ຂໍ້ມູນກ່ຽວກັບ ຊົນເຜົ່າລື້

ຊົນ ເຜົ່າລື້: ແມ່ນເຄື່ອນຍ້າຍມາຈາກ 12 ພັນນາ ສປປ ຈີນ ລົງມາຕັ້ງຖິ່ນ ຖານບ້ານຊ່ອງຂອງຕົນ ຢູ່ບັນດາເມືອງຂອງ ແຂວງອຸດົມໄຊ
ຊື່ເອີ້ນ: ກ່ໍເອີ້ນເຂົາເຈົ້າວ່າເຜົ່າລື້ ແລະ ຊື່ທີ່ເຂົາເຈົ້າມັກກ່ໍແມ່ນເຜົ່າລື້ ຄຳວ່າ: “ລື້” ມີຄວາມຫມາຍວ່າ “ຄົນ” ຊົນເຜົ່າລື້ຢູ່ ແຂວງອຸດົມໄຊ ມີສອງແຊງຄື: ຊົນເຜົ່າອຸ້ຍ ແລະ ຊົນເຜົ່າເຂີນ.
ພາສາ: ມີພາສາສະເພາະຂອງຕົນເອງ ແລະ ໄດ້ຈັດຢູ່ໃນກຸ່ມພາສາປາກເວົ້າ ລາວ-ໄຕ, ຊົນເຜົ່າລື້, ອຸ້ຍ, ເຂີນ ມີຕົວຫນັງສືຂຽນດ້ວຍຕົວທຳຢູ່ໃນໃບລານ, ຕົວອັກສອນ ຫຼື ຕົວຫນັງສືຂຽນຂອງຊົນເຜົ່າລື້ຄ້າຍໆ ກັບຕົວທາໍຂອງຊົນເຜົ່າລາວ.

ຄວາມເຊື່ອຖືຮີດຄອງປະເພນີ ແລະ ວັດທະນະທໍາ – ສັງຄົມຂອງ ຊົນເຜົ່າລື້ ຢູ່ແຂວງອຸດົມໄຊ

ມີຄວາມເຊື່ອຖື ແລະ ວັດທະທຳຄ້າຍໆກັບຊົນເຜົ່າລາວ ແມ່ນເຊື່ອຖືພຸດທະສາສະຫນາ ແລະ ເຊື່ອຖືຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ ແລະ ຜີອື່ນໆ. ແຕ່ດ້ານລະບົບໂຄງສ້າງທາງດ້ານສັງຄົມຂອງຊົນ ເຜົ່າລື້, ພວກເຮົາ ເຫັນໄດ້ວ່າຂ້ອນຂ້າງຫນັກແຫນ້ນ ແລະ ເຂັ້ມງວດກວ່າຊົນເຜົ່າອື່ນໆ.


ໃນຫມວດພາສາ ລາວ-ໄຕສະໄຫມຝຣັ່ງປົກຄອງ ຈະມີ 6 ຊັ້ນຢ່າງລະອຽດຈະແຈ້ງເຊັ່ນ: ພໍ່ລາມ, ຫມື່ນ, ແສນ, ຈ່າ, ເພ່ຍ ແລະ ພະຍາ. ຊົນເຜົ່າລື້ຈະເອົາຊື່ຂອງ ສັດມາເປັນຊື່ຂອງຕະກຸນເຊັ່ນ: ຊິ່ງເສື້ອ, ຊິ່ງນົກຕັ້ງລໍ້,ຊິ່ງນົກວາກ ແລະ ຊິ່ງອື່ນໆ.

ແຕ່ມາຮອດປັດຈຸບັນຈະບໍ່ຖືຊິ່ງເປັນສໍາຄັນ ແຕ່ລະຊິ່ງຊາວຂອງເຜົ່າລື້ຈະມີຂໍ້ຫ້າມ ແລະ ການຄະລາໍທີ່ແຕກຕ່າງກັນ ໂດຍສະເພາະຂໍ້ຫ້າມຂ້າ ຫຼື ກິນຊີ້ນສັດທີ່ເປັນຊິງຊາວຂອງຕົນ. ສ່ວນການສືບທອດເຊື້ອສາຍຕະກຸນນັ້ນຂອງຊົນ ເຜົ່າລື້ ຈະຖືຕະກຸນທາງ ພໍ່ເປັນໃຫຍ່ ແລະ ສຳຄັນກ່ວາ. ດ້ວຍເຫດນັ້ນ ຄູ່ບ່າວສາວ ທີ່ໄດ້ແຕ່ງງານກັນແລ້ວຈະຢູ່ນຳພໍ່ແມ່ຂອງຝ່າຍໃດ ແມ່ນຕ້ອງອີງໃສ່ ການຕົກລົງຂອງສອງເບື້ອງສອງຝ່າຍເປັນເອກະພາບກັນ,ຄູ່ຜົວເມຍມີແຕ່ປະຕິບັດຕາມຄວາມເຫັນຂອງຜູ້ໃຫຍ່ເທົ່ານັ້ນ.

ມີຮີດຄອງແບບ ຜົວດຽວເມຍດຽວຄ້າຍຄືກັນກັບ ຊົນເຜົ່າລາວ, ຄູ່ບ່າວສາວມີສິດ ເສລີພາບໃນການ ເລືອກເອົາ ຄູ່ຄອງຂອງຕົນໄດ້ແລ້ວຈຶ່ງສະເຫນີໃຫ້ພໍ່ແມ່ແຕ່ງດອງ. ແຕ່ກໍ່ມີຂໍ້ຫ້າມພີ່ນ້ອງໃນຕະກຸນດຽວກັນບໍ່ສາມາດ ແຕ່ງດອງກັນເດັດຂາດ ແລະ ຂໍ້ຫ້າມອີກຢ່າງຫນື່ງເອີ້ນວ່າ (ໄຂ່ວ) ຕົວຢ່າງ: ໃນວົງຕະກຸນດຽວໄປເອົາຕະກຸນອື່ນ ແມ່ນໄດ້ຫຼື ວ່າເອົາເຊື້ອສາຍທາງ ແມ່ໄດ້ແຕ່ງກັນຂ້າມເຊື້ອສາຍທາງພໍ່ແມ່ນຫ້າມເດັດຂາດເອົາກັນບໍ່ໄດ້ຫຼືລູກນ້າ ເອົາລູກລຸງ, ລູກລຸງເອົາລູກນ້າແມ່ນບໍ່ໄດ້ (ໄຂ່ວ) ເຜົ່າລື້ ມັກຕັ້ງບ້ານຢູ່ບ່ອນຫາບພຽງ, ຕາມແຄມນບ່ອນທີ່ມີເງື່ອນໄຂສະດວກໃນການບຸກເບີກນາ ລັກສະນະ ຂອງຮູບແບບ ເຮືອນຂອງເຜົ່າລື້ສ່ວນໃຫຍ່ຈະເປັນເຮືອນຮ້ານ. ໃນສະໄຫມກ່ອນຊົນເຜົ່າລື້ນິຍົມກັນປຸກເຮືອນໃຫຍ່ສູງ, ເຮືອນສອງສາມຫຼັງຮ່ວມພື້ນເຮືອນດຽວກັນ ຫຼື ວ່າຫຼັງຄາດຽວກັນແລ້ວກໍ່ຕໍ່ຊານໄປຫາ ເລົ້າເຂົ້າໄປຫາເຮືອນຄົວ ແລະ ອື່ນໆ.

ເຜົ່າລື້ມີຮີດຄອງປະເພນີເກີດລູກຢູ່ໃນເຮືອນ, ບໍລິເວນແຄມຫ້ອງນອນຂອງຄູ່ຜົວເມຍ ຫຼື ບໍລິເວນ ແຄມເຕົາໄຟ, ມີແມ່ຍິງທີ່ມີປະສົບການໃຫ້ການຊ່ວຍເຫຼືອເບິ່ງແຍງດູແລເປັນຢ່າງດີ, ມີຮີດຄອງຢູ່ກາໍເດືອນ ຫຼື ຄະລໍາອາຫານການກິນປະເພດຂອງດິບ, ເຫມັນ ແລະ ຄາວຍ້ານຜູ້ເປັນແມ່ຈະຜິດເດືອນ ແລະ ອື່ນໆ.

ໃນເຮືອນຂອງຊົນເຜົ່າລື້ຈັດ ແບ່ງເປັນສອງພາກສ່ວນເຊັ່ນ: ເບື້ອງຫນຶ່ງແມ່ນຫ້ອງຮັບແຂກ, ນອນ ແລະ ບ່ອນທີ່ເກັບມ້ຽນສິ່ງຂອງທີ່ສໍາຄັນໃນການຮັບໃຊ້ປະ ຈຳວັນ ແລະ ເບື້ອງຫນຶ່ງເປັນບ່ອນແຕ່ງຢູ່ຄົວກິນ ຂອງ ຄົວເຮືອນ, ແຕ່ລະເຮືອນຂອງເຜົ່າລື້ຈະມີຮ້ານບູຊາຜີພໍ່, ແມ່ຫຼື ຜີເຮືອນ. ດ້ວຍເຫດນັ້ນ, ໃນເຮືອນຂອງເຜົ່າ ລື້ຈຶ່ງມີການຄະລໍາ ຫຼື ຂໍ້ຫ້າມທີ່ເຄັ່ງຄັດທີ່ສຸດ, ເຜົ່າລື້ຍັງມີຮີດຄອງການຄະລຳບ້ານຄື: ຂໍ້ຫ້າມບໍ່ໃຫ້ແຂກຄົນທາງ ນອກເຂົ້າບ້ານສາໍຄັນທີ່ສຸດແມ່ນເຮືອນເຈົ້າຈ້ຳ ແລະ ຫໍຜີເມືອງເມື່ອເປັນເຄື່ອງຫມາຍຕາແຫຼວ ຫຼື ຝົດໄມ້ດິບທີ່ ອັດທາງຢູ່ປະຕູໂຂງບ້ານ. ໃນກໍລະນີລະເມີດຈະຖືກປັບໃໝ ຫຼື ຈະຕ້ອງປົວແປງຜີບ້ານຜີເຮືອນຄືນໃໝ່.

ເຜົ່າລື້ມີຮີດຄອງປະເພນີ ໃນເວລາມີຄົນເສຍຊິວິດ (ຕາຍ) ຈະມີພິທີສົ່ງສະການ ແລະ ຄົບງັນ, ປະດັບເອ້, ຕົບແຕ່ງໂລງສົບຂອງຄົນຕາຍຢ່າງຈົບງາມ ແລະ ມີພິທີສູດຂອງພະສົງໃຫ້ວິນຍານຂອງຜູ້ຈາກໄປສູ່ສະຫວັນ ແລ້ວສົ່ງສະການດ້ວຍການຈູດ ຫຼື ຝັງ, ເວັ້ນແຕ່ກໍລະນີຜູ້ຕາຍແມ່ນເດັກ ຫຼື ວ່າຄົນ(ຕາຍຫ່າ ຕາຍສະເອບ) ແມ່ນ ຕ້ອງໄດ້ຂຸດຂຸມຟັງສົບ, ຜູ້ຕາຍສະເອບຈຳນວນຫນຶ່ງບໍ່ໄດ້ເອົາເຂົ້າບ້ານ.

ດ້ານສິນລະປະວັນນະຄະດີຂອງເຜົ່າລື້: ອຸ້ຍ ແລະ ເຂີນມີເຄື່ອງມືດົນຕີພື້ນເມືອງຂອງຕົນເຊັ່ນ: ກອງຂັນ, ຂ້ອງ, ແສງ, ປີ່, ຊໍ, ຕິ່ງ, ມີທໍານອງຂັບລື້ (ຂັບລື້) ມີຫຼາຍທໍານອງຂັບທີ່ແຕກຕ່າງກັນ, ມີຈ່ັງຫວະຟ້ອນລຳ, ມີເຊີ້ງສິນລະປະປະຈໍາຕົວ ແລະ ການ ຕໍ່ສູ້ ເວົ້າຄືເອີ້ນວ່າ “ຟ້ອນເຈີ້ງ ຫຼື ຟ້ອນເຊີ້ງ” ແບບດຽວກັນກັບເຜົ່າລາວກ່ຽວກັບ “ຟ້ອນລາຍລາວ” ແຕ່ວ່າການຟ້ອນເຈີ້ງຂອງ ຊົນເຜົ່າລື້ມີສອງແບບເຊັ່ນ: “ຟ້ອນງ້າວ ແລະ ລາຍມວຍ” ໃນສອງສາຍ ນີ້ຈະມີສອງແບບຟ້ອນແຕກຕ່າງກັນຄື: ຟ້ອນລາຍລາວ ແມ່ນຟ້ອນເພື່ອສະແດງຄວາມສວຍງາມໃຫ້ແຂກຄົນຊົມເບິ່ງ ແລະ ອີກແບບຫນຶ່ງແມ່ນຈັງຫວະການຕໍ່ສູ້ເພື່ອຍາດເອົາໄຊຊະນະ ແລະ
ປ້ອງກັນຕົວຜູ້ຟ້ອນຈະຕ້ອງລ້າຍລຳ ຕາມຈັ່ງ ຫວະຂອງສຽງດົນຕີພື້ນເມືອງຄື: ມີກອງຂັ້ນ ຫຼື ກອງຂັ້ນເປັນນຳປະສານສຽງຄ້ອງ ສຽງແຊ່ງທີ່ຟົດຟື້ນຕື່ນເຕັ້ນຕະ ຫຼອດລາຍການ ເຜົ່າລື້ມີບຸນສາໍຄັນຄື: ບຸນປີໃຫມ່ ( ເຜົ່າລື້ຈະເອີ້ນວ່າ: ຕົກເດືອນ 6) ບຸນພະເວດ (ເຜົ່າລື້ເອີ້ນວ່າ: ບຸນຕານຕຳ) ບຸນເຂົ້າ ພັນສາ ອອກພັນສາ, ບຸນເຂົ້າປະດັບດິນ, ບຸນເຂົ້າສະຫຼາກ ແລະ ບຸນອື່ນໆ.

ດ້ານເສດຖະກິດ: ເຜົ່າລື້ມີອາຊີບຕົ້ນຕໍ່ມາແຕ່ດຶກດໍາບັນຄື: ເຮັດນາ, ເຮັດໄຮ່ປູກເຂົ້າ, ເຮັດສວນປູກພືດທາດ ແປ້ງເຜືອກ, ມັນ, ຫມາກເຂືອ, ຫມາກເຜັດ ແລະ ອື່ນໆ. ສັດລ້ຽງ ຄວາຍ, ງົວ, ແບ້, ຫມູ, ຫມາ, ມ້າ ແລະ ສັດປີກ ນອກຈາກນີ້ຍັງມີຫັດຖະກຳພື້ນ ເມືອງຈັກສານ, ຕີເຫຼັກ, ຕ່ຳຫູກທໍໄຫມ, ຕັດຫຍິບຖັກແສ່ວ ແລະ ມີບາງເຂດໄດ້ມີການປູກມອນລ້ຽງມ້ອນ ລ້ຽງປາ ເຜີ້ງໂກນ ເພື່ອເປັນອາຊີບເສີມໃຫ້ແກ່ຄອບຄົວຂອງຕົນ.

ແມ່ນຊົນເຜົ່າຫນຶ່ງທີ່ຮັກສາສີລະປະວັດທະນາທຳການຂັບລຳ, ເປົ່າຂຸ່ຍ, ເປົ່າປີ່, ສີຊໍ… ເປັນເອກະລັກ ດັ້ງເດີມເກົ່າແກ່ຂອງຕົນ ຊົນເຜົ່າລື້ກໍ່ຍັງດຳລົງຊີວິດຄ້າຍໆ ກັບຊົນເຜົ່າລາວ ແລະ ເຜົ່າໄຕ ທາງດ້ານຄວາມເຊື່ອຖືຮີດຄອງປະເພນີ ແລະ ວັດທະນາທໍາແມ່ນຍັງຮັກສາໄດ້ ແລະ ຖືກປະຕິບັດໃນທຸກໆປີ ແຕ່ວ່າຈະມີຄວາມແຕກຕ່າງກັບເຜົ່າໃນຫມວດພາສາດຽວກັນເລັກນ້ອຍເຊັ່ນ: ມີຮີດຄອງການຄະລຳບ້ານຄື: ຂໍ້ຫ້າມບໍ່ໃຫ້ແຂກຄົນທາງນອກເຂົ້າບ້ານເມື່ອເຫັນເຄື່ອງຫມາຍຕາແຫຼວ ຫຼື ຟົດໄມ້ດິບທີ່ອັດທາງຢູ່ ປະຕູໂຂງບ້ານ, ໃນກໍລະນີລະເມີດຈະມີການປັບໃຫມຫຼືຈະຖືກປົວແປງຜີບ້ານ,ຜີເຮືອນຄືນໃຫມ່, ການຮັກສາວັດ ທະນະທຳການຂັບລຳ, ເປົ່າປີ່ສ່ວນຫຼາຍແມ່ນຜູ້ອາຍຸສູງ, ສ່ວນຜູ້ຫນຸ່ມນ້ອຍຕໍ່ໄປຈະເຮັດໃຫ້ການຂັບລໍາຂອງ ເຜົ່າລື້ສູນຫາຍໄປຢ່າງບໍ່ຮູ້ສຶກຕົວ, ຖ້າບໍ່ ພັດທະນາ ແລະ ເສີມສ້າງຜູ້ສືບທອດ.

ຂອບໃຈຂໍ້ມູນຈາກ: ສູນທ່ອງທ່ຽວແຂວງອຸດົມໄຊ