ອົງການປົກຄອງ ແຂວງອຸດົມໄຊ ເປີດ ກອງປະຊຸມ ປະກອບຄໍາເຫັນ ໃສ່ ຮ່າງນິຕິກໍາ ໃຕ້ກົດໝາຍຂອງແຂວງ

ວັນທີ 14 ມິຖຸນາ 2024 ທີ່ຫ້ອງວ່າການ ແຂວງອຸດົມໄຊ ໄດ້ເປີດ ກອງປະຊຸມ ປະກອບຄໍາເຫັນໃສ່ ຮ່າງນິຕິກໍາ ໃຕ້ກົດໝາຍ ໂດຍການເປັນ ປະທານ ຂອງ ທ່ານ ສົມຈິດ ປັນຍາສັກ , ຮອງເຈົ້າແຂວງອຸດົມໄຊ ເຂົ້າຮ່ວມມີ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆອຸດົມໄຊ, ມີຫົວໜ້າ,ຮອງຫົວໜ້າພະແນກການ, ອົງການປົກຄອງແຂວງເຂົ້າຮ່ວມ.

ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງ ອຸດົມໄຊ ປະທານກອງປະຊຸມ ກ່າວວ່າ: ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ , ກົດໝາຍ ວ່າດ້ວຍການສ້າງນິຕິກໍາ , ມະຕິ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາແຜນການສ້າງນິຕິກໍາ ໃຕ້ ກົດໝາຍ 5 ປີ (2021 – 2025) ແລະ ແຜນການ ສ້າງ ນິຕິກໍ າໃຕ້ ກົດໝາຍ ຂອງອົງການປົກຄອງແຂວງ ປະຈໍາປີ 2024.

ການດໍາເນີນ ກອງປະຊຸມ ອົງການປົກຄອງ ແຂວງ ນີ້ຂຶ້ນ ກໍເພື່ອປະກອບຄໍາເຫັນໃສ່ ຮ່າງນິຕິກໍາ ໃຕ້ ກົດໝາຍ ຈໍານວນ 3 ສະບັບ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍ ການກໍານົດເຂດສະຫງວນນໍ້າ ແລະ ຊັບພະຍາກອນນໍ້າລະດັບແຂວງອຸດົມໄຊ ແມ່ນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ມີ 10 ໝວດ 42 ມາດຕາ . ຮ່າງ ຂໍ້ຕົກລົງ ວ່າດ້ວຍ ການດໍາເນີນທຸລະກິດບໍລິການ ດ້ານເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ແມ່ນພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີ 10 ໝວດ 48 ມາດຕາ . ຮ່າງ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງ ໄຟຟ້າ ຢູ່ພາຍໃນ ແຂວງອຸດົມໄຊ ແມ່ນພະແນກພະລັງງານ ແລະ ບໍ່ແຮ່ແຂວງ ມີ 11 ໝວດ 51 ມາດຕາ ຊຶ່ງແຕ່ລະພາກສ່ວນທີ່ກ່ຽວຂ້ອງນີ້ ຈະເປັນຜູ້ກະກຽມ . ເພາະບັນດານິຕິກໍາໃຕ້ ກົດໝາຍ ທີ່ໄດ້ນໍາເອົາມາຄົ້ນຄວ້າ ແລະ ປຶກສາຫາລືໃນຄັ້ງນີ້ ແມ່ນນິຕິກໍາທີ່ຈະນໍາເອົາໄປສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊົນແຂວງຊຸດທີ II ພິຈາລະນາຮັບຮອງ.

ສະນັ້ນຮຽກຮ້ອງໃຫ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ວິເຄາະ, ວິໄຈ, ປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາ ແນໃສ່ເຮັດນິຕິກໍາໃຕ້ກົດໝາຍ ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດຮັບຮອງໄດ້, ເພື່ອຮັບປະກັນເຮັດໃຫ້ການຄົ້ນຄ້ວາສ້າງນິຕິກໍາໃຕ້ກົດໝາຍ ຖືກຕ້ອງຕາມກົດໝາຍ ແລະ ລະບຽບຂັ້ນຕອນ, ຮັບປະກັນດ້ານໂຄງສ້າງ ແລະ ເນື້ອໃນ, ພາຍຫຼັງຮັບຮອງມາແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແລະ ສາມາດຮັບໃຊ້ໃຫ້ແກ່ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມ ມີຜົນສັກສິດ