ຍິນດີຕ້ອນຮັບເຂົ້າສູ່ເວັບໄຊທາງລັດຖະການຫ້ອງວ່າການແຂວງອຸດົມໄຊ
+856 2092433336 info@oudomxay.gov.la

ເທດສະບານແຂວງອຸດົມໄຊ

ຮ່ວມແຮງຮ່ວມໃຈ ພັດທະນາແຂວງອຸດົມໄຊ

ຂ່າວສານ & ກິດຈະກຳ

ຂໍ້ມູນຂ່າວສານຂອງແຂວງອຸດົມໄຊ

ພາລະບົດບາດ ແລະ ໜ້າທີ

ເປັນເສນາທິການ ຊ່ວຍວຽກ ອຳນວຍຄວາມສະດວກ ຄົ້ນຄ້ວາເອກະສານຕ່າງໆໃຫ້ຄະນະບໍລິຫານງານພັກແຂວງ.
ອ່ານເພີ່ມຕື່ມ →

ຄະນະບໍລິຫານງານພັກແຂວງ>

ຄະນະບໍລິຫານງານພັກແຂວງອຸດົມໄຊແຕ່ສະໄໝທີ I - ສະໄໝ ປັດຈຸບັນ...
ອ່ານເພີ່ມຕື່ມ →

ເສດຖະກິດ-ສັງຄົມ


ອ່ານເພີ່ມຕື່ມ →

ປະຫວັດຄວາມເປັນມາຂອງຊົນເຜົ່າບິດ: ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄດ້ດີກ່ວາຊົນເຜົ່າອື່ນໆ

ຊົນເຜົ່າບິດຢູ່ ແຂວງອຸດົມໄຊ ມີຢູ່ສອງບ້ານຄື: ບ້ານນ້ຳປອກ ແລະ ບ້ານນ້ຳແດງ ເມືອງນາຫມໍ້.
ຊື່ເອີ້ນ: ຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ: ຂ້າບິດ ຫຼື ລາວຜິດ ສ່ວນເຂົາເຈົ້າເອງແມ່ນມັກຊື່ເອີ້ນ ເຜົ່າບິດເທົ່ານັ້ນ, ຄາໍທີ່ວ່າ ຊົນເຜົ່າບິດແມ່ນມີຄວາມຫມາຍວ່າ ຊົນເຜົ່າ ໃຫມ່ທີ່ເກີດຈາກຊົນເຜົ່າທີ່ເປັນອ້າຍມາເປັນຊົນເຜົ່າ ໃຫມ່ຕື່ມອີກ.

ພາສາ: ຊົນເຜົ່າບິດ ມີພາສາປາກເວົ້າເປັນຂອງເຜົ່າ ຕົນເອງໂດຍສະເພາະ ແລະ ໄດ້ຈັດເຂົ້າ ໃນຫມວດພາສາ ມອນ-ຂະແມ, ເມື່ອເປັນແນວນັ້ນພາສາປາກເວົ້າຂອງຊົນເຜົ່າບິດຫຼາຍ ສັບ, ຫຼາຍປະໂຫຍກຄ້າຍຄືພາສາປາກເວົ້າ ຂອງຊົນເຜົ່າກຶມມຸ, ຊົນເຜົ່າລະເມດ ແລະ ກໍ່ມີບາງຄໍາສັບ ແມ່ນແຕກຕ່າງກັບຊົນເຜົ່າກຶມມຸຢ່າງຂາດຂັ້ນເຊັ່ນ: ຄາໍວ່າ “ພໍ່” ຊົນເຜົ່າກຶມມຸວ່າ “ຍົງ” ແຕ່ຊົນເຜົ່າບິດວ່າ “ໂອຍ” ຫຼື ຄໍາສັບວ່າ “ແມ່” ກືມມຸວ່າ “ມະ”, ແຕ່ຊົນເຜົ່າບິດວ່າ “ແມະ” ຄາໍສັບວ່າ “ກິນເຂົ້າ” ກຶມມຸວ່າ “ເປີມະ”, ຊົນເຜົ່າບິດວ່າ “ແຕະຕຸ” ແລະ ຄໍາສັບ ທີ່ວ່າ “ດື່ມນ້ຳ" ເຜົ່າກຶມມຸວ່າ “ເອື້ອກອົ້ມ”, ເຜົ່າບິດເວົ້າວ່າ “ຕີງອອນ” ແລະ ອື່ນໆ. ຊົນເຜົ່າບິດມີແຕ່ພາສາປາກເວົ້າເທົ່ານັ້ນ ບໍ່ມີ ຕົວຫນັງສືຂຽນເປັນຂອງຊົນເຜົ່າ ຕົນເທື່ອ.

ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າບິດ: ຊົນເຜົ່າບິດກໍ່ຄືຊົນເຜົ່າອື່ນໆ ທີ່ນອນໃນ ຫມວດພາສາ ມອນ-ຂະແມ ລ້ວນແຕ່ເຊື່ອຖືບັນພະບູຣຸດຂອງຕົນ ເປັນຕົ້ນແມ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ, ແຕ່ລະ ຄົວເຮືອນຂອງເຜົ່າບິດລ້ວນແຕ່ມີຮ້ານຜີ (ຜີ້ງຜີ) ເພື່ອເຄົາລົບບູຊາບັນ ພະບູຣຸດຂອງຕົນ ໃນວັນທີ່ສາໍຄັນຕ່າງໆ. ຊົນເຜົ່າບິດຢູ່ ບ້ານນ້ຳປອກ ແລະ ບ້ານນ້ໍາແດງເມືອງນາຫມໍ້ ແຂວງອຸດົມໄຊ ນັບຖືຕະກຸນເຊື້ອສາຍທາງພໍ່ ແລະ ທາງແມ່ ສາໍຄັນຄືກັນ ແລະ ສືບທອດຕະກຸນທາງພໍ່ ແລະ ທາງແມ່ເທົ່ານັ້ນ, ເປັນຫຍັງຈິ່ງເວົ້າແບບນີ້, ເພາະໄດ້ສໍາພາດຕົວຈິງ, ບ່າວສາວທີ່ແຕ່ງດອງກັນແລ້ວລູກເກີດອອກມາຖ້າແມ່ນລູກຊາຍແມ່ນໃຫ້ເອົາຕະກຸນທາງພໍ່, ຖ້າແມ່ນລູກຍິງແມ່ນໃຫ້ເອົາຕະກຸນ ທາງແມ່ ເຂົາເຈົ້າຍັງໄດ້ອະທິບາຍວ່າ ຖ້າຜູ້ໃດກໍ່ຕາມເອົາຕະກຸນຂອງພໍ່ໝົດຕະກຸນຂອງແມ່ກໍ່ຈະຄ່ອຍໆຫມົດໄປ. ດັ່ງນັ້ນ, ຈຶ່ງມີການແບ່ງປັນກັນແນວນັ້ນ. ສະແດງເຖິງບົດບາດຂອງ ຍິງ-ຊາຍ ໃນເຜົ່າປິດ ແມ່ນຈະແຈ້ງທີ່ສຸດ ຊົນເຜົ່າບິດ ມີປະເພນີການສ້າງຄອບຄົວແບບ ຜົວດຽວ, ເມຍດຽວ ແມ່ນລະບົບຄອບຄົວດຽວ, ຊົນເຜົ່າບິດຂອງສອງບ້ານດັ່ງກ່າວປະກອບດ້ວຍຫຼາກຫຼາຍຕະກຸນ ແລະ ຫຼາກຫຼາຍຊິງຊາວທີ່ແຕກຕ່າງກັນຄື: ເສືອ, ນົກ, ງູ, ເຫງັນ, ໄກ່ ແລະ ພືດຕ່າງໆ.

ຊົນເຜົ່າບິດນິຍົມກັນປຸກເຮືອນຮ້ານ: ກ່ອນຈະປຸກສ້າງເຮືອນຫຼັງຫນຶ່ງຕ້ອງໄດ້ເລືອກສະຖານທີ່ດ້ວຍການສ່ຽງດ້ວຍການຂຸດຂຸມບ່ອນທີ່ຈະຕັ້ງເຮືອນເປັນຮູບ 4 ແຈ ເອົາເຂົ້າສານຫວ່ານລົງໃນຂຸມເອົາໄມ້ ຫຼື ເອົາຫີນອັດ ປາກຂຸມໄວ້ຄັກໆ ມື້ໃຫມ່ມາເປີດເບິ່ງຖ້າເຂົ້າສານທີ່ຫວ່ານລົງຄືເກົ່າ ຫຼື ມີການປ່ຽນແປງຜິດປົກກະຕິບໍ່? ຖ້າກໍລະນີເຂົ້າສານບໍ່ມີຫຍັງແຕະ ຕ້ອງຄືເກົ່າແມ່ນດີຕັ້ງເຮືອນໄດ້, ຖ້າກໍລະນີເຂົ້າສານຖືກທາໍລາຍຊະຊາຍແມ່ນຕ້ອງ ໄດ້ຍົກ ຍ້າຍໄປບ່ອນໃຫມ່. ການປຸກສ້າງເຮືອນກໍ່ຈະແບ່ງເປັນສອງຫ້ອງຄື: ຫ້ອງເບື້ອງໃນ ແມ່ນຫ້ອງຂອງພໍ່ແມ່ຈະມີເຕົາໄຟໜື້ງເຂົ້າ ແລະ ຫ້ອງເບື້ອງນອກຮັບແຂກທົ່ວໄປຈະມີເຕົາໄຟແຕ່ງກິນ, ການຄະລຳແຂກຄົນທາງນອກຈະບໍ່ໄດ້ ເຂົ້າໄປຫ້ອງນອນພໍ່ແມ່ ແລະ ຫ້ອງຂອງຫີ້ງຜີຢ່າງເດັດຂາດ. ເຜົ່າບິດການປຸກສ້າງເຮືອນແມ່ນເປັນລະບຽບໄປ ລວງດຽວກັນຫມົດ. ປະເພນີການເກີດລູກແມ່ນເກີດຢູ່ເຮືອນຄືກັນກັບເຜົ່າກຶມມຸບໍ່ຢູ່ກາໍເດືອນ, ຊົນເຜົ່າ ບິດຈະຄະ ລໍາອາຫານການກິນປະເພດຂອງຄາວ, ເຫມັ້ນ ແລະ ຊີ້ນ, ສັດໃຫຍ່ເພາະຢ້ານຈະພິດເດືອນຂອງຜູ້ເປັນແມ່ ແລະ ເດັກນ້ອຍ.ດ້ານສິນລະປະວັນນະຄະດີ: ແບບພື້ນເມືອງຂອງຊົນເຜົ່າບິດບໍ່ມີຫຍັງເລີຍທີ່ຈະເປັນເອກະລັກຂອງຊົນເຜົ່າເຂົາ ເຈົ້າ. ຖ້າມ່ວນຊື່ນກໍ່ຈະຮ້ອງເພງລາວ, ຂັບລາວ ຫຼື ເຜົ່າລື້ ແລະ ເຜົ່າ ກຶມມຸ ການນຸ່ງຮົ່ມເອ້ຍ້ອງຂອງຊົນ ເຜົ່າບິດ ບໍ່ມີເຄື່ອງນຸ່ງຮົ່ມທີ່ເປັນເອກະລັກຂອງຊົນເຜົ່າຕົນເອງ, ສ່ວນໃຫຍ່ແມ່ນຈະນຸ່ງຮົ່ມເຄື່ອງທີ່ຊື້ຈາກທ້ອງຕະຫຼາດ, ເຄື່ອງ ດົນຕີພື້ນເມືອງທີ່ເປັນ ເອກະລັກຂອງຊົນເຜົ່າແມ່ນບໍ່ມີຫຍັງ, ມີແຕ່ໃຊ້ເຄື່ອງດົນຕີຂອງຊົນເຜົ່າທີ່ຢູ່ໃກ້ຄຽງເປັນຕົ້ນຕໍ

ດ້ານເສດຖະກິດ-ສັງຄົມຂອງຊົນເຜົ່າບິດ: ມີອາຊີບຕົ້ນຕໍແມ່ນການເຮັດໄຮ່, ເຮັດນາປູກເຂົ້າຫນຽວ, ອາຊີບ ສໍາຮອງແມ່ນ. ການລ້ຽງສັດ: ຫມູ, ຫມາ, ງົວ, ຄວາຍ, ແບ້, ແລະ ສັດປີກ, ນອກຈາກນີ້ແມ່ນປູກພືດ ແລະ ເກັບເຄື່ອງປ່າຂອງດົງ ເພື່ອແລກປ່ຽນເປັນສິນຄ້າຄືກັບຊົນເຜົ່າອື່ນໆ. ຜູ້ຊາຍຂອງຊົນເຜົ່າບິດແມ່ນມີຄວາມຊໍານິຊໍາ ນານໃນວຽກງານຫັດຖະກໍາຈັກສານ, ເຄື່ອງໃຊ້ສອຍໃນຄອບຄົວສ່ວນແມ່ຍິງຂອງຊົນເຜົ່າບິດແມ່ນບໍ່ຮູ້ເຮັດວຽກຕາ່ຫູກທໍໄຫມນເພີ່ນມີແຕ່ອາໄສຊື້ຈາກຕະຫຼາດ ແລະ ຊົນເຜົ່າ ໃກ້ຄຽງມາໃຊ້ເທົ່ານັ້ນ.
ຊົນເຜົ່າບິດ: ຊົນເຜົ່າບິດໂດຍທໍາມະຊາດແລ້ວມັກດໍາລົງຊີວິດທີ່ຕິດພັນກັບທາໍມະຊາດອາໄສການຖາງປ່າເຮັດໄຮ່ເປັນອາຊີບ ແລະ ຊອກຫາເກັບເຄື່ອງປ່າຂອງດົງໄວ້ແລກປ່ຽນສິນຄ້າ ເທົ່ານັ້ນ ໂດຍທີ່ບໍ່ຫັນລົງສູ່ທົ່ງພຽງ ແລະ ການຜະລິດເປັນສິນຄ້າສົ່ງອອກແຕ່ວ່າບົດບາດຍິງຊາຍຂອງຊົນເຜົ່ານີ້ແມ່ນໄດ້ຖືກຍົກສູງເຫັນໄດ້ຈາກລູກທີ່ເກີດມາຖ້າຫາກແມ່ນລູກຊາຍ ແມ່ນໃຫ້ໃຊ້ແຊງຊື່ ແລະ ນາມສະກຸນທາງພໍ່. ແຕ່ຖ້າຫາກເປັນລູກຍິງແມ່ນຕ້ອງໄດ້ໃຊ້ແຊງຊື່ ແລະ ນາມສະກຸນ ທາງແມ່.

12 ຊົນເຜົ່າ ແຂວງອຸດົມໄຊ

ເພີ່ມຕື່ມ →

ຊົນເຜົ່າກືມມຸ

ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ: ແມ່ນຄ້າຍຄືກັນກັບຊົນເຜົ່າອື່ນໆ ທີ່ຈັດຢູ່ໃນກຸ່ມພາສາປາກເວົ້າ ມອນ-ຂະແມ, ບັນດາຊົນເຜົ່າທີ່ຈັດຢູ່ໃນກຸ່ມນີ້ ລ້ວນແຕ່ມີເຊື້ອສາຍຂອງຊົນຊາດ ຂອມ ອອກມາຈາກຊົນ ເຜົ່າອິນ ເດຍແດງບູຮານ, ຊົນເຜົ່ານີ້ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ອິນດູຈີນຕົ້ນຕໍແມ່ນ...

Read more …

ຊົນເຜົ່າບິດ

ປະຫວັດຄວາມເປັນມາຂອງຊົນເຜົ່າບິດ: ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄດ້ດີກ່ວາຊົນເຜົ່າອື່ນໆ

Read more …

ຊົນເຜົ່າພູນ້ອຍ

 ປະຫວັດຄວາມເປັນມາຂອງ ຊົນເຜົ່າພູນ້ອຍ ຕາມການບອກເຫຼົ່າຂອງເຈົ້າກົກ, ເຈົ້າເຫຼົ່າເພີ່ນໄດ້ໃຫ້ຮູ້ວ່າ: ຊົນເຜົ່າພູນ້ອຍ ມາຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທໍາອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ

Read more …

ຊົນເຜົ່າມົ້ງ

ປະຫວັດຄວາມເປັນມາຂອງເຜົ່າມົ້ງ ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສ ປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ) ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດ ຢູ່ແຂວງອຸດົມໄຊ ໃນ 7ເມືອງ

Read more …

ເຜົ່າຢັ້ງ

 ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.
 ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ.  ຄໍາສັບທີ່ວ່າ “ຢັ້ງ“ ມີຄວາມຫມາຍລະອຽດຈະແຈ້ງແມ່ນ  ຍຸດ“ ຫຼື “ເຊົາ.

Read more …

ເຜົ່າລະເມດ

 ປະຫວັດຄວາມເປັນມາຂອງຊົນເຜົ່າລະເມດ ແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊິວິດ ແລະ ຕັ້ງຖິ່ນຖານບ້ານເກີດຢູ່ແຂວງອຸດົມໄຊ ໄດ້ຫຼາຍພັນປີມາແລ້ວ, ບົນເສັ້ນທາງການເຄື່ອນຍ້າຍຂອງຊົນເຜົ່າລະເມດທີ່ມາລະອຽດຈະແຈ້ງ ແນວໃດ ແລະ ມາດ້ວຍວິທີໃດນັ້ນ, ບໍ່ທັນມີນັກຄົ້ນຄ້ວາທ່ານໃດຮູ້ ແລະ ກຳຂໍ້ມູນທີ່ແນ່ນອນເທື່ອ.

Read more …

ຊົນເຜົ່າລາວ

ປະຫວັດຄວາມເປັນມາຂອງຊົນເຜົ່າລາວຢູ່ແຂວງອຸດົມໄຊເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ບ້ານຊອ່ງ ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວບັນດາເມືອງຂອງ ແຂວງອຸດົມໄຊ ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້າຂອງ.

Read more …

ເຜົ່າລື້

 ປະຫວັດຄວາມເປັນມາຂອງຊົນເຜົ່າລື້: ແມ່ນເຄື່ອນຍ້າຍມາຈາກ 12 ພັນນາ ສປປ ຈີນ ລົງມາຕັ້ງຖິ່ນ ຖານບ້ານຊ່ອງຂອງຕົນ ຢູ່ບັນດາເມືອງຂອງ ແຂວງອຸດົມໄຊ

 ຊື່ເອີ້ນ: ແມ່ນເຜົ່າລື້, ຊົນເຜົ່າອື່ນໆ. ກໍ່ເອີ້ນເຂົາເຈົ້າວ່າເຜົ່າລື້ ແລະ ຊື່ທີ່ເຂົາເຈົ້າມັກກໍ່ແມ່ນເຜົ່າລື້ ຄຳວ່າ: “ລື້“ ມີຄວາມຫມາຍວ່າ “ຄົນ“ ຊົນເຜົ່າລື້ຢູ່ ແຂວງອຸດົມໄຊ ມີສອງແຊງຄື: ຊົນເຜົ່າອຸ້ຍ ແລະ ຊົນເຜົ່າເຂີນ.

Read more …

ເຜົ່າຫໍ້

ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວ ໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງແຕ່ຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖືຮີດຄອງປະເພນີແລະວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ.

Read more …

ເຜົ່າອາຄາ

ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ

Read more …

ຊົນເຜົ່າ ອີວມຽນ

 ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບ 9າຈາກ ເມືອງ ຢູນນານ ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ...

Read more …

ຊົນເຜົ່າໄຕ

ປະຫວັດຄວາມເປັນມາຂອງຊົນເຜົ່າໄຕ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕໄດ້ເຄື່ອນຍ້າຍຈາກດິນ ແດນ ແຄ້ວນໃຕ້ ຂອງຈີນລົງມາຕາມລ້ອງແມ່ນນ້ຳດຳ...

Read more …

ການບໍລິການ

ເພີ່ມຕື່ມ →

E-Office

ຫ້ອງການທັນສະໄໝ

G-Drive

ລະບົບຂໍ້ມູນສຳລັບພາກລັດ

ດາວໂຫຼດຟອມ

ດາວໂຫຼດເອກະສານ ແລະ ຄວາມຮູ້

VDO Conference

ກອງປະຊຸມທາງໄກສຳລັບພາກລັດ

ຂໍ້ມູນ

7
ເມືອງ
341,756
ປະຊາກອນ
15.370
ເນື້ອທີ (km²)