ວັດພະເຈົ້າສິງຄຳ ຕັ້ງຢູ່ໃຈກາງເທດສະບານ ເມືອງຫຼາ, ມີທ່າແຮງໃນການພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວ. ເປັນວັດທີ່ເກົ່າແກ່, ມີປະຫວັດຄວາມເປັນມາ ທີ່ຍາວນານ ແລະ ເປັນວັດທີ່ມີ ພະເຈົ້າສັກສິດແຫ່ງໜຶ່ງ ທີ່ມີຊາວພຸດ ແລະ ສາສະນິກະຊົນທົ່ວໄປ ໄດ້ເຂົ້າໄປ ກາບໄຫ້ວພະເຈົ້າສິງຄຳ ເປັນຈຳນວນຫຼວງຫຼາຍ ເພື່ອຂໍພອນຕ່າງໆ ຕາມໃຈປະສົງ ຂອງແຕ່ລະຄົນ ບໍ່ໄດ້ຂາດໃນແຕ່ລະວັນ. ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກໍ່ຄືໂຄງການພັດທະນາ ການທ່ອງທ່ຽວ ແບບຍືນຍົງແຂວງອຸດົມໄຊ ໄດ້ພັດທະນາ ແລະ ປັບປຸງກໍ່ສ້າງ ສິ່ງອຳນວຍຄວາມສະດວກ ຂະນາດນ້ອຍ ເປັນຕົ້ນແມ່ນຫ້ອງນ້ຳ, ບ່ອນຂາຍທູບທຽນ, ບ່ອນເຊົ່າ (ຫຼືປ່ຽນສິ້ນ) ແລະ ເດີ່ນຈອດລົດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຂົ້າມາຢ້ຽມຊົມ ແລະ ກາບໄຫວ້ພະເຈົ້າສິງຄຳ.
ວັດພະເຈົ້າສິງຄຳ ແຕ່ກ່ອນເອີ້ນວ່າ “ວັດກາງ” ເພາະເປັນວັດໃຫຍ່ ທີ່ຊາວເມືອງຫຼາ ພາກັນມາກາບໄຫ້ວ ສັກກາລະບູຊາ ເປັນທີ່ເພິ່ງທາງໃຈ. ຕາມການສັນນິຖານ ຂອງເຖົ້າແກ່, ວັດນີ້ ໄດ້ສ້າງຂຶ້ນ ປະມານ 2000 ກວ່າປີແລ້ວ ຕັ້ງຢູ່ເທິງ ພູເຂົາຄວາຍ ບ້ານປາກຫຼາ (ປະຈຸບັນ ໂຮມເປັນບ້ານດອນສະອາດ). ພາຍຫຼັງ ໄດ້ເອົາພະເຈົ້າສິງຄຳ ມາປະດິດສະຖານໄວ້ ຈຶ່ງປ່ຽນຊື່ວັດກາງມາເປັນ “ວັດພະເຈົ້າສິງຄຳ” ຕາມຊື່ ຂອງພະເຈົ້າສິງຄຳ ຈົນເຖິງປະຈຸບັນ. ພູເຂົາຄວາຍສະຖານທີ່ຕັ້ງ ວັດພະເຈົ້າສິງຄຳແຫ່ງນີ້ ປະກົດມີຮູ ຢູ່ເທິງພູເບື້ອງນ້ຳຫຼາ ມີລັກສະນະ ກ້ຽງບໍ່ເສົ້າໝອງ. ຕາມການເລົ່າຂານວ່າ: ເມື່ອວັນໜຶ່ງ ມື້ວັນສິນໃຫຍ່ ຂຶ້ນ 14-15 ຄ່ຳ, ສຳມະເນນໄດ້ເຫັນຊາຍໜຸ່ມ ເອົາຜ້າສີແດງມັດຫົວ ຂຶ້ນມາໄຫວ້ ພະເຈົ້າສິງຄຳ ແລ້ວກໍ່ລົງຮູຫາຍໄປ ສ້າງຄວາມອັດສະຈັນ, ພະສົງສາມະເນນ ຈຶ່ງໄປບອກຊາວບ້ານໄປເບິ່ງຮູດັ່ງກ່າວ ແລະ ຊາວບ້ານ ກໍ່ປະຫຼາດໃຈຫຼາຍ ຕໍ່ມາຊາວບ້ານ ຈຶ່ງຕົກລົງກັນ ເອົາໝາກພຸກ ມາປ່ອນລົງຮູດັ່ງກ່າວ ແລ້ວໃຫ້ຄົນໄປເບິ່ງວັງນ້ຳພາກ ຄື: ວັງຄຳ, ວັງອີງ, ວັງອ່າງ ກໍ່ແມ່ນວັງນ້ຳຕາມສາຍນ້ຳພາກ, ນ້ຳຫຼາ. ນັບແຕ່ນັ້ນມາຊາວບ້ານ ຈຶ່ງເວົ້າກັນວ່າ ແມ່ນຮູພະຍານາກ ຂຶ້ນມາໄຫວ້ພະເຈົ້າສິງຄຳ. ສະນັ້ນ, ຊາວບ້ານ ຈຶ່ງຢ້ານພະຍານາກ ເອົາພະເຈົ້າສິງຄຳ ໄປໄວ້ໃນນ້ຳຕື່ມອີກ; ຊາວບ້ານ ຈຶ່ງພາກັນຊອກຫາເອົາ ສິ່ງເປິເປື້ອນມາຖິ້ມລົງຮູ ແລະ ອັດຮູໄວ້ ຈົນເຖິງປະຈຸບັນ ແລະ ກໍ່ບໍ່ປະກົດເຫັນ ພະຍານາກຂຶ້ນມາອີກ. ລະຫວ່າງປີ ພສ 2000 ປີ ກົງກັບປີ ຄສ 1457 ຊາວບ້ານ ຈຶ່ງໄດ້ສ້າງອາຣາມ ແບບສີລະປະເຜົ່າລື້ຂຶ້ນ ແລະ ໄດ້ກໍ່ອຸໂມງກວມໄວ້ ໃນໃຈກາງອາຣາມ ແລ້ວເອົາພະເຈົ້າສິງຄຳໄວ້ ໃນອຸໂມງ ໂດຍແມ່ນນາຍຊ່າງຫໍ້ ເປັນຜູ້ສ້າງ ແຕ່ບໍ່ທັນ ສຳເລັດສົມບູນເທື່ອ. ຮອດປີ ພສ 2743 (ຄສ 1930) ໄດ້ມີສາທຸຈຳປາ ເປັນຄົນບ້ານດອນລ້ອມ ໄດ້ມາປະຈຳ ແລະ ນຳພະສົງສາມະເນນ ອອກຕົນຍາດໂຍມ ສືບຕໍ່ກໍ່ສ້າງຈົນສຳເລັດ ແລະ ກໍ່ຝາຕາມແບບເຜົ່າລື້ ລ້ອມຝາຂຶ້ນເຄິ່ງໜຶ່ງ. ຕໍ່ມາ ສາທຸອ້ວນ ຄົນບ້ານຫາດນາງ ໄດ້ສືບຕໍ່ເຮັດຝາ, ໃສ່ປ່ອງຢ້ຽມ ຄືປະຈຸບັນ ແຕ່ຍັງຕ່ຳເລັກໜ້ອຍ (ບໍ່ພຽງປາຍເສົາ)
ແຫຼ່ງ: ອົງການພັດທະນາການທ່ອງທ່ຽວ, www.laogov.gov.la