ຊົນເຜົ່າລາວ ຢູ່ແຂວງອຸດົມໄຊ ເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ບ້ານຊອ່ງ ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວບັນດາເມືອງຂອງ ແຂວງອຸດົມໄຊ ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້ໍາຂອງ.
ຊື່ເອີ້ນ: ເຂົາເຈົ້າເອງກໍ່ມັກເຜົ່າລາວ ແລະ ຊົນເຜົ່ານັ້ນກໍ່ເອີ້ນວ່າເຜົ່າລາວ ແລະ ເຂົາເຈົ້າມັນກໍ່ແມ່ນເຜົ່າລາວ, ຄຳສັບທີ່ວ່າ “ລາວ” ຫຼາຍໆ ຄົນໄດ້ສັນນິຖານວ່າຄົງຈະມາຈາກຄໍາສັບ: ລົວະ, ລາວະ, ດາວ ແລະ ອື່ນໆ. ຊົນ ເຜົ່າ ລາວຢູ່ແຂວງອຸດົມໄຊມີພຽງແຕ່ 16 ບ້ານ, ມີ 3609 ຄົວເຮືອນ. ມີແຊງລາວພວນຢູ່ເມືອງຮຸນ, ແຂວງອຸດົມໄຊ ແມ່ນ ມີສໍານຽງພາສາປາກເວົ້າແຕກຕ່າງກັນ ກັບຊົນເຜົ່າ ໄທພວນຢູ່ ແຂວງ ຊຽງຂວາງ ແລະ ແຫ່ງອື່ນໆໃນປະເທດລາວ.
ພາສາ: ຂອງຊົນເຜົ່າລາວ (ນັບທັງເຜົ່າລາວພວນຢູ່ເມືອງຮຸນ) ແມ່ນໄດ້ຈັດຢູ່ໃນກຸ່ມພາສາປາກເວົ້າລາວ-ໄຕ. ເຜົ່າລາວມີຕົວໜັງສືຂຽນ ແລະ ຍັງໄດ້ເອົາເປັນພາສາກາງຂອງທຸກຊົນເຜົ່າ ແລະ ເອົາຕົວຫນັງສືລາວເປັນຕົວຫນັງສືທາງລັດຖະການ, ນອກຈາກນີ້ ຍັງມີຕົວໜັງສືທຳທາງພຸດທະສາດສະໜາ.
ຄວາມເຊື່ອຖືຮີດຄອງ ປະເພນີ ແລະ ວັດທະນະທໍາ-ສັງຄົມຂອງ ຊົນເຜົ່າລາວ
ເຜົ່າລາວມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນໂດຍສະເພາະ ແມ່ນຮີດ 12 ຄອງ 14 ຊົນເຜົ່າລາວ ເຊື່ອຖືພຸດທະສາ ສະໜາ, ມີວັດວາອາລາມປະຈຳຢູ່ແຕ່ລະບ້ານ ເປັນທີເພິ່ງພາທາງຈິດໃຈຂອງ ຊາວສາສະນິກະຊົນເປັນບ່ອນເຕົ້າໂຮມຄວາມ ສາມັກຄີ ຂອງຊາວບ້ານ. ນອກຈາກນີ້ເຜົ່າລາວຍັງມີຄວາມເຊື່ອຖືຜີພໍ່, ແມ່, ເຮືອນ, ຜີບ້ານ, ຜີປ່າຊ້າ, ຜີເງືອກ ແລະ ຜີອື່ນໆ).
ລະບົບໂຄງສ້າງທາງດ້ານເລືອດເນື້ອເຊື້ອສາຍຕະກຸນຂອງເຜົ່າລາວເປັນລັກສະນະຄອບຄົວດຽວ ແລະ ສືບ ທອດຕະກຸນທາງພໍ່, ມີປະເພນີຜົວດຽວເມຍດຽວ, ຄູ່ບ່າວສາວຫຼັງຈາກແຕ່ງດອງສ້າງຄອບຄົວນຳກັນແລ້ວ ຄູ່ຜົວເມຍ ຫນຸ່ມຈະຢູ່ນຳພໍ່ແມ່ຂອງຜູ້ຊາຍ ຫລື ພໍ່ແມ່ຝ່າຍຍິງແມ່ນອີງໃສ່ການຕົກລົງປົງໃຈເຫັນດີເຫັນພ້ອມຂອງສອງຝ່າຍ ບໍ່ໄດ້ບັງຄັບຈິດໃຈຂອງຄູ່ຜົວເມຍ.
ເຜົ່າລາວ ກໍ່ຄືເຜົ່າອື່ນໆ ໃນຫມວດພາສາ ລາວ-ໄຕ ມັກຈະປຸກສ້າງເຮືອນຮ້ານ, ປະເພນີຂອງເຜົ່າລາວ ກ່ອນຈະປຸກສ້າງເຮືອນຊານ ຕ້ອງເຮັດພິທີທາງສາສະຫນາສາກ່ອນ ເພື່ອຂໍອະນຸຍາດຈາກເຈົ້າຖິ່ນ, ເຈົ້າຖານເສຍ ກ່ອນແລ້ວຈຶ່ງຂຸດຂຸມບ່ອນຝັງເສົາເຮືອນ. ເຂົາເຈົ້າສານກວາຍ (ໄຊ) ໃສ່ເຄື່ອງສິນ, ເຄື່ອງທານມີຕົ້ນກ້ວຍ, ຕົ້ນ ອ້ອຍ ແລະ ເຄື່ອງດື່ມອື່ນໆ ໃສ່ໃນກວາຍໃສ່ເຊົາທຳອິດ. ເອີ້ນວ່າເສົາຄ້ຳ, ເສົາຄູນ ຂອງເຮືອນ.ຫຼັງຈາກນັ້ນ, ຈຶ່ງມີການຂຸດຂຸມເສົາອື່ນໆ. ລົງຕາມລໍາດັບຕໍ່ໆໄປ. ເຜົ່າລາວມັກຈະປຸກເຮືອນຫຼາຍຫ້ອງ ແລະ ແບ່ງເປັນຫຼາຍ ພາຍໃນເຮືອນ
ລັກສະນະເຮືອນ ຂອງເຜົ່າລາວ: ມັກນິຍົມກັນປິ່ນຫນ້າໄປທາງທິດເຫນືອ ແລະ ປິ່ນຫຼັງໃສ່ທາງທິດໃຕ້ແມ່ນດີທີ່ສຸດ, ສ່ວນຂັ້ນໄດຂຶ້ນ ເຮືອນແມ່ນນິຍົມເຮັດຢູ່ທາງຫນ້າເຮືອນຫຼາຍກ່ວາ ຊຶ່ງເຜົ່າລາວເອີ້ນວ່າ: “ຂັ້ນໄດເຊຍ” ແລະ ຂັ້ນໄດເຮັດຢູ່ທາງດ້ານຫຼັງເອີ້ນວ່າ “ໄດຊານ” ຂັ້ນໄດເຫຼົ່ານີ້ຈະມີຈັກຂັ້ນກໍ່ຕາມ ແຕ່ຕ້ອງແມ່ນຂັ້ນໄດຄີກຄື: 3,5,7,9,11) ແລະ ຢູ່ກ້ອງຕາລ່າງເຮືອນຈະເປັນບ່ອນ ເກັບມ້ຽນເຄື່ອງມືອຸປະກອນຕ່າງໆໃນການຜະລິດຂອງຄອບຄົວ.
ເຜົ່າລາວ ຢູ່ ແຂວງອຸດົມໄຊ ກໍ່ຄືເຜົ່າລາວຢູ່ໃນທົ່ວປະເທດ ລ້ວນແຕ່ມີເອກະລັກທາງດ້ານຮີດ ຄອງປະ ເພນີທັງແມ່ນຂໍ້ກໍານົດໃນການ ປະພຶດຕົວທາງດ້ານກິລິຍາມາລະຍາດ ແລະ ຄວາມຄາລະວະອ່ອນນ້ອມຕໍ່ຜູ້ເປັນເຈົ້າຂອງເຮືອນ.
ພວກເຮົາຈະພົບເຫັນເວລາທີ່ມີແຂກ ທາງນອນເຂົ້າມາກ່ອນຈະຂຶ້ນຂັ້ນໄດເຮືອນ ຊານຕ້ອງໄດ້ປົດເກີບ, ປົດໝວກ, ປົດເຄື່ອງສາກ່ອນເພື່ອສະແດງຄວາມເຄົາລົບນັບຖືເຈົ້າຂອງ ເຮືອນ. ນອກຈາກນີ້ແຂກທາງນອກ ຈະຂຶ້ນ ຂັ້ນໄດເຮືອນທາງໜ້າ ແລ້ວຈະລົງຂັ້ນໄດຮືອນທາງຫຼັງກໍ່ບໍ່ໄດ້ເດັດຂາດ, ຈະຜິດກັບຮີດຄອງປະເພນີ, ນອກຈາກ ນີ້ສະມາຊິກພາຍໃນເຮືອນກໍ່ຄືແຂກຄົນພາຍນອກ ຈະເຂົ້າຫ້ອງນອນຂອງກັນ ແລະ ກັນໂດຍສະເພາະ ແມ່ນຫ້ອງ ນອນຂອງພໍ່ ແມ່ຜູ້ເປັນເຈົ້າຂອງເຮືອນກໍ່ບໍ່ໄດ້ເດັດຂາດ.
ເຜົ່າລາວ ມີເອກະລັກສະເພາະຂອງຕົນເອງເພດຊາຍ ແລະ ເພດຍິງມີການນຸ່ງຖື, ແຕ່ງກາຍແຕກຕ່າງກັນ ຜູ້ຊາຍນຸ່ງໂສ້ງ, ເສື້ອຄໍມົນ ແລະ ຕັດຜົມສັ້ນ. ສ່ວນຜູ້ຍິງນຸ່ງສິ້ນ, ຈົ່ງຜົມຍາວ, ເກົ້າຜົມຄ່ຽນດ້ວຍເສັ້ນເງິນ, ຄຳ, ໝາກປັດ ແລະ ເກົ້າປັດໃຫ້ ແຫນ້ນປະດັບເອ້ຍ້ອງດ້ວຍການໃສ່ຕຸ້ມຫູ, ສ້ອຍຄໍ, ນຸ່ງເສື້ອຄໍມົນແຂນຕັ້ງພາດຜ້າບ່ຽງ ແລະ ນຸ່ງສິ້ນໄໝ, ສີນຊະນິດຕ່າງໆ ດ້ວຍແພໄຫມລາວ
ເຜົ່າລາວ: ຈະມີບຸນຕາມຮີດຄອງປະເພນີໃນທຸກໆເດືອນ (ຕາມຮີດ 12 ຄອງ 14) ແຕ່ລະບຸນປະເພນີ ລ້ວນແຕ່ມີຄວາມຫມາຍສໍາຄັນ. ແຕ່ບຸນທີ່ຂາດບໍ່ໄດ້ແມ່ນບຸນປີໃຫມ່ລາວ, ບຸນຊ່ວງເຮື່ອ, ບຸນບັ້ງໄຟ, ບຸນກະຖິນ, ບຸນກອງບວດ, ບຸນທາດຫຼວງ ແລະ ບຸນອື່ນໆ.
ຊົນເຜົ່າລາວ ມີປະເພນີການເກີດລູກຕ້ອງໄດ້ເກີດຢູ່ໃນເຮືອນ, ມີໝໍຕຳແຍ, ໝໍມົນ ແລະ ຜູ້ທີ່ມີປະສົບການ ຄອຍໃຫ້ການດູແລຊ່ວຍເຫຼືອເວລາເກີດລູກ. ມີປະເພນີຢູ່ກຳຮອດຫນຶ່ງເດືອນ, ມີການຄະລໍາອາຫານທີ່ຍ້ານຜີດ ເດືອນ. ພາຍຫຼັງຢູ່ກໍາແລ້ວມີປະເພນີສູ່ຂັວນແອນ້ອຍ ແລະ ແມ່ເອີ້ນວ່າ: “ຂວັນອອກກໍາ” ຊົນເຜົ່າລາວ ມີປະເພນີການສົ່ງສະການດ້ວຍການຈັດສາກຊົບຂອງຜູ້ຕາຍຢູ່ປ່າຊ້າ ຫຼື ຢູ່ວັດ, ເກັບກະດູກ ແລະ ເຮັດບຸນສິນກິນທານ ໃຫ້ຜູ້ທີ່ຕາຍຢ່າງສົມກຽດທີ່ສຸດ, ເພື່ອໃຫ້ຜູ້ທີ່ຕາຍໄປຮອດສະຫວັນ ຢ່າງປອດໄພ.
ດ້ານສີລະປະວັນນະຄະດີຂອງຊົນເຜົ່າລາວ: ມີຫຼາກຫຼາຍທີ່ສຸດເຊັ່ນ: ການຂັບ, ການລໍາ, ຂັບທຸ້ມອ່ານຫນັງ ສື, ລຳລ່ອງ, ລໍາເຕີ້ຍ, ລຳເພີນ, ລຳເດີນ ແລະ ລຳອື່ນໆ. ເຄື່ອງດົນຕີພື້ນເມືອງລາວມີ: ແຄນ, ກອງຕຸ້ມ, ກອງ, ຊໍ, ລະນາດ, ຄ້ອງວົງ, ຂຸ່ຍ, ກະຈັບປີ່ ແລະ ອື່ນໆ. ສ່ວນລາວ ພວນເມືອງຮຸນຈະມີດົນຕີພື້ນເມືອງເຊັ່ນ: ກອງຂັນ, ແຄນ 8, ຄ້ອງຕຸ້ມ, ແຊ່ງ, ຊໍ, ເກິ່ງ, ທໍານອງຂັບພວນ (ໂອພວນ) ຂັບກະເລີງ, ນັບບໍ່ເປັນທໍາ ນອງທີ່ເປັນເອກະລັກສະເພາະຂອງເມືອງຮຸນເທົ່ານັ້ນບໍ່ມີທ້ອງຖິ່ນໃດອີກແລ້ວໃນປະເທດລາວນີ້.
ດ້ານເສດຖະກິດ: ເຜົ່າລາວມີອາຊີບຕົ້ນຕໍແມ່ນການເຮັດນາປູກເຂົ້າມີບາງບ່ອນກໍ່ເຮັດໄຮ່ປູກເຂົ້າ, ເຮັດສວນປູກ ພືດຜັກສວນຄົວປະຈໍາວັນ ແລະ ລ້ຽງສັດໃຫຍ່ ງົວ, ຄວາຍ, ແບ້, ຫມູ, ຫມາ, ມ້າ, ລ້ຽງສັດປິກ ແລະ ລ້ຽງປາ. ນອກຈາກນີ້ຍັງ ມີອາຊີບຄ້າຂາຍເພື່ອເສີມລາຍໄດ້ໃຫ້ແກ່ ຄອບຄົວ
ຊົນເຜົ່າລາວ: ກໍ່ແມ່ນຊົນເຜົ່າຫນຶ່ງທີ່ຍັງຮັກສາຂະນົບທຳນຽມ,ຮີດຄອງປະເພນີອັນດີງາມຂອງຊາດເຮົາໄວ້ໄດ້ , ແຕ່ກໍ່ຍັງມີບັນຫາທີ່ຫຍໍ້ທໍ້ ຂອງຊົນເຜົ່າລາວພາກສ່ວນຫນຶ່ງແມ່ນລົງໄຫຼວັດທະນາທຳຕາເວັນ ຕົກຫຼາຍເກີນໄປ ເຫັນໄດ້ຈາກການນຸ່ງຖື, ການແຕ່ງກາຍການເຂົ້າຮ່ວມບຸນສໍາຄັນຕ່າງໆທາງພຸດທະສາສະໜາ ຈະສັງເກດເຫັນມີແຕ່ຄົນເຖົ້າຄົນແກ່ທີຍັງຮັກສາການນຸງຖືແບບດັ້ງເດີມ, ສ່ວນລຸ້ນໜຸ່ມໜ້ອຍສືບ ທອດແມ່ນຍັງມີຫນ້ອຍ.
ຂອບໃຈຂໍ້ມູນຈາກ: ສູນທ່ອງທ່ຽວແຂວງອຸດົມໄຊ