ເປີດບັ້ນກວດສອບ ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ປະຈຳປີ 2023

ກອງປະຊຸມ ກວດສອບແຫ່ງລັດ ປະຈຳປີ 2023

ກອງປະຊຸມ ເປີດບັ້ນກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ປະຈຳປີ 2023 ໄດ້ໄຂຂື້ນ ໃນວັນທີ 25 ມີຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງອຸດົມໄຊ , ມີທ່ານ ອີນທາ ລືນາມມະຈັກ ປະທານ ອົງການກວດສອບ ປະຈຳ ພາກເໜືອ 2 ແລະ ຄະນະກວດສອບ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານ ຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ວາ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນຳ ແລະ ຄະນະຮັບຜິດຊອບເຮັດວຽກຮ່ວມກັບ ຄະນະກວດສອບແຫ່ງລັດ, ຮັບຟັງການລາຍງານ ການແກ້ໄຂຜົນການກວດສອບ ປະຈຳ ປີ 2022, ຜ່ານບົດທົບທວນຄືນການຈັດຕັ້ງ ປະຕິບັດ ຄຳແນະນຳ ກວດສອບສົກປີຜ່ານມາ, ແຜນການກວດສອບ ບົດສະຫລຸບ ຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2023 ຂອງແຂວງອຸດົມໄຊ , ພ້ອມທັງ ເປີດກ້ວາງໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄວາມຄິດເຫັນເຂົ້າໃນວຽກງານຕ່າງໆຕື່ມອີກ.

ກອງປະຊຸມ ກວດສອບແຫ່ງລັດ ປະຈຳປີ 2023