ພິທີ ມອບ-ຮັບ ໜ້າທີ່ ລະຫວ່າງຄະນະບໍລິຫານງານພັກ ເມືອງ ເຈົ້າເມືອງ ເມືອງປາກແບງ ຜູ້ເກົ່າ – ຜູ້ໃໝ່

ມອບຮັບໜ້າທີ ເມືອງປາກແບງ

ໃນຕອນບ່າຍຂອງວັນທີ 4 ກໍລະກົດ ນີ້ ຢູ່ສະໂມສອນ ເມືອງປາກແບງ ໄດ້ມີພິທີມອບ – ຮັບໜ້າທີ່ ລະຫວ່າງຄະນະບໍລິຫານງານພັກເມືອງເຈົ້າເມືອງໆ ປາກແບງຜູ້ເກົ່າ – ຜູ້ໃໝ່ ແລະ ປະກາດພະນັກງານການນຳຂອງເມືອງຜັກຜ່ອນຮັບອຸດໜູນບຳນານ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ ມີບັນດາຄະນະປະຈຳພັກເມືອງ, ຄະນະພັກ, ຫົວໜ້າຫ້ອງການອ້ອມຂ້າງ, ສອງກອງບັນຊາການທະຫານ-ຕຳຫລວດ ຕະຫລອດຮອດພະນັກງານຫລັກແຫ່ລງຂອງເມືອງເຂົ້າຮ່ວມ.

ເຈົ້າເມືອງປາກແບງ ຜູ້ໃໝ່

ໃນພິທີຄະນະຈັດຕັ້ງຂັ້ນແຂວງໄດ້ຜ່ານ ມະຕິຕົກລົງຂອງ ຄະນະປະຈໍາພັກແຂວງອຸດົມໄຊ ວ່າດ້ວຍການອະນຸມັດໃຫ້ພະນັກງານນຳພາ – ຄຸ້ມຄອງ ພັກຜ່ອນກ່ອນມື້ຮັບອຸດໜູນບຳນານຄື ຄະນະປະຈຳພັກແຂວງຕົກລົກເຫັນດີອະນຸມັດໃຫ້ ສະຫາຍ ຄຳດີ ກຸນໄຊຍະທຳ ຮອງເລຂາຄະນະບໍລິຫານງານພັກເມືອງປາກແບງ ແລະ ສະຫາຍ ສຸກສະຫວັນ ທິວມະນີສິງ ກຳມະການພັກເມືອງ ຮອງເຈົ້າເມືອງ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກແບງ ຜັກຜ່ອນກ່ອນມື້ຮັບອຸດໜູນບຳນານ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງອຸດົມໄຊ ວ່າດ້ວຍການຊັບປ່ຽນໜ້າທີ່ຂອງພະນັກງານນຳພາ – ຄຸ້ມຄອງຄື: ຕົກລົງຍົກຍ້າຍ ສະຫາຍ ຄຳສະພອນ ໄຊຍະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກແບງ ໄປປະຈຳການ ແລະ ຮັບໜ້າທີ່ໃໝ່ຢູ່ພະແນກແຮງງານແລະສະຫວັດດີການ – ສັງຄົມແຂວງ ອຸດົມໄຊ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ແລະ ຂໍ້ຕົກຂອງທ່ານເຈົ້າແຂວງໆແຂວງອຸດົມໄຊ ວ່າດ້ວຍການແຕ່ງຕັ້ງວ່າການແທນເລຂາພັກເມືອງ ແລະ ວ່າການແທນເຈົ້າເມືອງໆປາກແບງ ຄື: ສະຫາຍໄຊຍະສິນ ສຸພັນທອງ ວ່າການແທນເລຂາພັກເມືອງ ແລະ ວ່າການແທນເຈົ້າເມືອງໆປາກແບງ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະປະຈຳພັກເມືອງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຮອງເຈົ້າເມືອງໆປາກແບງຜູ້ໃໝ່ ຄື: ສະຫາຍ ວົງໄຊ ຊົງເພຍຢັງຊື່ ເປັນຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆປາກແບງ.

ຈາກນັ້ນ, ທ່ານ ຄໍາສະພອນ ໄຊຍະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກແບງ ໄດ້ຜ່ານຮ່າງບົດບັນທຶກ ມອບ – ຮັບໜ້າທີ່ເລຂາພັກເມືອງ – ເຈົ້າເມືອງ ພ້ອມທັງເຊັນບົດບັນທຶກມອບ – ຮັບໜ້າທີ່ຢ່າງເປັນທາງການ.

ໂອກາດດັ່ງກ່າວ ສະຫາຍ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ ໄດ້ໂອ້ລົມ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ການຊີ້ນໍາ – ນໍາພາ ຂອງເລຂາຄະນະບໍລິຫານງານພັກເມືອງຊຸດເກົ່າ ແລະ ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຊັບຊ້ອນປ່ຽນແທນໜ້າທີ່ຄວາມຮັບຜິດຊອບຂອງພະນັກງານນຳພາຄຸ້ມຄອງ ຕາມການຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງຂັ້ນເທິງວາງອອກ ແລະ ເນັ້ນໜັກໃຫ້ຜູ້ຮັກສາການເລຂາພັກເມືອງ ເຈົ້າເມືອງ, ຮອງເຈົ້າເມືອງຜູ້ໃໝ່ ສືບຕໍ່ຊີ້ນຳ – ນໍາພາ ປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ໜັກແໜ້ນກ່ວາເກົ່າ ເພີ່ມທະວີ ເອົາໃຈໃສ່ຊຸກຍູ້ຊີ້ນຳດ້ານການເມືອງນຳພາແນວຄິດ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເປັນຕົ້ນແມ່ນບັນຫາຢາເສບຕິດ, ແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນເມືອງໃຫ້ໝົດໄປ, ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ການແກ້ໄຂບັນຫາການປະລະການຮຽນການສອນ ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຄວາມເປັນເອກະພາບພາຍໃນ ສືບຕໍ່ການກະກຽມຄວາມພ້ອມຮອບດ້ານໃນດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງເມືອງທີ່ຈະໄຂຂຶ້ນໃນມໍ່ໆນີ້.