ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II

ກອງປະຊຸມສະພາ

ກອງ​ປະຊຸມ ສະໄໝສາມັນ ເທື່ອທີ 7ຂອງ ສະພາປະຊາ​ຊົນ ແຂວງອຸດົມໄຊ ຊຸດ​ທີ II ພາຍຫຼັງດໍາເນີນເປັນເວລາ 2 ວັນ ຢູ່ທີ່ສະໂມສອນຂອງແຂວງ ມາໃນຕອນບ່າຍຂອງວັນທີ 19 ກໍລະກົດນີ້ ກໍໄດ້ອັດລົງດ້ວຍຜົນສຳເລັດ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເຈົ້າແຂວງອຸດົມໄຊ. ມີບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ການນໍາແຂວງ, ອາດີດສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ – ລັດ, ບັນດາທ່ານຫົວໜ້າພະແນກການ – ກົມກອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງບ້ານ ແລະ ຕົວແທນນັກທຸລະກິດເຂົ້າຮ່ວມ.

ຕະຫຼອດໄລຍະການດຳເນີນກອງປະຊຸມ ຜູ້ແທນເຂົ້າຮ່ວມ ແລະ ສະມາຊິກ ສະພາປະຊາ​ຊົນ ແຂວງ ໄດ້ພ້ອມກັນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບົດບັນຫາສໍາຄັນພື້ນຖານຂອງແຂວງຄື: ພິຈາລະນາຮັບຮອງເອົາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2024; ຕິດພັນກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ພິຈາລະນາຮັບຮອງເອົາ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2024; ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ການຂຸດຄົ້ນແຮ່ທາດ ຢູ່ ແຂວງອຸດົມໄຊ ໃນໄລຍະຜ່ານມາ; ພິຈາລະນາຮັບຮອງເອົາ ບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນ ໄຫວວຽກງານ ຂອງສະພາປະຊາຊົນແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2024; ພິຈາລະນາ, ຮັບຮອງເອົາ ການສ້າງນິຕິກໍາໃຕ້ກົດໝາຍ ຂອງອົງການປົກຄອງແຂວງ ຈໍານວນ 3 ສະບັບຄື: ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການກໍານົດເຂດສະຫງວນນໍ້າ ແລະ ຊັບພະຍາກອນນໍ້າ ແຂວງອຸດົມໄຊ; ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການດໍາເນີນທຸລະກິດບໍລິການ ດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ ແຂວງອຸດົມໄຊ; ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຢູ່ ແຂວງອຸດົມໄຊ.

ພ້ອມນີ້ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ-ການຊີ້ແຈງ ແລະ ໃຫ້ຄວາມກະຈາງແຈ້ງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 13/ນຍ, ການຂຸດຄົ້ນແຮ່ທາດ ຢູ່ ແຂວງອຸດົມໄຊ ປີ 2021 ຫາ 2024, ການຈັດຕັ້ງປະຕິບັດບັນດາຄາດໝາຍພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ປີ 2021 ຫາ 2024 ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ – ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຂອງແຂວງອຸດົມໄຊ;

ກອງປະຊຸມ ຮຽກຮ້ອງມາຍັງ ຄະນະປະຈໍາ, ບັນດາຄະນະກໍາມະການ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ອົງການປົກຄອງແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງນຳເອົາເນື້ອໃນມະຕິກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍ ເຂົ້າໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ປາກົດຜົນເປັນຈິງ

ຂ່າວ: ໄມພອນ