ຂໍ້ມູນກ່ຽວກັບ ຊົນເຜົ່າມົ້ງ

ຊົນເຜົ່າມົ້ງ ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສ ປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ) ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດ ຢູ່ແຂວງອຸດົມໄຊ ໃນ 7ເມືອງ
ຊື່ເອີ້ນ: ຊົນເຜົ່າມົ້ງ ແມ່ນຊື່ເອີ້ນດັ້ງເດີມຂອງເຂົາເຈົ້າແທ້ທັງແມ່ນຊື່ເອີ້ນທີ່ເຂົາເຈົ້າມັກທີ່ສຸດ, ຄຳສັບທີ່ວ່າ “ມົ້ງ” ແມ່ນມີຄວາມໝາຍວ່າ “ຄົນ”. ຊົນເຜົ່າມົ້ງ ຢູ່ແຂວງອຸດົມໄຊປະກອບມີ 3 ເຜົ່າພັນຄື: ມົ້ງຂາວ, ມົ້ງດຳ ແລະ ມົ້ງລາຍ. ໃນນັ້ນປະກອບດ້ວຍຫລາຍຊິ່ງເຊັ່ນວ່າ: ຊິ່ງຢ້າ, ຊິ່ງລີ, ຊິ່ງວ້າ, ຊິ່ງວື້, ຊິ່ງຊົງ, ຊິ່ງທໍ້, ຊິ່ງຈ້າງ, ຊິ່ງເຊັງ, ຊິ່ງຈື, ຊິ່ງເລົາ, ຊິ່ງມົວ ແລະ ຊິ່ງຫາ ເປັນຕົ້ນ.
ພາສາ: ຊົນເຜົ່າມົ້ງມີພາສາປາກເວົ້າສະເພາະຂອງຕົນເອງມາແຕ່ດຶກດຳບັນ, ເຜົ່າມົ້ງມີພາສາຂຽນເປັນຂອງຕົນເອງ 2 ຮູບແບບຄື: ແບບທີ່ໜື່ງແມ່ນການປະດິດຈາກຕົວໜັງສືລາວໂດຍທ່ານລາວຝົ້ງ ໃນສະໄໝເຮັດການປະຕິວັດຊາດ ແລະ ແບບທີ່ສອງແມ່ນໝູນໃຊ້ຕົວອັກສອນ ແລະ ພະຍັນສະນະຂອງພາສາອັງກິດ. ຖ້າພວກເຮົາມາຖຽບພສາປາກເວົ້າຂອງຊົນເຜົ່າມົ້ງແຕ່ລະຊິງນຳກັນຈະເຫັນວ່າມີຄວາມແຕກຕ່າງກັນເລັກນ້ອຍ.

ຄວາມເຊື່ອຖື, ຮີດຄອປະເພນີ ແລະ ວັດທະນະທຳ – ສັງຄົມຂອງ ຊົນເຜົ່າມົ້ງ ຢູ່ແຂວງອຸດົມໄຊ:

mhong

ຊົນເຜົ່າມົ້ງມີຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທຳ – ສັງຄົມທີ່ເປັນເອກະລັກຂອງຕົນ ເອງມາແຕ່ບູຮານນະການ. ເຜົ່າມົ້ງທຸກຊິງແມ່ນເຊື່ອຖືຜີຄື: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເຈົ້າຖິ່ນເຈົ້າຖານ, ຜີແຖນ, ຜີຟ້າ ແລະ ອື່ນໆ. ມີແຕ່ຜີເຮືອນຢ່າງດຽວທີ່ມີຫລາຍສັນຍາລັກທີ່ເປັນສິ່ງຄະລຳ ແລະ ຂໍ້ຫ້າມຂອງແຂກຄົນທີ່ມາແຕະຕ້ອງເຊັ່ນ: ຮ້ານນ້ອຍທີ່ແຂວນຢູ່ຝາເຮືອນ ຫຼື ເຈ້ຍນ້ອຍທີ່ຕິດຢູ່ຝາເຮືອນ, ເສົາກາງແມ່ນບໍ່ໃຫ້ແຕະ ຕ້ອງຢ່າງເດັດຂາດ, ຫ້າມບໍ່ໃຫ້ບຸກຄົນອື່ນລ່ວງລະເມີດເຂົ້າຫ້ອງນອນຂອງພໍ່ແມ່ຢ່າງເດັດຂາດໂດຍບໍ່ໄດ້ຮັບອະນຸ ຍາດ, ບໍ່ໃຫ້ນອນຂວາງຢູ່ກາງເຮືອນ, ສັງເກດຖ້າເຮືອນໃດມີຝົດໄມ້ຂຽວ ຫຼື ຕາແຫຼວຕິດຢູ່ປະຕູເຮືອນແລ້ວແມ່ນບໍ່ໃຫ້ລ່ວງລະເມີດເຂົ້າໃນເຮືອນຢ່າງເດັດຂາດ ເພາະເປັນຊ່ວງຄະລຳ ຫຼື ແກ້ເຄາະຂອງຄອບຄົວ ແລະ ຂໍ້ຫ້າມອື່ນໆ.
ເຜົ່າມົ້ງມີຮີດຄອງປະເພນີ, ຖ້າຜູ້ໃດເປັນແຂກຄົນນອກມາແຕ່ທາງໄກກ່ອນທີ່ຈະຍ່າງເຂົ້າເຮືອນປະຕູໃດໜຶ່ງຂອງ ຊົນເຜົ່າມົ້ງຕ້ອງໄດ້ສອບຖາມ ແລະ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງເຮືອນເສຍກ່ອນຈີ່ງມີສິດເຂົ້າເຮືອນ
ໄດ້, ຖ້າບໍ່ໄດ້ຮັບອະນຸຍາດ ແມ່ນຫ້າມເຂົ້າເຮືອນເປັນອັນຂາດ. ຊົນເຜົ່າມົ້ງເຊື່ອຖືຮີດຄອງປະເພນີ ແລະ ສືບທອດເຊື້ອສາຍຕະກຸນຂອງພໍ່ເປັນຫຼັກ, ແມ່ຍິງທີ່ໄດ້ແຕ່ງງານແລ້ວຕ້ອງໄດ້ຍ້າຍໄປຢູ່ນຳຜົວ ແລະ ນັບຖືເຊື້ອສາຍຂອງຜົວຕໍ່ໄປ. ຕະກຸນຊິ່ງແມ່ນເປັນສິ່ງສຳຄັນຫລາຍຕໍ່ການແຕ່ງງານລະຫວ່າງຄູ່ບ່າວສາວ, ເຜົ່າມົ້ງທີ່ເປັນຊິງດຽວກັນແມ່ນບໍ່ສາມາດແຕ່ງງານກັນໄດ້ ເພາະຖືວ່າເປັນອ້າຍເອື້ອຍນ້ອງຄອບຄົວດຽວກັນ, ເຖິງຈະຢູ່ໃສ່ກໍ່ຕາມ.

ຕາມຮີດຄອງປະເພນີຂອງຊົນເຜົ່າມົ້ງ ມີ 3 ຮູບແບບການແຕ່ງງານຄື:

  1. ບ່າວສາວທີ່ມີຄວາມຮັກມັກກັນດ້ວຍຄວາມຈິງໃຈສະເໜີນຳພໍ່ແມ່ທັງສອງເບື້ອງສອງຝ່າຍເຫັນດີຕົກລົງຈັດພິທີແຕ່ງງານຕາມຮີດຄອງປະເພນີ.
  2. ການແຕ່ງງານຂອງຄູ່ບ່າວສາວໂດຍພໍ່ແມ່ທັງສອງຝ່າຍໄດ້ຕົກລົງກັນໄວ້ກ່ອນແລ້ວ, ພໍ່ແມ່ຝ່າຍຊາຍຈິ່ງໄປສູ່ຂໍເອົາຝ່າຍຍິງມາເປັນໃພ້.
  3. ຝ່າຍຊາຍມັກຮັກຝ່າຍຍິງຝ່າຍດຽວ, ຝ່າຍຊາຍໃຊ້ແຜນການໄປລັກພາຕົວ ແລະ ບັງຄັບເອົາຜູ້ສາວນັ້ນໃນເວລາທີ່ເໝາະສົມ, ກາງຄືນ, ຊ່ວງກິນຈຽງປີໃໝ່ ແລະ ອື່ນໆ ມາເຮືອນຂອງຕົນເອງ ແລະ ຈັດພິທີ່ສູ່ຂ້ວນບອກຜີເຮືອນ ວ່າເປັນຕະກຸນຂອງຕົນເອງແລ້ວ. ພາຍຫຼັງ 3 ວັນ ຈິ່ງແຈ້ງຂ່າວໃຫ້ທາງພໍ່ແມ່ຝ່າຍຍິງຮັບຮູ້ ການແຕ່ງງານແບບນີ້ບໍ່
    ຄ່ອຍຈະສົມຫວັງ ແລະ ໝັ້ນຄົງ ມັກເກີດມີການຍ່າຮ້າງເກີດຂຶ້ນພາຍຫຼັງ.

    ເຮືອນ: ຊົນເຜົ່າມົ້ງມີລັກສະນະເຮືອນແບບຊັ້ນດຽວຕິດກັບພື້ນດິນ, ເຮືອນຈະມີສອງປະຕູຕົ້ນຕໍ່, ລັກສະ ນະເຮືອນດັ້ງເດີມຂອງເຜົ່າມົ້ງຈະເຮັດດ້ວຍໄມ້ແປ້ນອັດ, ໄມ້ຊອດ, ມຸ່ງດ້ວຍຫຍ້າຄາ ແລະ ແປ້ນໄມ້. ມີ 1 – 2 ຫ້ອງນອນ ແລະ ບ່ອນນອນສຳລັບແຂກ ແລະ ເຕົາໄຟໃຫ່ຍໃຊ້ສຳລັບແຕ່ງກິນ. ຈະມີຂໍ້ຫ້າມແມ່ນບໍ່ ໃຫ້ອີງເສົາກາງເຮືອນ ເພາະເປັນເສົາທີ່ສຳຄັນ ແລະ ສັກສິດທີ່ສຸດ. ຫ້າມເດັດຂາດບໍ່ໃຫ້ແຕະຕ້ອງຮ້ານຜີ ແລະ ນອນຂວາງລວງຍາວໃນກາງເດີ່ນເຮືອນ ເພາະເປັນຈຸດທ່າທີ່ນອນຂອງຜູ້ເສຍຊີວິດໃນເມື່ອຍາມສົງສະການ.
    ການເກີດ: ການເກີດສວນໃຫ່ຍແມ່ນຈະເກີດແບບທຳມະຊາດໃນໄລຍະກອນ, ຫຼັງຈາກການເກີດໄດ້ສາມມື້ ແມ່ນຈະເຮັດຂ້ວນນ້ອຍໃຫ້ກັບເດັກເກີດໃໝ່ ແລະ ຕັ້ງຊື່ໃຫ້, ຜູ້ເປັນແມ່ເດັກແມ່ນຕ້ອງນັ່ງໄຟເປັນໄລຍະ 1 ເດືອນ, ອາຫານ ການກິນຕ້ອງແມ່ນຕົ້ມໄກ່ໃສ່ຢາພື້ນເມືອງຂອງຊົນເຜົ່າມົ້ງ ເປັນລັກຈົນກວ່າຈະຄົບເດືອນ, ຕອ້ງ ອາບນ້ຳອຸ່ນ ປົກກະຕິ ເພື່ອຮັກສາສຸຂະພາບ ແລະ ບາດແຜ່ຕ່າງໆ. ໃນຊ່ວງຢູ່ກຳ ແມ່ນຫ້າມບໍ່ໃຫ້ແມ່ເດັກເຮັດ ວຽກໜັກຢ່າງເດັດຂາດ, ຈະໃຫ້ມີການພັກຜ່ອນຢ່າງພຽງພໍ.
    ການຕາຍ: ປະເພນີການສົງສະການດ້ວຍການຄົບງັນຊາກສົບຄົນຫຼາຍມື້ຫຼາຍຄືນໃນສະໄໝກ່ອນ ເພາະວ່າການ ເດີ່ນທາງໄປມາຫາສູ່ໄກ, ບໍ່ສະດວກ ແລະ ບໍ່ມີພາຫະນະໃນການເດີ່ນທາງ, ເພາະຈຳເປັນຕ້ອງລໍຖ້າພີ່ນ້ອງທາງໄກ ມາຮອດມາເຖີງກ່ອນ. ການຈັດການທາງພິທີກຳແມ່ນມີຫຼາຍຂັ້ນຕອນ, ຈະມີໝໍຜີ, ໝໍແຄນ, ໝໍກອງເຮັດໜ້າທີ່ຂອງຕົນເອງຈົນກວ່າຮອດມື້ສົງສະການ. ລູກຊາຍແຕ່ລະຄົນ ແລະ ຍາດຕິີ່ນ້ອງຈະຕ້ອງໄດ້ຂ້າສັດໃຫ້ເຊັ່ນ: ງົວ, ຄວາຍ ແລະ ໝູ ເປັນຕົ້ນ. ການສົ່ງສະການແມ່ນຈະເນັ້ນການຝັງເປັນລັກ, ຈຸດສະຖານທີ່ຝັງສົບແມ່ນຕ້ອງເບີ່ງອິງ ໃສ່ຮ່ວງຈຸ້ຍ ຫຼື ການຄັດເລືອກໂດຍຜູ້ກ່ຽວເອງກ່ອນເສຍຊີວິດ.
    ກໍລະນີມີບຸກຄົນໃດໜື່ງໃນຄອບຄົວມີການເຈັບເປັນ ແມ່ນທາງຄອບຄົວຈະຊອກຫາເຖົ້າແກ່ ຫຼື ໝໍ ມາລົງ ມົງກົງ ຫຼື ວ່າພາສົ່ງໂຮງໝໍພາຍຫຼັງ. ການລົງມົງກົງແມ່ນການປິ່ນປົວທາງໄຊຍະສາດ ເຊິ່ງຈະໄດ້ມີການຂ້າໄກ່, ໝູ, ແບ້, ງົວ ຫຼື ຄວາຍ ເພື່ອໄປຖວາຍໃຫ້ແກ່ຜີຟ້າ, ຜີແຖນ ແລະ ເຈົ້າຖິ່ນເຈົ້າຖານເພື່ອການປົກປ້ອງຮັກສາຜູ້ປວຍໃຫ້ດີຂື້ນ.
    ບຸນກິນຈຽງ: ບຸນກິນຈຽງປີໃໝ່ຂອງເຜົ່າມົ້ງ ແມ່ນຈັດຂື້ນໃນຊ່ວງເດືອນ ທັນວາ ຫາ ເດືອນ ມັງກອນ ຂອງທຸກໆປີ, ເຊີງໃນພາສາຂອງຊົນເຜົ່າເຮົາຈະເອີ້ນວ່າ “ ນໍເປເຈົາ” ຄຳວ່າ ນໍເປເຈົາ ໝາຍເຖີງ ກິນສາມສິບ (ເວລາສິ້ນເດືອນ, ສິ້ນປີ), ສາເຫດຍ້ອນວ່າຊົນເຜົ່າມົ້ງໄດ້ນັບມື້ຂອງເດືອນສາມກົນແຕ່ 1,2,3,4-30 ແລະ ມື້ທີ່ສາມສິບ ຫຼື ວ່າມື້ແຮມ 15 ຄ່ຳຂອງເດືອນ 12 ຂອງທຸກໆປີ. ໃນຊ່ວງຫຼີ້ນບຸນກິນຈຽງ ແມ່ນທຸກຄົນຈະເຕົ້າໂຮມກັນຢູ່ຈຸດ ດຽວ, ສະຖານທີ່ກວ້າງຂວາງ, ການນຸ່ງຖືແມ່ນນຸ່ງຊຸດຊົນເຜົ່າທັງນັ້ນ, ເຊິ່ງມີລວດລາຍຫຼາຍຮູບແບບເຄື່ອງນຸ່ງທີ່ໜ້າສົນໃຈຫຼາຍ. ການຫລິ້ນບຸນກິນຈຽງຖືວ່າເປັນໜື່ງໃນຊ່ວງໄລຍະຂອງຄູ່ບ່າວສາວຊອກຫາຄູ່ຮັກ, ຄູ່ຊີວິດ ໂດຍຕິດພັນກັບສີລະປະວັນນະຄະດີ ເຊັ່ນວ່າ: ການຕໍ່ກອນ, ຄຳພະຫຍາ, ຄຳສຸພາສິດ, ການຂັບລຳພື້ນເມືອງ, ຮ້ອງເພງ, ການຟ້ອນ, ເຕັ້ນ, ສີຊໍ, ເປົ່າປີ່, ເປົ່າຂຸ່ຍ, ເປົ່າແຄນ, ໂຍນໝາກຄອນ ແລະ ອື່ນໆ. ສ່ວນດ້ານກິລາ ກໍ່ຈະມີ ກິລາງົວຊົນ, ເຕາະບານ, ຍິງໜ້າເກັກ, ໝາກຄ່າງ ແລະ ກິລາພື້ນເມືອງອື່ນໆ. ບຸນກິນຈຽງຖືວ່າເປັນບຸນໃຫ່ຍ ແລະ ເປັນບຸນປະເພນີທີ່ສຳຄັນທີ່ສຸດຂອງຊົນເຜົ່າມົ້ງ ເຖີງວ່າຈະໄປເຮັດວຽກຢູ່ໃກ້ຢູ່ໄກ ເມື່ອຍາມຮອດບຸນກິນຈຽງມາ ແມ່ນຕ້ອງໄດ້ກັບມາຍ້າວມາເຮືອນເພື່ອ ເຮັດພິທີທາງສາສະໜາ ແລະ ຕາມຮີດຄອງປະເພນີ.

    ດ້ານເສດຖະກິດ: ເຜົ່າມົ້ງສ່ວນໃຫ່ຍຍຶດຖືອາຊີບຕົ້ນຕໍ່ເຊັ່ນວ່າ: ການປູກເຂົ້າ, ສາລີ, ເຂົ້າໂພດ, ພືດຜັກ ແລະ ເຄື່ອງປູກຂອງຝັງອື່ນໆ. ນອກຈາກນັ້ນ, ຍັງຍືດຖືການລ້ຽງສັດ ຄື: ງົວ, ຄວາຍ, ໝູ, ໄກ່, ເປັດ, ມ້າ, ໝາ ແລະ ສັດອື່ນໆ ເພື່ອມາຮັບໃຊ້ຊີວິດປະຈຳວັນ. ຄົນມົ້ງສ່ວນໃຫ່ຍເປັນຄົນດຸໝັ່ນຂະຫຍັນພຽນ, ວຽກເພີ່ມເຕີມຂອງຜູ້ ຊາຍແມ່ນຕີພ້າ, ມີດ, ຂວານ ແລະ ເຄື່ອງມືລ້າສັດຕ່າງໆ ສ່ວນຜູ້ຍິງແມ່ນຈະເນັ້ນໃສ່ການຫຍິບ ແລະ ຖັກແສ່ວຕ່າງໆ. ໃນເມື່ອກ່ອນແມ່ນຜະລິດຮັບໃຊ້ສະເພາະຄອບຄົວ, ແຕ່ມາຮອດປະຈຸບັນແມ່ນກາຍເປັນສິນຄ້າທີ່ເປັນເອກະລັກ ຂອງຊົນເຜົ່າມົ້ງທີ່ສົ່ງອອກທັງພາຍໃນ ແລະ ຕ່າງປະເທດ.

ຂອບໃຈຂໍ້ມູນຈາກ: ສູນທ່ອງທ່ຽວແຂວງອຸດົມໄຊ