ວັນທີ 12 ເມສາ ປີ 1986 ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກແຂວງໄດ້ໄຂຂຶ້ນ, ມີຜູ້ແທນເຂົ້າຮ່ວມ 147 ສະຫາຍ ຕາງໜ້າໃຫ້ໜ່ວຍພັກໃນທົ່ວແຂວງ 339 ໜ່ວຍ ແລະ ສະມາຊິກພັກ 3.726 ສະຫາຍ, ກອງປະຊຸມໃຫຍ່ໄດ້ເລືອກເອົາຄະນະພັກແຂວງຈຳນວນ 31 ສະຫາຍ ໃນນີ້ມີກຳມະການສຳຮອງ 2 ສະຫາຍ ແລະ ເລືອກເອົາຄະນະປະຈຳ 7 ສະຫາຍຄື:
- ສະຫາຍ ສົມແພງ ແກ້ວບຸນຫວນ ກຳມະການສູນກາງພັກ ເປັນເລຂາ
- ສະຫາຍ ຈານບຸນມີ ຈະເລີນໄຊ ເປັນເຈົ້າແຂວງ
- ສະຫາຍ ໄຊເຊັງລີ ເຕັງເບຼຍຈື ເປັນຮອງເລຂາ
- ສະຫາຍ ທອງພັນ ແກ້ວໂພໄຊ ເປັນຄະນະປະຈຳ
- ສະຫາຍ ສົມສີ ໄຊບຸນເຮືອງ ເປັນຄະນະປະຈຳ
- ສະຫາຍ ລາວກົວລີ ເປັນຄະນະປະຈຳ
- ສະຫາຍ ບຸນທອນ ສຸດທິວົງ ເປັນຄະນະປະຈຳ
- ສະຫາຍ ບຸນປັນ ນັນທະລາ ເປັນກຳມະການ
- ສະຫາຍ ບຸນທຳ ປັນຍາຂັນ ເປັນກຳມະການ
- ສະຫາຍ ທອງດຳ ວົງສະຫວັນ ເປັນກຳມະການ
- ສະຫາຍ ສົມຈະເລີ ເປັນກຳມະການ
- ສະຫາຍ ທອງລີ ເປັນກຳມະການ
- ສະຫາຍ ສະແຫວງໄຊ ອິນພູວຽງ ເປັນກຳມະການ
- ສະຫາຍ ຈັນສຸກ ບຸນປະຈິດ ເປັນກຳມະການ
- ສະຫາຍ ຈັນດີຢາງ ເປັນກຳມະການ
- ສະຫາຍ ທິດຄຳພັນ ເປັນກຳມະການ
- ສະຫາຍ ໄມ່ຕ້າວ ເປັນກຳມະການ
- ສະຫາຍ ຊຽງຈັນເພັງ ເພັດມະນີ ເປັນກຳມະການ
- ສະຫາຍ ຄຳຊາຍ ມຸງມີໄຊ ເປັນກຳມະການ
- ສະຫາຍ ບຸນທອງ ປັນຍາລັກ ເປັນກຳມະການ
- ສະຫາຍ ພອນສະຫວັນ ເປັນກຳມະການ
- ສະຫາຍ ທອງໄຊ ຍາຍົງຊື ເປັນກຳມະການ
- ສະຫາຍ ບຸນເລີມ ແກ້ວມະນີໄຊ ເປັນກຳມະການ
- ສະຫາຍ ຄຳແພງ ພົມມະລາສີ ເປັນກຳມະການ
- ສະຫາຍ ບຸນລົມ ໄຊຍະວົງ ເປັນກຳມະການ
- ສະຫາຍ ຈັນວົງ ຊົງໄຊເຊົາ ເປັນກຳມະການ
- ສະຫາຍ ອຸດທິ ແສງເດືອນ ເປັນກຳມະການ
- ສະຫາຍ ຄຳອອນ ແສງສະຫວັນ ເປັນກຳມະການ
- ສະຫາຍ ນາງ ສີມົວ ເປັນກຳມະການ
- ສະຫາຍ ຈິດຕະວົງ ສີວັງຈາວ ເປັນກຳມະການ ສຳຮອງ
- ສະຫາຍ ຄຳທອງ ເປັນກຳມະການ ສຳຮອງ
- ມາເຖິງປີ 1987 ສະຫາຍ ສົມແພງ ແກ້ວບຸນຫວນ ໄດ້ຍ້າຍໄປຢູ່ສູນກາງ, ແຕ່ງຕັ້ງ ສະຫາຍ ໄຊເຊັງລີ ເຕັງເບຼຍຈື ວ່າການເລຂາແທນ ແລະ ແຕ່ງຕັ້ງ ສະຫາຍ ສົມສີ ໄຊບຸນເຮືອງ ຂຶ້ນເປັນປະທານ ປົກຄອງແຂວງ.


ຂໍ້ມູນຈາກ: ປື້ມປະຫວັດສາດແຂວງອຸດົມໄຊ