ປະກາດ ການແຕ່ງຕັ້ງ ຮອງຫົວໜ້າ ຫ້ອງວ່າການແຂວງອຸດົມໄຊ

ມອບ-ຮັບ ຮອງຫົວໜ້າ

ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າ ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍພະນັກງານຫລັກແຫຼ່ງພາຍໃນ ຫ້ອງວ່າການ ເຂົ້າຮ່ວມ.

ພິທີ ທ່ານ ນາງ ລີຈັນ ສີສຸທຳ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ພອນປະສິດ ປັນຍາສະຫວັດ ເປັນຮອງຫົວໜ້າຫ້ອງວ່າການແຂວງອຸດົມໄຊ ຈາກນັ້ນ ກໍໄດ້ຜ່ານ ບົດບັນທຶກ ແລະ ເຊັນມອບວຽກ ລະຫວ່າງ ທ່ານ ປອ. ວິໄລ ໄຊທອງແກ້ວ ຮອງຫົວໜ້າຫ້ອງວ່າການແຂວງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ຜູ້ເກົ່າ ແລະ ທ່ານ ພອນປະສິດ ປັນຍາສະຫວັດ ຮອງຫົວໜ້າຫ້ອງວ່າການ ຜູ້ໃໝ່ ສືບຕໍ່ ນຳພາ-ຊີ້ນຳ ຂະແໜງກໍ່ສ້າງຮາກຖານເມືອງ.

ໂອກາດດັ່ງກ່າວ ທ່ານ ຄຳພຽງ ຢາຈົງວາ ກໍໄດ້ໃຫ້ການໂອ້ລົມຕໍ່ຄະນະພັກ ແລະ ພະນັກງານຫຼັກແຫຼ່ງພາຍໃນຫ້ອງວ່າການ ໂດຍທ່ານໄດ້ຍົກໃຫ້ຮູ້ຄວາມສຳຄັນຂອງການຊັບຊ້ອນໜ້າທີ່ຂອງພະນັກງານລັດຖະກອນ ເຊິ່ງເປັນເຫດການປົກກະຕິຂອງລະບົບກົງຈັກການຈັດຕັ້ງ ເພື່ອແນໃສ່ເຮັດໃຫ້ວຽກງານໄດ້ຮັບການປັບປຸງດີຂຶ້ນ ທັງເປັນການສ້າງໃຫ້ພະນັກງານມີປະສົບການ ໂດຍການຮຽນຮູ້ຈາກຫຼາຍວຽກງານ ເພື່ອໃຫ້ມີການພັດທະນາຂຶ້ນກວ່າເກົ່າ ພ້ອມດຽວກັນ ທ່ານ ຍັງໄດ້ເນັ້ນພະນັກງານທຸກຄົນຈົ່ງມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນແລະກັນ ສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດ.