ເມືອງຮຸນ ຖືເອົາການຜະລິດ ກະສິກຳ ເປັນສິນຄ້າ ຕິດພັນກັບການປຸງແຕ່ງ ເປັນທ່າແຮງທາງດ້ານ ເສດຖະກິດ

ເມືອງຮຸນ

ເມືອງຮຸນ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງ ແຂວງອຸດົມໄຊ ມີເນື້ອທີ່ 2.778 ກິໂລຕາແມັດ, ໃນນັ້ນ; ເຂດພູດອຍກວມເຖິງ 80% ຂອງເນື້ອທີ່ທັງໝົດທົ່ວເມືອງມີ 8 ກຸ່ມບ້ານ, ມີ 2 ກຸ່ມບ້ານໃຫຍ່, ມີ 92 ບ້ານ, ມີ 15.611 ຄົວເຮືອນ, ພົນລະເມືອງທັງໝົດ 86.491 ຄົນ, ຍິງ 42.899 ຄົນ, ອິງໃສ່ສະພາບທີ່ຕັ້ງຈຸດພິເສດຂອງເມືອງທີ່ມີຄວາມອຸດົມສົມບູນທາງດ້ານທຳມະຊາດ, ດິນຟ້າອາກາດທີ່ເໝາະສົມແກ່ການປູູກຝັງລ້ຽງສັດ ແລະ ມູນເຊື້ອຄວາມດຸໝັ່ນຂອງປະຊາຊົນບັນດາເຜົ່າ ດັ່ງນັ້ນ ເມືອງ ຮຸນ ຈິ່ງໄດ້ຖືເອົາການຜະລິດກະສິກຳເປັນສິນຄ້າ ຕິດພັນກັບການປຸງແຕ່ງ ເປັນທ່າແຮງທາງດ້ານເສດຖະກິດ.

ທ່ານ ນ ຄຳໝັ້ນ

ທ່ານ ນ. ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆຮຸນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໂທລະພາບແຫ່ງຊາດລາວ ໃນວັນທີ 3 ກໍລະກົດ 2024 ນີ້ວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຮຸນແມ່ນກຳນົດເອົາການຜະລິດກະສິກຳເປັນສິນຄ້າເປັນຫຼັກ ໂດຍອິງໃສ່ຈຸດພິເສດ, ທີ່ຕັ້ງພູມສັນຖານ ແລະ ມີເງື່ອນໄຂອຸດົມສົມບູນທາງດ້ານທຳມະຊາດທີ່ເໝາະສົມແກ່ການປູກຝັງ ເປັນຕົ້ນແມ່ນການປູກເຂົ້າ, ສາລີ, ພືດລົ້ມລຸກ, ມັນຕົ້ນ ເປັນການຜະລິດເປັນສິນຄ້າຕິດພັນກັບການປຸງແຕ່ງ ແລະ ການບໍລິການ.

ເມືອງຮຸນ 1

ການຊຸກຍູ້, ສົ່ງເສີມການຜະລິດກະສິກໍາເປັນສີນຄ້າ ແລະ ຜະລິດສະບຽງອາຫານທີ່ມີທ່າແຮງ ຢູ່ໃນທ້ອງຖິ່ນ ເພື່ອທົດແທນການນໍາເຂົ້າ; ໃນນັ້ນໄດ້ສຸມໃສ່ຊຸກຍູ້ສົ່ງເສີມປູກເຂົ້າປູກເຂົ້ານາແຊງ 14 ບ້ານ ເນື້ອທີ່ 81,85 ເຮັກຕາ ເທົ່າກັບ 81,85% ຂອງແຜນການ, ສຸມໃສ່ການຕົກກ້າເຂົ້ານາປີເນື້ອທີ່ 3.360 ເຮັກຕາ, ປູກເຂົ້າໄຮ່ສໍາເລັດ ໃນເນື້ອທີ່ 500 ເຮັກຕາ, ເທົ່າກັບ 50%, ການປູກພຶດເປັນສີນຄ້າກໍ່ໄດ້ມີການຂະຫຍາຍຕົວເປັນຕົ້ນແມ່ນການປູກສາລີ, ໝາກເດືອຍ, ໝາກຖົ່ວເຫຼືອງ ແລະ ມັນຕົ້ນ ໄດ້ທັງໝົດ 22.510,9 ເຮັກຕາ, ຜົນຜະລິດ 80.294,55 ໂຕ່ນ ເທົ່າກັບ 71,20% ແລະ ພືດຜັກຊະນີດອື່ນໆ ທັງໝົດ 312,3 ເຮັກຕາ, ຜົນຜະລິດໄດ້ 2.065,1 ໂຕ່ນ ເທົ່າກັບ 87,39% ຂອງແຜນການປີ; ນອກຈາກນັ້ນຍັງໄດ້ໄເອົາໃຈໃສ່ຄຸ້ມຄອງສັດ ແລະ ຜະລິດພັນນໍາເຂົ້າພາຍໃນເມືອງເປັນຕົ້ນແມ່ນຊິ້ນ, ປາ ແລະ ໄຂ່ໄດ້ທັງໝົດ 1.634,24 ໂຕ່ນ ແລະ ອັດຕາບໍລິໂພກຊິ້ນ, ປາ ແລະ ໄຂ່ ຢຸ່ພາຍໃນເມືອງໄດ້ 2.370 ໂຕນ ເທົ່າກັບ 25,42%ຂອງແຜນການໃນນີ້.

ໂດຍລວມແລ້ວ ການຂະຫຍາຍຕົວທາງດ້ານເສດຖະກິດຂອງເມືອງຮຸນແມ່ນສະເລ່ຍໃນລະດັບ 4,38% ຕໍ່ປີ, ລວມຍອດລາຍຮັບ ແລະ ການບໍລິການພາຍໃນໄດ້ 1,180.07 ຕື້ກີບ ສະເລ່ຍລາຍຮັບໄດ້ 982,17 ໂດລາສະຫາລັດ/ຄົນ/ປີ ທຽບໃສ່ປີຜ່ານມາເພີ່ມຂື້ນ 102,24 ໂດລາສະຫາລັດ ທຽບໃສ່ແຜນປີປະຕິບັດໄດ້ 100%. ໂຄງປະກອບດ້ານເສດຖະກິດ ຂະແໜງກະສິກໍາ-ປ່າໄມ້ ຂະຫຍາຍຕົວ 4,61 % ກວມ 83,51 % ບັນລຸໄດ 985.493,28 ຕື້ກີບ. ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 7,30 % ກວມ 6,42 % ບັນລຸໄດ້ 75.731,72 ຕື້ກີບ. ຂະແໜງການບໍລິການຂະຫຍາຍຕົວ 5,43 % ກວມ 10,07 % ບັນລຸໄດ້ 118.851,16 ຕື້ກີບ.

ຂ່າວ: ຄຳພູສະຫວັນ ເພັນສະຫວັດ