ເມືອງຫຼາ ປະກາດແຕ່ງຕັ້ງ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ ຜູ້ໃໝ່

ທ່ານ ບຸນຄົງ ຫຼ້າຈຽມພອນ

ຕອນບ່າຍຂອງວັນທີ 5 ກໍລະກົດ 2024 ນີ້ ຢູ່ທີ່ສະໂມສອນ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີປະກາດໃຫ້ພະນັກງານນໍາພາຄຸ້ມຄອງເຂົ້າຮັບອຸດໜູນບໍານານ ແລະ ປະກາດມອບຮັບໜ້າທີ່ລະຫ່ວາງເລຂາພັກເມືອງ, ເຈົ້າເມືອງຫຼາ ຜູ້ເກົ່າ ແລະ ແຕ່ງຕັ້ງວ່າການເລຂາພັກເມືອງ-ວ່າການເຈົ້າເມືອງ-ເມືອງຫຼາຜູ້ໃໝ່.

ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງອຸດົມໄຊ, ມີສະຫາຍ ວັນນາ ແກ້ວສັນຕິ ກຳມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງຜູ້ຊີ້ນໍາວຽກງງານຮອບດ້ານ ເມືອງຫຼາ, ມີສະຫາຍ ຫຸມພັນ ບຸບຜາຄໍາ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ, ມີບັນດາສະຫາຍຄະນະຮັບຜິດຊອບຂັ້ນແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ສອງກອງບັນຊາການ ປກຊ-ປກສ, ມີຄະນະພັກຮາກຖານ, ຄະນະພັກ-ອົງການປົກຄອງບ້ານ ແລະ ອາດີດການນໍາອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ເຂົ້າຮັບອຸດໜູນບໍານານຈໍານວນ 1 ສະຫາຍຄື: ສະຫາຍ ຫຸມພັນ ບຸບຜາຄໍາ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງຫຼາ ອອກພັກຜ່ອນລໍຖ້າຮັບອຸດໜູນບໍານານ ນັບແຕ່ວັນທີ 1 ກໍລະກົດ 2024 ເປັນຕົ້ນໄປ. ໂອກາດດຽວກັນນີ້ກໍ່ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ສົມພາວັນ ສຸດຈະລິດ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ເປັນວ່າການ ເລຂາພັກເມືອງ-ວ່າການເຈົ້າເມືອງຜູ້ໃໝ່ ຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງອຸດົມໄຊ. ພ້ອມດຽວກັນນີ້ ກໍ່ໄດ້ມອບ-ຮັບໜ້າທີ່ ລະຫວ່າງເລຂາພັກເມືອງ-ເຈົ້າເມືອງ(ຜູ້ເກົ່າ) ແລະ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ(ຜູ້ໃໝ່) ເພື່ອສືບຕໍ່ຊີ້ນໍາ-ນໍາພາ ແລະ ບໍລິຫານວຽກງານຕໍ່ໄປ ກໍ່ຄືການກະກຽມເຂົ້າສູ່ການດໍາເນີນກອງປະຊຸມໃຫ່ຍຂອງອົງຄະນະພັກເມືອງ ຫຼາ ຄັ້ງທີ XII ເຊິ່ງຈະໄດ້ເປີດຂຶ້ນໃນຕົ້ນເດືອນ ມັງກອນປີ 2025ນີ້.

ຕອນທ້າຍພິທີສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ປະທານກອງປະຊຸມ ໄດ້ໂອ້ລົມ, ມີທິດຊີ້ນໍາ ແລະ ເໜັ້ນໜັກໂດຍສະເພາະແມ່ນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານກໍ່ຄືໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ, ໃຫ້ສືບຕໍ່ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈເສຍສະຫຼະຕໍ່ໜ້າທີ່ຄວາມຮັບຜິດຊອບໃຫ້ສູງ ຕິດພັນກັບວຽກງານສືກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງຫຼາ ໃຫ້ເຂົ້າສູ່ລ່ວງເລິກ ການເມືອງໜັກແໜ້ນ, ສືບຕໍ່ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ເບິ່ງແຍງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນໂດຍສະເພາະພື້ນຖານການພັດທະນາເສດຖະກິດ-ສັງຄົມໃຫ້ມີທ່ວງທ່າຂະຫຍາຍຕົວຢ່າງຕັ້ງໜ້າ ແລະ ພ້ອມກັນພັດທະນາ ເມືອງຫລາໃຫ້ມີບາດກ້າວໃໝ່ ກໍ່ຄືຜັນຂະຫຍາຍບັນດາວຽກຈຸດສຸມ ຂອງລັດຖະບານໃຫ້ປະກົດຜົນເປັນຈິງ.