ກອງປະຊຸມ ສະຫຼຸບ ວຽກງານ ຫ້ອງວ່າການ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024

28 ມິຖຸນາ 2024 ຫ້ອງວ່າການ ແຂວງອຸດົມໄຊ ສະຫລຸບ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2024 ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວຫນ້າຫ້ອງວ່າການແຂວງອຸດົມໄຊ. ມີຄະນະຫ້ອງວ່າການ, ຫົວຫນ້າ,ຮອງຫົວຫນ້າຂະແຫນງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ