ວັນທີ 23 ເມສາ ນີ້ ທີ່ ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດພິທີປະກາດ ແຕ່ງຕັ້ງ, ສັບຊ້ອນ, ມອບ-ຮັບ ໜ້າທີ່ ຂອງ ພະນັກງານ ນຳພາ-ຄຸ້ມຄອງ ຂັ້ນແຂວງ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ຄະນະສອງກອງບັນຊາການ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານວິຊາການພາຍໃນ 3 ອົງການຈັດຕັ້ງ ຄື: ຫ້ອງວ່າການແຂວງ, ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ອົງການກາແດງແຂວງ ເຂົ້າຮ່ວມ.

ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ແລະ ຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ໃນນີ້ ໄດ້ບົ່ງຕົວແຕ່ງຕັ້ງ ທ່ານ ພິໄລທອງ ຈິດມະນີ ເປັນຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ; ສັບຊ້ອນ ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ, ທ່ານ ນາງ ມະໄລພັນ ຈິດດຳລົງ ແລະ ທ່ານ ດຣ ນາງ ສິດທິວອນ ຫົງສາຄອນ ໄປປະຈຳການ ຢູ່ ຫ້ອງວ່າການສະພາປະຊາຊົນແຂວງ; ແຕ່ງຕັ້ງ ທ່ານ ນາງ ຈັນທະລາ ໄຊບຸນເຮືອງ ເປັນຫົວໜ້າ ທັງເປັນເລຂາໜ່ວຍພັກຫ້ອງວ່າການແຂວງ, ສັບຊ້ອນ ທ່ານ ບຸນທັນ ສຸລິຍະວົງ ໄປປະຈຳການ ທັງເປັນເລຂາຫນ່ວຍພັກ ອົງການກາແດງແຂວງ, ແຕ່ງຕັ້ງ ທ່ານ ຈັນທະບູລີ ວັນທາລັກ ເປັນຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ແຕ່ງຕັ້ງ ທ່ານ ຜາດົງ ອິນສະແຫວງ ແລະ ທ່ານ ນາງ ສີພອນ ເຈົ້າຊຸນລີ້ງ ເປັນຮອງຫົວໜ້າຫ້ອງວ່າການແຂວງ.

ຈາກນັ້ນ. ບັນດາທ່ານ ທີ່ຖຶກແຕ່ງຕັ້ງ ແລະ ສັບຊ້ອນ ກໍໄດ້ຂຶ້ນຮັບມະຕິຕົກລົງ ແລະ ຂໍ້ຕົກລົງ ເຊິ່ງເປັນກຽດມອບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ພ້ອມທັງໄດ້ເຊັນບົດບັນທຶກ ມອບ-ຮັບວຽກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃຫມ່.

ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ເປັນກຽດໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຄວາມໝາຍສຳຄັນ ແລະ ຄວາມຈຳເປັນໃນການປັບປຸງ, ສັບຊ້ອນໜ້າທີ່ຂອງ ພະນັກງານ ນຳພາ-ຄຸ້ມຄອງ ຂັ້ນແຂວງ ເຊິ່ງແມ່ນຫລັກການ, ແມ່ນກົດເກນ ແລະ ເປັນວຽກປົກກະຕິໃນການປັບປຸງກົງຈັກການຈັດຕັ້ງຂອງພັກ-ລັດ ເພື່ອແນໃສ່ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບການພັດທະນາດີຂຶ້ນ. ຂະນະດຽວກັນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງແລະ ສັບຊ້ອນ ຢູ່ແຕ່ລະພາກສ່ວນສືບຕໍເຝິກຝົນຫລໍ່ຫຼອມຕົນເອງໃນທຸກດ້ານ, ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.

 

==== ພາບ,ຂ່າວ: ໄມພອນ