ຍິນດີຕ້ອນຮັບເຂົ້າສູ່ເວັບໄຊທາງລັດຖະການຫ້ອງວ່າການແຂວງອຸດົມໄຊ
+856 2092433336 info@oudomxay.gov.la

ເທດສະບານແຂວງອຸດົມໄຊ

ຮ່ວມແຮງຮ່ວມໃຈ ພັດທະນາແຂວງອຸດົມໄຊ

ຂ່າວສານ & ກິດຈະກຳ

ຂໍ້ມູນຂ່າວສານຂອງແຂວງອຸດົມໄຊ

ພາລະບົດບາດ ແລະ ໜ້າທີ

ເປັນເສນາທິການ ຊ່ວຍວຽກ ອຳນວຍຄວາມສະດວກ ຄົ້ນຄ້ວາເອກະສານຕ່າງໆໃຫ້ຄະນະບໍລິຫານງານພັກແຂວງ.
ອ່ານເພີ່ມຕື່ມ →

ຄະນະບໍລິຫານງານພັກແຂວງ>

ຄະນະບໍລິຫານງານພັກແຂວງອຸດົມໄຊແຕ່ສະໄໝທີ I - ສະໄໝ ປັດຈຸບັນ...
ອ່ານເພີ່ມຕື່ມ →

ເສດຖະກິດ-ສັງຄົມ


ອ່ານເພີ່ມຕື່ມ →

 ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.
 ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ.  ຄໍາສັບທີ່ວ່າ “ຢັ້ງ“ ມີຄວາມຫມາຍລະອຽດຈະແຈ້ງແມ່ນ  ຍຸດ“ ຫຼື “ເຊົາ.

ພາສາ: ຊົນເຜົ່າຢັ້ງ ມີພາສາປາກເວົ້າຂອງຊົນເຜົ່າຕົນເອງໄດ້ຈັດເຂົ້າຢູ່ໃນຫມວດພາສາ ລາວ-ໄຕ, ຖ້າຈະໄຈ້ແຍກ, ວິໄຈລະອຽດພາສາປາກເວົ້າ ຫຼື ສໍານຽງການປາກເວົ້າຄ້າຍຄືກັບ ສຳນຽງການປາກເວົ້າຂອງຊົນເຜົ່າລື້ ແຕ່ຫາກຕ່າງກັບ ຊົນເຜົ່າຢັ້ງ ບໍ່ມີຕົວຫນັງສືຂຽນຄື: ຊົນເຜົ່າລື້ ແລະ ຊົນເຜົ່າລາວ.

ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າຢັ້ງ: ຊົນເຜົ່າຢັ້ງ ຢູ່ແຂວງ ອຸດົມໄຊ ແມ່ນໄດ້ເຊື່ອຖື ແລະ ເຄົາລົບບູຊາບັນພະບູລຸດຂອງຕົນ ແລະ ສິ່ງສັກສິດທັງປວງເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ ແລະ ອື່ນໆ. ນອກຈາກ ນັ້ນ ເຜົ່າຢັ້ງຍັງມີພິທີກຳທາງຮີດຄອງໃນການຊອກຫາດິນບ່ອນຕັ້ງບ້ານ, ເຮືອນ, ພິທີ່ກາໍເວລາໃກ້ຈະດຳນາ, ພິທີກຳເຂົ້ານາໃກ້ຈະງາມເປັນບ່າວເປັນສາວ ແລະ ພິທີກຳທີ່ເປັນງານບຸນໃຫຍ່ ສໍາຄັນທີ່ສຸດ ແມ່ນບຸນກິນຈຽງຂອງເຜົ່າຢັ້ງ (ໃນເວລາດຽວກັນກັບເຜົ່າອາຄາ ແລະ ເຜົ່າໄຕດຳ ).

ລັກສະນະເຮືອນ: ຂອງເຜົ່າຢັ້ງຢູ່ ແຂວງອຸດົມໄຊ ແມ່ນປຸກສ້າງເຮືອນຮ້ານແບບເຮືອນຂອງເຜົ່າລາວ ແລະ ເຜົ່າລື້ ແຕ່ຂະຫນາດ  ແລະ ການຈັດວາງໃນເຮືອນມີອັນແຕກຕ່າງກັນກັບເຜົ່າລາວ ແລະ ເຜົ່າລື້, ເຜົ່າຢັ້ງໃນເຮືອນ ມີຮ້ານຜີ ແລະ ມີຂໍ້ຫ້າມຂະ ລາໍຫຼາຍຢ່າງເພາະເຜົ່າຢັ້ງເຊື່ອຖືບັນພະບູລຸດ ແລະ ສິ່ງສັກສິດມີການຄະລຳມີຂໍ້ຫ້າມ ຫຼາຍກ່ວາເຜົ່າລື້ ແລະ ເຜົ່າລາວ ຕົວຢ່າງ: ການລ່ວງລະເມີດເຂົ້າຫ້ອງນອນຂອງ ສະມາຊິກພາຍໃນເຮືອນ ຈະຖືກປັບ ໃໝ່ປົວແປ້ງຜີເຮືອນ ຫມູ 4 ກຳ 1 ໂຕ, ເຫຼົ້າຂາວ 1 ລິດ, ເຫຼົ້າໄຫ 1 ໄຫ ແລະ ອື່ນໆ

 

 

ຂໍ້ມູນຈາກ: ເອກະສານທ່ອງທ່ຽວຂອງແຂວງ

12 ຊົນເຜົ່າ ແຂວງອຸດົມໄຊ

ເພີ່ມຕື່ມ →

ຊົນເຜົ່າກືມມຸ

ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ: ແມ່ນຄ້າຍຄືກັນກັບຊົນເຜົ່າອື່ນໆ ທີ່ຈັດຢູ່ໃນກຸ່ມພາສາປາກເວົ້າ ມອນ-ຂະແມ, ບັນດາຊົນເຜົ່າທີ່ຈັດຢູ່ໃນກຸ່ມນີ້ ລ້ວນແຕ່ມີເຊື້ອສາຍຂອງຊົນຊາດ ຂອມ ອອກມາຈາກຊົນ ເຜົ່າອິນ ເດຍແດງບູຮານ, ຊົນເຜົ່ານີ້ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ອິນດູຈີນຕົ້ນຕໍແມ່ນ...

Read more …

ຊົນເຜົ່າບິດ

ປະຫວັດຄວາມເປັນມາຂອງຊົນເຜົ່າບິດ: ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄດ້ດີກ່ວາຊົນເຜົ່າອື່ນໆ

Read more …

ຊົນເຜົ່າພູນ້ອຍ

 ປະຫວັດຄວາມເປັນມາຂອງ ຊົນເຜົ່າພູນ້ອຍ ຕາມການບອກເຫຼົ່າຂອງເຈົ້າກົກ, ເຈົ້າເຫຼົ່າເພີ່ນໄດ້ໃຫ້ຮູ້ວ່າ: ຊົນເຜົ່າພູນ້ອຍ ມາຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທໍາອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ

Read more …

ຊົນເຜົ່າມົ້ງ

ປະຫວັດຄວາມເປັນມາຂອງເຜົ່າມົ້ງ ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສ ປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ) ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດ ຢູ່ແຂວງອຸດົມໄຊ ໃນ 7ເມືອງ

Read more …

ເຜົ່າຢັ້ງ

 ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.
 ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ.  ຄໍາສັບທີ່ວ່າ “ຢັ້ງ“ ມີຄວາມຫມາຍລະອຽດຈະແຈ້ງແມ່ນ  ຍຸດ“ ຫຼື “ເຊົາ.

Read more …

ເຜົ່າລະເມດ

 ປະຫວັດຄວາມເປັນມາຂອງຊົນເຜົ່າລະເມດ ແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊິວິດ ແລະ ຕັ້ງຖິ່ນຖານບ້ານເກີດຢູ່ແຂວງອຸດົມໄຊ ໄດ້ຫຼາຍພັນປີມາແລ້ວ, ບົນເສັ້ນທາງການເຄື່ອນຍ້າຍຂອງຊົນເຜົ່າລະເມດທີ່ມາລະອຽດຈະແຈ້ງ ແນວໃດ ແລະ ມາດ້ວຍວິທີໃດນັ້ນ, ບໍ່ທັນມີນັກຄົ້ນຄ້ວາທ່ານໃດຮູ້ ແລະ ກຳຂໍ້ມູນທີ່ແນ່ນອນເທື່ອ.

Read more …

ຊົນເຜົ່າລາວ

ປະຫວັດຄວາມເປັນມາຂອງຊົນເຜົ່າລາວຢູ່ແຂວງອຸດົມໄຊເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ບ້ານຊອ່ງ ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວບັນດາເມືອງຂອງ ແຂວງອຸດົມໄຊ ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້າຂອງ.

Read more …

ເຜົ່າລື້

 ປະຫວັດຄວາມເປັນມາຂອງຊົນເຜົ່າລື້: ແມ່ນເຄື່ອນຍ້າຍມາຈາກ 12 ພັນນາ ສປປ ຈີນ ລົງມາຕັ້ງຖິ່ນ ຖານບ້ານຊ່ອງຂອງຕົນ ຢູ່ບັນດາເມືອງຂອງ ແຂວງອຸດົມໄຊ

 ຊື່ເອີ້ນ: ແມ່ນເຜົ່າລື້, ຊົນເຜົ່າອື່ນໆ. ກໍ່ເອີ້ນເຂົາເຈົ້າວ່າເຜົ່າລື້ ແລະ ຊື່ທີ່ເຂົາເຈົ້າມັກກໍ່ແມ່ນເຜົ່າລື້ ຄຳວ່າ: “ລື້“ ມີຄວາມຫມາຍວ່າ “ຄົນ“ ຊົນເຜົ່າລື້ຢູ່ ແຂວງອຸດົມໄຊ ມີສອງແຊງຄື: ຊົນເຜົ່າອຸ້ຍ ແລະ ຊົນເຜົ່າເຂີນ.

Read more …

ເຜົ່າຫໍ້

ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວ ໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງແຕ່ຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖືຮີດຄອງປະເພນີແລະວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ.

Read more …

ເຜົ່າອາຄາ

ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ

Read more …

ຊົນເຜົ່າ ອີວມຽນ

 ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບ 9າຈາກ ເມືອງ ຢູນນານ ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ...

Read more …

ຊົນເຜົ່າໄຕ

ປະຫວັດຄວາມເປັນມາຂອງຊົນເຜົ່າໄຕ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕໄດ້ເຄື່ອນຍ້າຍຈາກດິນ ແດນ ແຄ້ວນໃຕ້ ຂອງຈີນລົງມາຕາມລ້ອງແມ່ນນ້ຳດຳ...

Read more …

ການບໍລິການ

ເພີ່ມຕື່ມ →

E-Office

ຫ້ອງການທັນສະໄໝ

G-Drive

ລະບົບຂໍ້ມູນສຳລັບພາກລັດ

ດາວໂຫຼດຟອມ

ດາວໂຫຼດເອກະສານ ແລະ ຄວາມຮູ້

VDO Conference

ກອງປະຊຸມທາງໄກສຳລັບພາກລັດ

ຂໍ້ມູນ

7
ເມືອງ
341,756
ປະຊາກອນ
15.370
ເນື້ອທີ (km²)