ມອບ – ຮັບ ອັດຖິທະຫານອາສາສະໝັກ ສສ ຫວຽດນາມ ທີ່ເສຍຊີວິດ ໃນປາງສົງຄາມ ຢູ່ ລາວ

ພິທີ ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ 6 ແຂວງພາກເໜືອຂອງລາວ ກັບຄືນສູ່ບ້ານເກີດ ເມືອງນອນ ເພື່ອໃຫ້ຄອບຄົວໄດ້ມີໂອກາດທຳພິທີທາງສາສະໜາ ຕາມຮີດຄອງປະເພນີ ໄດ້ຈັດຂຶ້ນ ໃນຕອນເຊົ້າ ວັນທີ 18 ມິຖຸນານີ້ ທີ່ ສະໂມສອນຂອງແຂວງອຸດົມໄຊ ໂດຍມີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ , ສະຫາຍ ພົນຈັດຕະວາ ຫງຽນ ຮົງທາຍ ຮອງຫົວໜ້າ ກົມການເມືອງ ກອງບັນຊາການທະຫານເຂດ 2 , ຫົວໜ້າຊີີ້ນຳ 515 , ສະຫາຍ ພົນຈັດຕະວາ ວັນນະວົງ ນັນທະວົງ ຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ , ຫົວໜ້າກອງເລຂາ ຄະນະປະຕິບັດງານພິເສດ ລັດຖະບານ ແຫ່ງ ສປປ ລາວ ມີບັນດາສະຫາຍ ຜູ້ຕາງໜ້າຄະນະປະຕິບັດງານພິເສດ ພ້ອມດ້ວຍການນໍາ 6 ແຂວງ ພາກເໜືອ ຄື: ແຂວງ ຜົ້ງສາລີ , ຫຼວງນ້ຳທາ , ບໍ່ແກ້ວ , ຫຼວງພະບາງ , ໄຊຍະບູລີ ແລະ ແຂວງ ອຸດົມໄຊ , ການນຳ ເມືອງໄຊ , ບັນດາພະແນກການ , ອົງການຈັດຕັ້ງ , ສອງກອງບັນຊາການ ປກສ – ປກຊ, ພະນັກງານ – ລັດຖະກອນ, ນັກສຶກສາປັນຍາຊົນ , ອະນຸຊົນ ແລະ ມວນຊົນຊາວ ແຂວງ ອຸດົມໄຊເຂົ້າຮ່ວມ.

ສະຫາຍ ພົຈວ ສີວອນ ໄຊຍະວົງ ຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ກ່າວບົດປາໃສວ່າ : ນັບແຕ່ການຕໍ່ສູ້ ຕ້ານພວກຈັກກະພັດລ່າເມືອງຂື້ນ ແບບເກົ່າ ແລະ ແບບໃໝ່ ພວກເຮົາເຄີຍຖືກຮຸກຮານ ເຮັດໃຫ້ສອງຊາດ ພວກເຮົາເສຍອິດສະຫຼະພາບ, ກາຍເປັນຫົວເມືອງຂື້ນຂອງພວກຈັກກະພັດຕ່າງດ້າວ , ດ້ວຍເຫດນີ້ ພວກເຮົາຈິ່ງໄດ້ພ້ອມກັນຕໍ່ສູ້ຍາດເອົາອິດສະຫຼະພາບ ຂອງຕົນຄືນມາ ຢ່າງອົງອາດກ້າຫານ , ບໍ່ຍອມຈຳນົນຈິ່ງໄດ້ຮັບໄຊຊະນະ ແລະ ຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂື້ນໂດຍພາຍໃຕ້ແສງສະຫວ່າງຂອງ ລັດທິມາກ – ເລນິນ ເຊິ່ງ ປະທານໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ ສາມາດສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນ ໃນວັນທີ 02 ທັນວາ 1975 .

ມອບ – ຮັບ ອັດຖິທະຫານອາສາສະໝັກ

ການລົງສໍາຫຼວດ ເກັບກໍາຂໍ້ມູນ ການຊອກຫາ ຂຸດຄົ້ນທ້ອນໂຮມ ແລະ ການເຄື່ອນຍ້າຍ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ເສຍສະຫຼະ ຊີວິດ ໃນໄລຍະ ຕໍ່ສູ້ກູ້ຊາດ ເພື່ອ ປົດປ່ອຍ ປະເທດລາວ ຢູ່ 06 ແຂວງ ພາກເໜືອ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການປະສານ ສົມທົບກັນ ກັບ ກອງປະຕິບັດງານ ພິເສດ ທະຫານເຂດ 02 ກອງທັບ ປະຊາຊົນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາພາກເໜືອ ຂອງລາວ ທີ່ ແຂວງອຸດົມໄຊ ແຕ່ປີ 1994 ເຖິງ ປັດຈຸບັນ ເປັນເວລາ 30 ປີ ເຊິ່ງ ສາມາດ ກວດກາ , ຊອກຫາ , ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິ ໄດ້ທັງໝົດ ຈໍານວນ 1835 ອັດຖິ ໃນນັ້ນ , ຮູ້ຊື່ ຈໍານວນ 150 ອັດຖິ ແລະ ຮູ້ບ້ານເກີດ ເມືອງນອນ ຈໍານວນ 237 ອັດຖິ ສົ່ງກັບຄືນປະເທດ ທັງໝົດ ຈຳນວນ 1823 ອັດຖິ ສະເພາະໄລຍະທີ່ II ສົກປີ 2023-2024 ໄດ້ກວດກາ , ຊອກຫາ ແລະ ຂຸດຄົ້ນໄດ້ 12 ອັດຖິ ຢູ່ ເມືອງງອຍ ແຂວງຫຼວງພະບາງ 12 ອັດຖິ ລວມທັງໝົດຈໍານວນ 1835 ອັດຖິ.

ພິທີ ໄດ້ລົງນາມ ບົດບັນທຶກ ມອບ – ຮັບ ຢ່າງເປັນທາງການ ຈາກນັ້ນກໍໄດ້ ທຳພິທີ ທາງສາສະໜາ ແລະ ກາບໄຫວ້ອາໄລ ເຖິງດວງວິນຍານ ບັນດານາຍ ແລະ ພົນທະຫານ ດັ່ງກ່າວ ດ້ວຍຄວາມ ໂສກເສົ້າ ແລະ ຮູ້ບຸນຄຸນ ອັນເລິກເຊິ່ງ ແລະ ໄດ້ ຈັດພິທີ ສົ່ງ ອັດຖິ ກັບຄືນປະເທດ ສສ ຫວຽດນາມ ໂດຍມີ ການນຳ ພັກ – ລັດ ບັນດາພະແນກການ , ສອງກອງບັນຊາການ , ບັນດາພະນັກງານ , ອົງການຈັດຕັ້ງບ້ານ , ນັກຮຽນ – ນັກສຶກສາ ຕະຫຼອດ ຮອດ ຊາວແຂວງ ອຸດົມໄຊ ຢ່າງສົມກຽດ.