ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງອຸດົມໄຊ ເປີດກວ້າງ ຄັ້ງທີ 10 ສະໄໝທີ IX

ຄະນະບໍລິຫານງານພັກແຂວງ

ກອງປະຊຸມ ຄົບ ຄະນະບໍລິຫານງານພັກ ແຂວງອຸດົມໄຊ ເປີດກວ້າງ ຄັ້ງທີ 10 ສະໄໝທີ IX
ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 10 ກໍລະກົດ ນີ້ ທີ່ຫ້ອງປະຊຸມ ຫ້ອງວ່າການ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ – ໜ່ວຍພັກຮາກຖານ ອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມ ໄດ້ຕີລາຄາສະພາບການເຄື່ອນໄຫວນໍາພາ – ຊີ້ນໍາ ຈັດຕັ້ງປະຕິບັດວຽກງານຮອບດ້ານຂອງ ຄະນະບໍລິຫານງານພັກ ແຂວງ ສະໄໝທີ IX ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ໂດຍຊີ້ໃຫ້ຮູ້ວ່າ ຕະຫຼອດໄລຍະ 6 ເດືອນ ທີ່ຜ່ານມາ, ຄະນະບໍລິຫານງານພັກແຂວງ ໄດ້ນໍາພາ – ຊີ້ນໍາ ຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ ປະຈໍາປີ 2024 ດ້ວຍຄວາມຮັບຜິດຊອບການເມືອງ, ຄວາມຕັດສິນໃຈ ສຸມທຸກກໍາລັງແຮງຂອງບັນດາຄະນະບໍລິຫານງານພັກແຂວງ ເຂົ້າໃນການນໍາພາ – ຊີ້ນໍາ ວຽກງານຢູ່ໃນຄວາມຮັບຜິດຊອບຂອງຕົນ ເຫັນວ່າ ມີຫຼາຍວຽກສາມາດຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ມີຜົນສໍາເລັດດີ.

ອັນພົ້ນເດັ່ນ ແມ່ນເຮັດໃຫ້ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມຍັງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໄດ້ໂດຍພື້ນຖານ, ແຜນພັດທະນາເສດຖະກິດ – ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ( GDP ) ຂະຫຍາຍຕົວໃນລະດັບ 3.18%, ສ້າງມູນຄ່າເພີ່ມໃນປີໄດ້ 9,048.44 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ ເທົ່າກັບ 1,172 ໂດລາສະຫະລັດ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດ ວຽກງານຂອງພະແນກການ, ອົງການ ຈໍານວນໜຶ່ງ, ຮັບຟັງການລາຍງານຄວາມຄືບໜ້າ ຂອງການດໍາເນີນກອງປະຊຸມໃຫຍ່ ປັບປຸງຮາກຖານພັກຂັ້ນບ້ານ, ສໍານັກງານ – ອົງການ ອ້ອມຂ້າງເມືອງ ແລະ ແຜນການກະກຽມ – ດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ; ຮັບຟັງການລາຍງານແຜນການ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X; ຄົ້ນຄວ້າພິຈາລະນາຮັບຮອງເອົາໂຄງຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ – ສັງຄົມ ຄັ້ງທີ X ຂອງແຂວງ; ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດານິຕິກໍາຂອງສູນກາງພັກ ເປັນຕົ້ນ ແມ່ນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8, ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ນິຕິກໍາຕ່າງໆຈໍານວນໜຶ່ງ ກອງປະຊຸມຈະດຳເນີນເປັນເວລາ 2 ວັນຈິ່ງສຳເລັດ