ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ V
ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກແຂວງ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 29 ມີຖຸນາ 1997 ຢູ່ທີ່ຫໍວັດທະນະທຳແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ມີຜູ້ແທນເຂົ້າຮ່ວມ 98 ສະຫາຍ ທີ່ຕາງໜ້າໜ່ວຍພັກໃນທົ່ວແຂວງ416 ໜ່ວຍ ແລະ ສະມາຊິກພັກ ຈຳນວນ 4.253 ສະຫາຍ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກແຂວງ ຈຳນວນ 21 ສະຫາຍ, ຍິງ 3 ສະຫາຍ; ໃນນີ້ ຄະນະປະຈຳພັກແຂວງ 7 ສະຫາຍ, ຍິງ 1 ສະຫາຍ ຄື:
- ສະຫາຍ ບຸນທອງ ຈິດມະນີ ກຳມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ
- ສະຫາຍ ຄຳຊາຍ ມຸງມີໄຊ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ
- ສະຫາຍ ສົມສີ ໄຊບຸນເຮືອງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ
- ສະຫາຍ ໜໍ່ແສງ ອິນແກ້ວມະນີ ເປັນຄະນະປະຈຳພັກແຂວງ
- ສະຫາຍ ພັທ ວິສອນ ລໍເບຼຍລື ເປັນຄະນະປະຈຳພັກແຂວງ
- ສະຫາຍ ບຸນລົມ ໄຊຍະວົງ ເປັນຄະນະປະຈຳພັກແຂວງ
- ສະຫາຍ ນາງ ສີມົວ ລີ ເປັນຄະນະປະຈຳພັກແຂວງ
- ສະຫາຍ ຄຳຜາຍ ເພັດໄຊສີ ເປັນກຳມະການພັກແຂວງ
- ສະຫາຍ ທອງພັນ ຄູນປະເສີດ ເປັນກຳມະການພັກແຂວງ
- ສະຫາຍ ສີວັນສອນ ວົງລ້ອມ ເປັນກຳມະການພັກແຂວງ
- ສະຫາຍ ໄມ່ລຸນ ປັນຍາສັກ ເປັນກຳມະການພັກແຂວງ
- ສະຫາຍ ສີພອນ ອິນຕະລາ ເປັນກຳມະການພັກແຂວງ
- ສະຫາຍ ສອນ ສຸອຳໄພ ເປັນກຳມະກນພັກແຂວງ
- ສະຫາຍ ຄຳແພງ ຈິດຕະວົງ ເປັນກຳມະການພັກແຂວງ
- ສະຫາຍ ຄຳຫຼ້າ ລິ້ງນະສອນ ເປັນກຳມະການພັກແຂວງ
- ສະຫາຍ ພັທ ໄມ່ຕາ ອິນທະວົງ ເປັນກຳມະການພັກແຂວງ
- ສະຫາຍ ຢາລື ຕົງເນັງ ເປັນກຳມະການພັກແຂວງ
- ສະຫາຍ ນາງ ສົມລີ ສຸພັນທອງ ເປັນກຳມະການພັກແຂວງ
- ສະຫາຍ ນາງ ແກ້ວສະຫວ່າງ ກິດຕິວົງ ເປັນກຳມະການພັກແຂວງ
- ສະຫາຍ ບຸນລອດ ອ່ອນພະຈັນ ເປັນກຳມະການພັກແຂວງ
- ສະຫາຍ ຫຸມແພງ ມິ່ງບຸບຜາ ເປັນກຳມະການພັກແຂວງ



ມາຮອດປີ 2000 ກຳມະການພັກແຂວງ 3 ສະຫາຍໄດ້ອອກພັກຜ່ອນຮັບເບ້ຍບຳນານ; ຄະນະປະຈຳພັກແຂວງ1 ສະຫາຍແລະ ກຳມະການພັກແຂວງ 1 ສະຫາຍມີການປັບປຸງ.
ມາຮອດເດືອນ ພຶດສະພາ 2001 ສະຫາຍ ບຸນທອງ ຈິດມະນີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ກັບຄືນໄປຮັບໜ້າທີ່ໃໝ່ຢູ່ສູນກາງ. ໃນວັນທີ 23 ເມສາ 2002 ສູນກາງພັກໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ບຸນປອນ ບຸດຕະນະວົງ ກຳມະການສູນກາງພັກເປັນເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ບົ່ງຕົວຄະນະພັກຄືນໃໝ່, ເວລານີ້ ຄະນະບໍລິຫານງານພັກແຂວງ ປະກອບມີ 17 ສະຫາຍ, ຍິງ 3 ສະຫາຍ; ໃນນີ້ ຄະນະປະຈຳພັກແຂວງ 6 ສະຫາຍ, ຍິງ1 ສະຫາຍຄື:
- ສະຫາຍ ບຸນປອນ ບຸດຕະນະວົງ ກຳມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ
- ສະຫາຍ ສົມສີ ໄຊບຸນເຮືອງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ
- ສະຫາຍ ໜໍ່ແສງ ອິນແກ້ວມະນີ ເປັນຄະນະປະຈຳພັກແຂວງ
- ສະຫາຍ ພັທ ວິສອນ ລໍເບຼຍລື ເປັນຄະນະປະຈຳພັກແຂວງ
- ສະຫາຍ ບຸນລົມ ໄຊຍະວົງ ເປັນຄະນະປະຈຳພັກແຂວງ
- ສະຫາຍ ນາງ ສີມົວ ລີ ເປັນຄະນະປະຈຳພັກແຂວງ
- ສະຫາຍ ຄຳຊາຍ ມຸງມີໄຊ ເປັນກຳມະການພັກແຂວງ
- ສະຫາຍ ສີວັນສອນ ວົງລ້ອມ ເປັນກຳມະການພັກແຂວງ
- ສະຫາຍ ສີພອນ ອິນຕະລາ ເປັນກຳມະການພັກແຂວງ
- ສະຫາຍ ສອນ ສຸອຳໄພ ເປັນກຳມະກນພັກແຂວງ
- ສະຫາຍ ຄຳແພງ ຈິດຕະວົງ ເປັນກຳມະການພັກແຂວງ
- ສະຫາຍ ຄຳຫຼ້າ ລິ້ງນະສອນ ເປັນກຳມະການພັກແຂວງ
- ສະຫາຍ ຢາລື ຕົງເນັງ ເປັນກຳມະການພັກແຂວງ
- ສະຫາຍ ນາງ ສົມລີ ສຸພັນທອງ ເປັນກຳມະການພັກແຂວງ
- ສະຫາຍ ນາງ ແກ້ວສະຫວ່າງ ກິດຕິວົງ ເປັນກຳມະການພັກແຂວງ
- ສະຫາຍ ບຸນລອດ ອ່ອນພະຈັນ ເປັນກຳມະການພັກແຂວງ
- ສະຫາຍ ຫຸມແພງ ມິ່ງບຸບຜາ ເປັນກຳມະການພັກແຂວງ
ແຫຼ່ງຂໍ້ມູນ: ປື້ມປະຫວັດສາດແຂວງອຸດົມໄຊ ສະບັບ ປີ 2022.