ຫ້ອງວ່າການ ແຂວງອຸດົມໄຊ ປາຖະກະຖາເລົ່າມູນເຊື້ອ ສຳຄັນຂອງຊາດ

ປາຖະກາຖາ ວັນສຳຄັນຂອງຊາດ

ພິທີ ປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງ ແຂວງອຸດົມໄຊ ຄົບຮອບ 62 ປີ (15 ກໍລະກົດ 1962–15 ກໍລະກົດ 2024); ວັນຄ້າຍວັນເກີດ ປະທານ ສຸພາ ນຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024); ມູນເຊື້ອສາຍພົວພັນ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ເອກກະສານສຳຄັນຈຳນວນໜຶ້ງ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 7 ສິງຫາ ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າແຂວງ, ມີຮອງຫົວໜ້າຫ້ອງວ່າການ ຕະຫຼອດຮອດພະນັກງານພາຍໃນ ຫ້ອງວ່າການແຂວງ ເຂົ້າຮັບຟັງ.

ການ ປາຖະກະຖາເລົ່າມູນເຊື້ອ ໄດ້ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ ຂະຫຍາຍຕົວຂອງແຂວງອຸດົມໄຊ ແຕ່ຊຸມປີ 1962 ມາເຖິງປະຈຸບັນ ເພື່ອເປັນການຈົດຈຳລຳລຶກ ແລະ ຫວນຄືນປະຫວັດສາດ, ມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງແຂວງອຸດົມໄຊ: ໃນເມື່ອກ່ອນ ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ເກີດຂຶ້ນ ໃນສະໄໝຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ, ເມືອງໄຊ ເປັນພຽງເມືອງຊ່ວຍ (ເມືອງອາລັກຂາທີ່ຂຶ້ນກັບເຈົ້າຊີວິດຫຼວງພະບາງ), ມາຮອດປີ 1956 ເຈົ້າຊີວິດໄດ້ໂຮມເອົາ 3 ເມືອງ ຄື: ເມືອງໄຊ, ເມືອງຮຸນ ແລະ ເມືອງປາກທາ ມາສ້າງຕັ້ງເປັນ ກິ່ງແຂວງໄຊຍະພູມ ເຊິ່ງມີສຳນັກງານກິ່ງແຂວງຕັ້ງຢູ່ ເມືອງໄຊ ແລະ ໃຫ້ຂຶ້ນກັບແຂວງຫຼວງພະບາງ. ພາຍຫຼັງ ເມືອງໄຊ ໄດ້ຮັບການປົດປ່ອຍ ສູນກາງພັກຕົກລົງເອົາ ກິ່ງແຂວງໄຊຍະພູມ ສ້າງຕັ້ງເປັນແຂວງລ້ານຊ້າງ ໃນວັນທີ 15 ກໍລະກົດ 1962 ມາຮອດປີ 1965 ແຂວງລ້ານຊ້າງ ໄດ້ປ່ຽນຊື່ມາເປັນ ແຂວງເມືອງໄຊ ແລະ ມາເຖິງ ປີ 1967 ແຂວງເມືອງໄຊ ໄດ້ປ່ຽນຊື່ມາເປັນ ແຂວງອຸດົມໄຊ ຈົນເຖິງປັດຈຸບັນ.

ຈາກນັ້ນ ໄດ້ຍົກໃຫ້ເຫັນມູນເຊື້ອຂອງປະທານ ສຸພາ ນຸວົງ ເຊິ່ງປະທານ ສຸພານຸວົງ ເປັນເຈົ້າຊາຍແດງ, ເປັນສັນຍາລັກ ຂອງຄວາມສາມັກຄີ, ເປັນວິສາວະກອນເອກຂອງປະເທດເຮົາ ເເລະ ເປັນນັກການເມືອງທີ່ມີຈິດໃຈສາກົນອັນຜ່ອງໃສ, ເປັນຜູ້ນໍາທີ່ມີຈິດໃຈຮັກຊາດອັນສູງສົ່ງ, ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອປະເທດຊາດ, ເພື່ອປະຊາຊົນ. ດັ່ງນັ້ນພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ຄວນຮ່ຳຮຽນເອົາແບບຢ່າງອັນດີງາມຂອງເພິ່ນໄປໝູນໃຊ້ເຂົ້າໃນການປັບປຸງແບບແຜນວິທີການເຮັດວຽກ, ແບບແຜນການນຳພາ ແລະ ແບບແຜນດຳລົງຊີວິດຂອງຕົນ.

ພ້ອມນັ້ນ ກໍ່ໄດ້ເຜີຍແຜ່ ຄວາມໝາຍ ຄວາມສໍາຄັນຂອງສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ ຫວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ໂດຍແມ່ນ ປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ່ນ້ອງ ລະຫວ່າງ ສອງຊາດ ມີຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ດ້ວຍຄໍາສອນຂອງ ປະທານ ໂຮ່ຈິມິນ ທີ່ວ່າ: ການຊ່ວຍເຫຼືອເພື່ອນ ປຽບເໝືອນການຊ່ວຍເຫຼືອຕົນເອງ; ປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ຮ່ວມສຸກຮ່ວມທຸກ, ຮ່ວມກັນສູ້ຮົບ, ພ້ອມກັນເອົາຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈ ມິດຕະພາບ ຖານອ້າຍນ້ອງ ລະຫວ່າງ ປະຊາຊົນສອງປະເທດພວກເຮົາໄດ້ຮັບການຫຼໍ່ຫຼອມຈາກການຕໍ່ສູ້ ແມ່ນປັດໄຈແຫ່ງໄຊຊະນະຂອງພາລະກິດ ຕໍ່ສູ້ກູ້ຊາດ, ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາປະເທດຊາດຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້.

ສາຍພົວພັນ ແລະ ການຮ່ວມມື ລາວ-ຫວຽດນາມ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ແລະ ເປັນປັດໄຈຕັດສິນ ໄຊຊະນະຂອງການປະຕິວັດທັງສອງປະເທດ ເຊິ່ງເປັນພື້ນຖານຂອງການພົວພັນ ມິດຕະພາບ ສາມັກຄີພິເສດ ລາວ-ຫວຽດນາມ ຈົນເຖິ່ງປະຈຸບັນ.