ພະແນກ ແຮງງານແລະສະຫວັດດີການສັງຄົມ ປັບປຸງ ກົງຈັກການຈັດຕັ້ງ

ພະແນກແຮງງານ

ພິທີ ປະກາດ ໃຫ້ພະນັກງານ ນໍາພາ – ຄຸ້ມຄອງ ພັກຜ່ອນ ລໍຖ້າຮັບອຸດຫນູນບໍານານ ແລະ ປະກາດແຕ່ງຕັ້ງ ຫົວຫນ້າ, ຮອງຫົວຫນ້າ ພະແນກ ແຮງງານແລະສະຫວັດດີການສັງຄົມ ແຂວງອຸດົມໄຊ ພ້ອມທັງ ມອບ-ຮັບ ຫນ້າທີ່ ລະຫວ່າງ ຫົວຫນ້າ ຮສສ ຜູ້ເກົ່າ ແລະ ຜູ້ໃຫມ່ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 8 ກໍລະກົດ 2024 ນີ້ ທີ່ຫ້ອງປະຊຸມ ພະແນກ ຮສສ ໂດຍການເຂົ້າຮ່ວມເປັນກຽດຂອງ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີຕາງຫນ້າພະແນກການອ້ອມຂ້າງແຂວງ, ຫ້ອງການ ຮສສ 7 ເມືອງ ແລະ ພະນັກງານ ພາຍໃນພະແນກ ແຮງງານແລະສະຫວັດດີການສັງຄົມ ແຂວງອຸດົມໄຊ ເຂົ້າຮ່ວມ.

ການປະກາດແຕ່ງຕັ້ງ ກໍເພື່ອປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ ແລະ ປະຕິບັດຕາມກົດຫມາຍ ວ່າດ້ວຍພະນັກງານ – ລັດຖະກອນ ກ່ຽວກັບການຮັບອຸດຫນູນບຳນານຂອງພະນັກງານ ນຳພາ – ຄຸ້ມຄອງ ໃຫ້ເຂັ້ມງວດ ພ້ອມທັງ ເປັນການປັບປຸງ ກົງຈັກການຈັດຕັ້ງ ພັກ – ລັດ ຂອງພະແນກ ຮສສ ແຂວງອຸດົມໄຊ ໃຫ້ຖືກຕ້ອງ, ສອດຄ່ອງ, ສົມບູນ, ຄົບຖ້ວນ, ຕາມການກຳນົດຕາມແຕ່ລະຕຳແຫນ່ງງານ ໂດຍແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ສືບຕໍ່ດຳເນີນໄປຢ່າງເປັນລະບົບ, ແບບແຜນ ແລະ ຕໍ່ເນື່ອງ.

ພິທີ ໄດ້ຜ່ານມະຕິຕົກລົງ ຂອງ ເລຂາທິການສູນກາງພັກ ແລະ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານ ນຳພາ – ຄຸ້ມຄອງ ຄື: ສະຫາຍ ນາງ ໄຊສະຫວັນ ນັນທະໄຊ ກຳມະການພັກແຂວງ, ຫົວຫນ້າພະແນກ ຮສສ ແລະ ສະຫາຍ ນາງ ສົມເພັດ ແສງດາລາ ຮອງຫົວຫນ້າພະແນກ ຮສສ ແຂວງອຸດົມໄຊ ອອກພັກການ ຮັບອຸດຫນູນບຳນານ ນັບແຕ່ວັນທີ 1 ກໍລະກົດ 2024 ເປັນຕົ້ນໄປ, ຜ່ານ ຂໍ້ຕົກລົງ ຂອງແຂວງອຸດົມໄຊ ແຕ່ງຕັ້ງ ສະຫາຍ ຄຳສະພອນ ໄຊຍະວົງ ເປັນຫົວຫນ້າພະແນກ ຮສສ ແຂວງ, ສະຫາຍ ນາງ ຈັນທີ ສີສະຫວາດ ແລະ ສະຫາຍ ສຸພອນ ເພັດມະນີ ເປັນຮອງຫົວຫນ້າ ພະແນກ ຮສສ ແຂວງອຸດົມໄຊ ພ້ອມທັງ ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວ ແຕ່ງຕັ້ງ ຄະນະພັກຮາກຖານ ພະແນກ ຮສສ ແຂວງ ຄື: ບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳສະພອນ ໄຊຍະວົງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ນາງ ຈັນທີ ສີສະຫວາດ ເປັນກຳມະການຄະນະພັກຮາກຖານ.

ໂອກາດດັ່ງກ່າວ ສະຫາຍ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ມອບຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຫົວຫນ້າ ແລະ ຮອງຫົວຫນ້າພະແນກ ຮສສ ໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້. ພິທີ ຍັງຜ່ານບົດບັນທຶກ ມອບ – ຮັບ ວຽກງານ ຂອງພະແນກ ຮສສ ແຂວງ ພ້ອມທັງ ເຊັນບົດບັນທຶກ ມອບ – ຮັບ ຢ່າງເປັນທາງການ ລະຫວ່າງ ສະຫາຍ ນາງ ໄຊສະຫວັນ ນັນທະໄຊ ຫົວຫນ້າພະແນກ ຮສສ ແຂວງ ຜູ້ເກົ່າ ແລະ ສະຫາຍ ຄຳສະພອນ ໄຊຍະວົງ ຫົວຫນ້າ ພະແນກ ຮສສ ແຂວງອຸດົມໄຊ ຜູ້ໃຫມ່ ໂດຍຊ່ອງໜ້າ ສະຫາຍ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ.

ຂ່າວ: ຄານມະນີ ຮຽນດໍຈັນ