ກອງປະຊຸມອົງການປົກຄອງແຂວງອຸດົມໄຊ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ເດືອນ (1-3) ຕົ້ນປີ 2025
ໄດ້ຈັດຂື້ນໃນວັນທີ 26 ມີນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີຄະນະສະມາຊິກອົງການປົກຄອງແຂວງ, ພະແນກການ, ອົງການ, ສອງກອງບັນຊາການ ປກຊ-ປກສ ພ້ອມດ້ວຍແຂກເຊີນ ຈາກຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.