ເສດຖະກິດ 6 ເດືອນຕົ້ນປີ 2024 ຂອງແຂວງອຸດົມໄຊ ຂະຫຍາຍຕົວ ໃນລະດັບ 2,67%

ອຸດົມໄຊ

ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ – ສັງຄົມ ຂອງ ແຂວງອຸດົມໄຊ ໃນຕະຫລອດໄລຍະ 6 ເດືອນຕົ້ນປີ 2024 ນີ້ ເຖິງແມ່ນວ່າ ຈະປະສົບພົບພໍ້ກັບສະພາບບັນຫາໃນຫລາຍດ້ານ ເປັນຕົ້ນແມ່ນ ສະພາບອັດຕາເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມສູງຂຶ້ນ ກໍຕາມ ແຕ່ສະພາບເສດຖະກິດຂອງ ແຂວງອຸດົມໄຊ ກໍຍັງສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ນາງ ຈັນທະລາ ໄຊບຸນເຮືອງ

ອີງຕາມການລາຍງານຂອງ ທ່ານ ນາງ ຈັນທະລາ ໄຊບຸນເຮືອງ ຫົວຫນ້າພະແກນແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໃນກອງປະຊຸມ ເປີດກວ້າງ ຂອງອົງການປົກຄອງແຂວງ 6 ເດືອນຕົ້ນປີ 2024 ເຫັນວ່າ: ສະພາບເສດຖະກິດ ຂອງແຂວງອຸດົມໄຊ ແມ່ນມີການຂະຫຍາຍຕົວ ຢູ່ໃນລະດັບ 2,67% ( ຕາມແຜນການ ຫມົດປີ ທີ່ສະພາປະຊາຊົນແຂວງ ຮັບຮອງ ແມ່ນ 4,73% ) ລວມມູນຄ່າ GDP ບັນລຸ 8.786,16 ຕື້ ເທົ່າກັບ 93% ຂອງແຜນການ ( ມະຕິສະພາປະຊາຊົນແຂວງ ຮັບຮອງ ແມ່ນ 9.422,24 ຕື້ກີບ ) ສະເລ່ຍຕໍ່ຫົວຄົນ ປະຕິບັດໄດ້ 1.167 ໂດລາສະຫະລັດ ( ມະຕິສະພາປະຊາຊົນແຂວງ ຮັບຮອງ ແມ່ນ 1.378 ໂດລາສະຫະລັດ ) ບົນພື້ນຖານແມ່ນອີງໃສ່ອັດຕາແລກປ່ຽນ ສະເລ່ຍ 20.578 ກີບ ຕໍ່ 1 ໂດລາສະຫະລັດ.

ໃນນີ້ ຂະແຫນງກະສິກຳ ຂະຫຍາຍຕົວ 4,49% ກວມເອົາ 36,53% ຂອງ GDP, ຂະແຫນງອຸດສາຫະກຳ ຂະຫຍາຍຕົວ 2,03% ກວມເອົາ 12,65% ຂອງ GDP, ຂະແຫນງບໍລິການ ຂະຫຍາຍຕົວ 1,45% ກວມເອົາ 49,45% ຂອງ GDP ແລະ ພາສີອາກອນ – ຜະລິດຕະພັນ ຂະຫຍາຍຕົວ 1,77% ກວມເອົາ 1,36% ຂອງ GDP.

ທັງຫມົດນີ້ ແມ່ນເນື່ອງມາຈາກ ການນໍາພາ – ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງ, ການຕິດຕາມ, ກວດກາ ຂອງສະພາປະຊາຊົນແຂວງ ຕະຫລອດຮອດຄວາມເອົາໃຈໃສ່ ຈັດຕັ້ງປະຕິບັດຫນ້າທີ່ຢ່າງຕັ້ງຫນ້າຂອງບັນດາຂະແຫນງການ ລວມທັງ ປະຊາຊົນບັນດາເຜົ່າ ຈິ່ງສາມາດເຮັດໃຫ້ສະພາບ ເສດຖະກິດ – ສັງຄົມ ຂອງແຂວງອຸດົມໄຊ ຍັງສືບຕໍ່ມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ອັນພົ້ນເດັ່ນອີກດ້ານຫນຶ່ງ ກໍເນື່ອງມາຈາກ ການຈັດຕັ້ງປະຕິບັດຄາດຫມາຍມະຫາພາກ ດ້ານເສດຖະກິດ-ສັງຄົມ ເຫັນວ່າ: ຫລາຍຄາດຫມາຍ ມີຄວາມຄືບຫນ້າ ແລະ ປະຕິບັດສຳເລັດ ເກີນ 50% ຂຶ້ນໄປ.

ຂ່າວ: ຄານມະນີ ຮຽນດໍຈັນ