ພິທີ ພົບປະ ລະຫວ່າງ ພະແນກການຂອງແຂວງອຸດົມໄຊ ກັບ ຄະນະ ຄູ-ອານຈານ ແລະ ນັກສຶກສາ ການເມືອງ-ການປົກຄອງ ຊຸດທີ II, ສະຖາບັນການເມືອງ ແລະ ການປົົກຄອງແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ ນີ້ ທີ່ຫ້ອງປະຊຸມຫຼັງເກົ່າ ພະແນກແຜນ ແລະ ການລົງທຶນ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ປອ. ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ.
ມີ ທ່ານ ປອ ຄຳຫຼ້າ ລໍວານໄຊ, ຫົວໜ້າກົມກວດກາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະ ຄູ-ອາຈານ ແລະ ນັກສືກສາ ການເມືອງ-ການປົກຄອງ ເຂົ້າຮ່ວມ.


ການເຄື່ອນໄຫວພົບປະ ຂອງ ຄະນະ ຄູ-ອານຈານ ແລະ ນັກສຶກສາ ການເມືອງ-ການປົກຄອງ ຊຸດທີ II, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງມີຄະນະ ຄູ-ອາຈານ ນໍາພາ 6 ທ່ານ, ນັກຝຶກອົບຮົມ 44 ທ່ານ ທີ່ມາຈາກ ຮຮ ທິດສະດີການເມືອງໃນທົ່ວປະເທດ ຄື: ໂຮງຮຽນທິດສະດີກອງທັບ, ວິທະຍາຄານປ້ອງກັນຄວາມສະຫງົບ, ວິທະຍາຄານຕຳຫຼວດ, ວິທະຍາຄານສັນຕິບານປະຊາຊົນ, ກະຊວງສຶກສາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮຮ ການເມືອງ-ການປົກຄອງ ແຂວງອຸດົມໄຊ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ຫຼວງນໍ້າທາ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ ແລະ ອັດຕະປື.
ຈຸດປະສົງ ເພື່ອເຮັດໃຫ້ທິດສະດີທີ່ໄດ້ຮຽນມາຕິດພັນກັບພຶດຕິກໍາຕົວຈິງ ຢູ່ທ້ອງຖິ່ນ ຮາກຖານ ໃນການພັດທະນາ; ເພື່ອຊອກຮູ້ຂໍ້ມູນຕົວຈິງ ກ່ຽວກັບການນຳພາຂອງພັກ ໃນຂະບວນການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ-ສ້າງສາພັດທະນາປະເທດ ໃນໄລຍະໃໝ່; ເພື່ອໃຫ້ນັກຝຶກອົບຮົມສົມທຽບທິດສະດີ, ແນວທາງ-ນະໂຍບາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບພຶດຕິກຳຕົວຈິງ; ເພື່ອຮັບຮູ້ສະພາບ ການຮຽນ-ການສອນ ແລະ ການປະຕິບັດຫຼັກສຸດທິດສະດີ 3 ຂັ້ນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ.
ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ ຕາງໜ້າໃຫ້ການນຳແຂວງອຸດົມໄຊ ຕ້ອນຮັບ ແລະ ລາຍງານສະພາບລວມຂອງແຂວງອຸດົມໄຊ ຕິດພັນກັບ ສະພາບການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃນຂົງເຂດວຽກງານການທ່ອງທ່ຽວ ຕິດພັນກັບການແກ້ໄຂຄວາມທຸກຍາກ. ປະຈຸບັນ ແຂວງອຸດົມໄຊ ໄດ້ກຳນົດຍຸດທະສາດ ສ້າງແຂວງໃຫ້ເປັນແຂວງ 4 ໃຈກາງພັດທະນາ ຄື: ໃຈກາງທາງດ້ານເສດຖະກິດ. ໃຈກາງດ້ານວັດທະນະທຳ-ສັງຄົມ. ໃຈກາງດ້ານການບໍລິການ-ທ່ອງທ່ຽວ ແລະ ໃຈກາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ພາບ-ຂ່າວ: ຄຳພັນ ແກ້ວມະນີ
