນເຜົ່າຕົນ, ເວົ້າເຖິງການຕໍ່ສູ້ ກັບສັດຕູໄພທໍາມະຊາດ, ສັດຕູຜູ້ຮຸກຮານດ້ວຍຄວາມອົດທົນຕໍ່ສູ້ຂອງຊົນເຜົ່າຫໍ້ ກັບທາໍມະຊາດ ແລະ ອື່ນໆ, ນອກນີ້ຍັງມີເຄື່ອງດົນຕີພື້ນເມືອງຫຼາຍຊະນິດຄື: ປີ່, ສີຄູ່, ກະຈັບປີ່,ຂຸຍ ແລະ ອື່ນໆ, ລັກສະ ນະການນຸ່ງຫົ່ມຂອງຊົນເຜົ່າຫໍ້ ທັງຜູ້ຊາຍ ແລະ ແມ່ຍິງລ້ວນແຕ່ມັກຊົມໃຊ້ໂສ້ງສິດ, ຜູ້ຊາຍນຸ່ງໂສ້ງສີດ, ຜົມຈົ່ງໄວ້ຍາວ ໃສ່ຫມວກສີດສ່ວນແມ່ຍິງນຸ່ງໂສ້ງສີດໍາຍາວຮອດຕີນ, ເສື້ອຍາວຕິດກະດຸມທາງຂ້າງເອົາຜ້າຄຽນຫົວ ແລະ ອື່ນໆ. ແຕ່ເວລາແຕ່ງດອງທັງຊາຍ ແລະ ຍິງມັກໃຊ້ຊຸດສີແດງລົດເຈົ້າບ່າວປະດັບ ປະດາດ້ວຍດອກໄມ້ສີແດງທັງຫມົດ.
ດ້ານປະເພນີການເກີດລູກຂອງຊົນເຜົ່າຫໍ້: ແມ່ນເກີດຢູ່ເຮືອນ, ມີແມ່ຂອງຜົວເປັນຜູ້ເບິ່ງແຍງດູແລ ແລະ ຜູ້ເຖົ້າທີ່ມີປະສົບການຄອຍໃຫ້ການຊ່ວຍເຫຼືອເບິ່ງແຍງເປັນຢ່າງດີ, ມີຂໍ້ຫ້າມ ແລະ ການຄະລໍາອາຫານການກິນທີ່ມີ ລົດເຜັດ, ລົດເຄັມ, ລົດຄາວ, ຊົນເຜົ່າຫໍ້ ມັກລູກຊາຍຫຼາຍກ່ວາລູກຍິງ, ເນື່ອງຈາກວ່າລູກຊາຍເປັນຜູ້ສືບທອດຕະກຸນ ຂອງພໍ່ ແລະ ມູນມໍລະດົກຂອງ ຄອບຄົວຫຼາຍກວ່າລູກຍິງ.
ດ້ານປະເພນີການຕາຍຂອງຊົນເຜົ່າຫໍ້: ແມ່ນມີພິທີກຫຼາຍຂັ້ນຕອນ ເພື່ອເຮັດໃຫ້ວິນຍານຂອງຜູ້ຕາຍໄປ ສູ່ສະຫວັນດ້ວຍຄວາມປອດໄພ ຄົນຫໍ້ ຝັງສົບຄົນຕາຍຕາມຄວາມພໍໃຈຂອງພໍ່ແມ່ ແລະ ຍາດຕິພີ່ນ້ອງ,ເມື່ອເປັນ ແນວນັ້ນສ່ວນຫຼວງຫຼາຍ ຊົນເຜົ່າຫໍ້ຈະບໍ່ມີປ່າຊ້າຝັງສົບເປັນບ່ອນຄືຊົນເຜົ່າອື່ນໆ (ສໍາລັບຢູ່ ແຂວງ ອຸດົມໄຊ)
ດ້ານເສດຖະກິດ: ຊົນເຜົ່າຫໍ້ ອາຊີບຕົ້ນຕໍແມ່ນເຮັດໄຮ່, ເຮັດນາປູກເຂົ້າຈ້າວ, ເຮັດສວນປູກພືດຜັກຕ່າງໆ ລ້ຽງສັດ: ງົວ, ຄວາຍ, ແບ້, ມ້າ, ຫມາ, ຫມູ, ເປັດ, ໄກ່ ເພື່ອເປັນອາຫານແລ້ວເຮັດພິທີກຕ່າງໆ.
ວຽກງານຫັດ ຖະກໍາຫຍິບຖັກປັກແສ່ວ, ຈັກ ສານຕ່າງໆ, ມີຄວາມຊາໍນິຊຳນານມາແຕ່ບູຮານນະການ. ນອກຈາກນີ້ ຊົນເຜົ່າຫໍ້ຢູ່ ແຂວງອຸດົມໄຊ ມີຄວາມຊໍານິຊໍານານໃນການຜະລິດສິນຄ້າ, ຕັ້ງຮ້ານຂາຍເຄື່ອງແລະ ການບໍລິການອື່ນໆ ພາຍໃນ ທ້ອງຕະຫຼາດຂອງແຂວງ ແລະ ເມືອງໃນທົ່ວແຂວງອຸດົມໄຊ, ຈຸດເດັ່ນຂອງເຜົ່າຫໍ້ ແມ່ນຄອບຄົວໃດທຸກຍາກໄດ້ ຊ່ວຍເຫຼືອກັນດ້ານວັດຖຸ ແລະ ວິທີການດ້ານເສດຖະກິດ,ການບໍລິການເປັນສໍາຄັນຕໍ່ໄປແມ່ນດ້ານທ່າແຮງດ້ານການ ປູກຢາງພາລາເປັນສິນຄ້າ.
ຊົນເຜົ່າຫໍ້: ຮີດຄອງການກິນຈຽງຂອງເຜົ່ານີ້ແມ່ນມັກຫຼິ້ນດອກໄມ້ໄຟ, ຫມາກກະໂພກ, ບັ້ງໄຟດອກ ແລະ ດອກໄຟອື່ນໆ ທີ່ມີສຽງດັງແຮງ ເຊິ່ງມັນກໍ່ໃຫ້ເກີດເປັນອັນຕະລາຍຕໍ່ຄົນ ແລະ ຊັບສິນພວກເຮົາຄວນມີຄາໍຄິດຕໍ່ບັນ ຫາຕ່າງໆທີ່ເກີດຂຶ້ນໃນສິ່ງທີບໍ່ດີຊົນເຜົ່ານີ້ກໍ່ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວໂດຍສະ ເພາະແມ່ນແຂວງອຸດົມໄຊ.
ຂອບໃຈຂໍ້ມູນຈາກ: ສູນທ່ອງທ່ຽວແຂວງອຸດົມໄຊ