ລັດຖະມົນຕີ ຫົວຫນ້າ ຫສນຍ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ ວຽກງານ ແຂວງອຸດົມໄຊ

ທ່ານ ປອ ບົວຄົງ ຢ້ຽມຢາມ ອຸດົມໄຊ

ວັນທີ 8 ສິງຫາ 2024 ນີ້ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ລັດຖະມົນຕີ ຫົວຫນ້າຫ້ອງວ່າການ ສໍານັກງານນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວ, ຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ ແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳແຂວງ ໃຫ້ການຕ້ອນຮັບ.

ການລົງມາເຄື່ອນໄຫວໃນຄັ້ງນີ້ ກໍເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງ ແຂວງອຸດົມໄຊ ໂດຍສະເພາະແມ່ນ ລົງເລິກວຽກງານ ແຜນພັດທະນາເສດຖະກິດ – ສັງຄົມ, ການແກ້ໄຂ ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ – ການເງິນ, ບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ສິນຄ້າລາຄາແພງ ແລະ ຄ່າຄອງຊີບ ທີ່ນັບມື້ນັບສູງຂຶ້ນ. ໃນນີ້ ແມ່ນໄດ້ເຂົ້າຮ່ວມກອງປະຊຸມ ເພື່ອຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຕິດຕາມ, ຊຸກຍູ້ ແລະ ແກ້ໄຂບັນຫາ ການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ, ສົ່ງເສີມການລົງທຶນ ແລະ ການຜະລິດເປັນສິນຄ້າ ທົດແທນການນຳເຂົ້າ, ສະກັດກັ້ນ ແລະ ແກ້ໄຂສິນຄ້ານອກລະບົບ ເຊິ່ງລາຍງານໂດຍທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ທັງເປັນຫົວຫນ້າ ຄະນະສະເພາະກິດ ກ່ຽວກັບການປະຕິບັດມະຕິຕົກລົງດັ່ງກ່າວ ໂດຍຍົກໃຫ້ເຫັນ ສະພາບລວມຂອງການຂະຫຍາຍຕົວທາງດ້ານເສດຖະກິດ – ສັງຄົມຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ 2024

ການປະຕິບັດຄໍາສັ່ງ ເລກທີ 13/ນຍ ວ່າດ້ວຍການເພີ່ມທະວີ ແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ – ການເງິນ, ບັນຫາເງິນເຟີ້,ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ຫນີ້ສິນຕ່າງປະເທດ, ຂໍ້ຕົກລົງກ່ຽວກັບການປະຕິບັດສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ, ຄຳສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄຫມ້ລາມປ່າ, ການປະຕິບັດນະໂຍບາຍ ແລະ ມາດຕະການ ແກ້ໄຂ ບັນຫາການຂາດແຄນຄູ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ. ພ້ອມທັງຮັບຟັງການລາຍງານ ແລະ ຊີ້ແຈງເພີ່ມຕື່ມ ຂອງບາງຂະແຫນງການ ໂດຍສະເພາະແມ່ນ ຂະແຫນງແຜນການ ແລະ ການລົງທຶນ, ຂະແຫນງການເງິນ ແລະ ຂະແຫນງອຸດສາຫະກຳ ແລະ ການຄ້າ. ຈາກນັ້ນ, ທ່ານ ບົວຄົງ ນາມມະວົງ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງ ຊີ້ນຳບາງບັນຫາທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ໃນການປັບປຸງ, ແກ້ໄຂ ແລະ ຈະນຳເອົາບັນຫາທີ່ພົບຄວາມຫຍຸ້ງຍາກ ຕາມຄໍາສະເຫນີຂອງແຕ່ລະຂະແຫນງການ ໄປພິຈາລະນາ ແລະ ຊອກຫາແນວທາງໃນການແກ້ໄຂ ໃຫ້ທັນກັບສະພາບການ.

ໃນໂອກາດນີ້ ທ່ານພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມ ພົບປະໂອ້ລົມ ແລະ ແລກປ່ຽນບົດຮຽນ ທາງດ້ານວິຊາການ ຮ່ວມກັບ ຫ້ອງວ່າການ ແຂວງອຸດົມໄຊ ເພື່ອເປັນການປັບປຸງ ແລະ ຍົກລະດັບ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍຄື ການເປັນເສນາທິການໃຫ້ແຂວງ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ ແລະ ໄດ້ລົງ ຕິດຕາມ ຄວາມຄືບຫນ້າ ການກໍ່ສ້າງ ໂຄງການ ຄຸ້ມຄອງຄວາມສ່ຽງ ໄຟພິບັດນ້ຳຖ້ວມ ເທດສະບານເມືອງໄຊ ຈຸດຂ້າງສະຫນາມກິລາແຂວງ,ຢ້ຽມຢາມ ໂຮງງານຜະລິດຫົວອາຫານສັດ ບ້ານຫ້ວຍຂຸມ ແລະ ສູນຄ່ຽນຖ່າຍສິນຄ້າ ຂອງບໍລິສັດ ມະຫາໂຊກ ຄົບວົງຈອນ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ຕື່ມອີກ.