ຂໍ້ມູນກ່ຽວກັບ ຊົນເຜົ່າຢັ້ງ

ຊົນເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.

ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ. ຄໍາສັບທີ່ວ່າ “ຢັ້ງ” ມີຄວາມຫມາຍລະອຽດຈະແຈ້ງແມ່ນ ຍຸດ” ຫຼື “ເຊົາ.

ພາສາ: ມີພາສາປາກເວົ້າຂອງຊົນເຜົ່າຕົນເອງໄດ້ຈັດເຂົ້າຢູ່ໃນຫມວດພາສາ ລາວ-ໄຕ, ຖ້າຈະໄຈ້ແຍກ, ວິໄຈລະອຽດພາສາປາກເວົ້າ ຫຼື ສໍານຽງການປາກເວົ້າຄ້າຍຄືກັບ ສຳນຽງການປາກເວົ້າຂອງຊົນເຜົ່າລື້ ແຕ່ຫາກຕ່າງກັບ ຊົນເຜົ່າຢັ້ງ ບໍ່ມີຕົວຫນັງສືຂຽນຄື: ຊົນເຜົ່າລື້ ແລະ ຊົນເຜົ່າລາວ.

ຄວາມເຊື່ອຖື ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງ ຊົນເຜົ່າຢັ້ງ

ຊົນເຜົ່າຢັ້ງ ຢູ່ ແຂວງອຸດົມໄຊ ແມ່ນໄດ້ເຊື່ອຖື ແລະ ເຄົາລົບບູຊາບັນພະບູລຸດຂອງຕົນແລະ ສິ່ງສັກສິດທັງປວງເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ ແລະ ອື່ນໆ. ນອກຈາກ ນັ້ນ ເຜົ່າຢັ້ງຍັງມີພິທີກຳທາງຮີດຄອງໃນການຊອກຫາດິນບ່ອນຕັ້ງບ້ານ,ເຮືອນ, ພິທີ່ກາໍເວລາໃກ້ຈະດຳນາ, ພິທີກຳເຂົ້ານາໃກ້ຈະງາມເປັນບ່າວເປັນສາວ ແລະ ພິທີກຳທີ່ເປັນງານບຸນໃຫຍ່ ສໍາຄັນທີ່ສຸດ ແມ່ນບຸນກິນຈຽງຂອງເຜົ່າຢັ້ງ (ໃນເວລາດຽວກັນກັບເຜົ່າອາຄາ ແລະ ເຜົ່າໄຕດຳ ).


ລັກສະນະເຮືອນ: ແມ່ນປຸກສ້າງເຮືອນຮ້ານແບບເຮືອນຂອງເຜົ່າລາວ ແລະ ເຜົ່າລື້ ແຕ່ຂະຫນາດ ແລະ ການຈັດວາງໃນເຮືອນມີອັນແຕກຕ່າງກັນກັບເຜົ່າລາວ ແລະ ເຜົ່າລື້, ເຜົ່າຢັ້ງໃນເຮືອນ ມີຮ້ານຜີ ແລະ ມີຂໍ້ຫ້າມຂະ ລາໍຫຼາຍຢ່າງເພາະເຜົ່າຢັ້ງເຊື່ອຖືບັນພະບູລຸດ ແລະ ສິ່ງສັກສິດມີການຄະລຳມີຂໍ້ຫ້າມ ຫຼາຍກ່ວາເຜົ່າລື້ແລະ ເຜົ່າລາວ ຕົວຢ່າງ: ການລ່ວງລະເມີດເຂົ້າຫ້ອງນອນຂອງ ສະມາຊິກພາຍໃນເຮືອນ ຈະຖືກປັບ ໃໝ່ປົວແປ້ງຜີເຮືອນ ຫມູ 4 ກຳ 1 ໂຕ, ເຫຼົ້າຂາວ 1 ລິດ, ເຫຼົ້າໄຫ 1 ໄຫ ແລະ ອື່ນໆ.

ເຜົ່າຢັ້ງ ມີເຄື່ອງນຸ່ງຫົ່ມເອ້ຍ້ອງແຕກຕ່າງກັບຊົນເຜົ່າອື່ນ ໃນກຸ່ມພາສາປາກເວົ້າ ລາວ-ໄຕ ແລະ ເຜົ່າຢັ້ງມີຮີດຄອງປະ ເພນີໃນການແຕ່ງງານມີ 2 ລັກສະນະເຊັ່ນ:

1. ແຕ່ງງານຜ່ານຄວາມເຫັນດີເຫັນພ້ອມຂອງພໍ່ແມ່ທັງສອງຝ່າຍໄດ້ຕົກລົງ ປົງໃຈຊອກໃຫ້ຄູ່ບ່າວສາວຕ້ອງໄດ້ເອົາກັນ (ແບບບັງຄັບຂອງພໍ່ແມ່).
2. ຄູ່ບ່າວສາວຫາກໄດ້ພົບກັນຮັກມັກກັນແລ້ວສະເຫນີໃຫ້ພໍ່ແມ່ຕົນທັງສອງເບື້ອງສອງຝ່າຍຈິ່ງແຕ່ງງານນາໍກັນ. ແຕ່ເຫັນໄດ້ວ່າຂອດການແຕ່ງງານ ຂອງເຜົ່າຢັ້ງ ໄດ້ແຍກອອກເປັນຫຼາຍໆຂັ້ນຕອນທີ່ສຸດ ເຜົ່າຢັ້ງກໍ່ຄືເຜົ່າອື່ນໆ.

ໃນກຸ່ມພາສາປາກເວົ້າລາວ-ໄຕ ແມ່ນປະຕິບັດລະບອບ ຜົວດຽວ-ເມຍດຽວ ແຕ່ໃນກໍລະນີມີການຢ່າຮ້າງກັນຕ້ອງໄດ້ຊອກຫາສາເຫດລະອຽດເບື້ອງຜົວຜິດ ຫຼື ເມຍຜິດ. ກໍລະນີຜົວຜິດ ແລະ ຂໍຢ່າຮ້າງເມຍຕ້ອງໄດ້ເສຍໃຫ້ເມຍ ແລະ ພີ່ນ້ອງທາງເມຍ 5 ໝັນຫົວໜາມ ແລະ ກໍລະນີເມຍເປັນຜູ້ຜິດທັງຂໍຍ່າຮ້າງຕ້ອງໄດ້ເສຍໃຫ້ຜົວຈາໍນວນ 12 ໝັນຫົວຫນາມ (ນີ້ແມ່ນ ຮີດຄອງໃນສະໄຫມກ່ອນພຸ້ນ).

ເຜົ່າຢັ້ງມີປະເພນີການສົ່ງສະການ: ມີຫຼາຍຂັ້ນຕອນທີ່ແຕກຕ່າງກັບຊົນເຜົ່າອື່ນໆ ໃນກຸ່ມພາສາປາກເວົ້າ ລາວ-ໄຕ ດ້ວຍການຂຸດຂຸມຝັງສົບຄົນຕາຍ, ເຜົ່າຢັ້ງມີຮີດຄອງປະເພນີການເກີດລູກຢູ່ໃນເຮືອນຫີ້ງບ່ອນ ນອນຂອງຄູ່ຜົວ ເມຍ ແລ້ວຢູ່ກຳເຊິ່ງໜ້າກັບເຕົາໄຟ, ເວລາເກີດລູກມີແມ່ຂອງຜົວ ແລະ ແມ່ຂອງເມຍເປັນຜູ້ເບິ່ງແຍງຊ່ວຍເຫຼືອເປັນຢ່າງດີ ແລະ ຢູ່ກາໍເດືອນຮອດຫນຶ່ງເດືອນ.

ດ້ານສີລະປະວັນນະຄະດີ: ເຜົ່າຍັງບໍ່ມີກອນຂັບລຳເປັນຂອງເຜົ່າຕົນເອງ, ແຕ່ມີເຄື່ອງດົນຕີພື້ນເມືອງຂອງເຜົ່າ ຕົນເອງເຊັ່ນ: ສີຊໍ, ຄ້ອງ, ກອງຂັນ, ກະຈັບປີ່ ຍ້ອນວ່າ ເຜົ່າຢັ້ງເຊື່ອຖືບັນພະບູຣຸດຈິ່ງມີໝໍດູ, ໝໍມໍ, ໝໍຜີ ແລະ ໝໍຢາ ພື້ນເມືອງເພື່ອເປັນທີ່ເພິ່ງທາງດ້ານຈິດໃຈຂອງຊາວບ້ານ.

ດ້ານເສດຖະກິດ: ຊົນເຜົ່າຢັ້ງມີອາຊີບຕົ້ນຕໍແມ່ນເຮັດນາປູກເຂົ້າຫນຽວ ແລະ ກໍ່ມີບາງບ້ານສະພາບທີ່ຕັ້ງບໍ່ອໍາ ນວຍ ຈຶ່ງເຮັດໄຮ່, ເຮັດສວນ ປູກພືດທາດແປ້ງເປັນຕົ້ນແມ່ນ:ມັນ, ເຜືອກ, ສາລີ, ນອກຈາກນີ້ຍັງລ້ຽງສັດປະເພດຕ່າງໆ ເຜົ່າຢັ້ງທັງຜູ້ຊາຍ ແລະ ແມ່ຍິງແມ່ນມີຄວາມຊໍານານດ້ານຫັດຖະກໍາຈັກສານ ຕໍ່າ່ຫູກທໍ່ໄຫມ, ຕີເຫຼັກ ແລະ ອື່ນໆ ເພື່ອເປັນການປະກອບສ່ວນເພີ່ມລາຍໄດ້ໃຫ້ແກ່ຄອບຄົວ.

ເຜົ່າຢັ້ງ: ກໍ່ແມ່ນອີກຊົນເຜົ່າຫນຶ່ງທີ່ຍັງຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງເຜົ່າຕົນໄວ້ ໄດ້ນອກນັ້ນຍັງມີການອານຸລັກ ແລະສົ່ງເສີມສິນລະປະວັນນະຄະດີພື້ນເມືອງຂອງເຜົ່າຕື່ມອີກ.

ຂອບໃຈຂໍ້ມູນຈາກ: ສູນທ່ອງທ່ຽວແຂວງອຸດົມໄຊ