ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກກວມເອົາ 60,83% ແລະ ບ້ານພົ້ນທຸກ ກວມເອົາ 53,75%

ຕະຫຼາດ

ການຈັດຕັ້ງປະຕິບັດ ວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ແມ່ນໄດ້ຢຶດໝັ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດ ຕາມທິດສ້າງຊົນນະບົດໃໝ່ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ; ແຂວງອຸດົມໄຊ ມີເນື້ອທີ່ 15.370 ກິໂລຕາແມັດ, ເປັນແຂວງທີ່ມີພູດອຍກວມ 85%, ມີທົ່ງພຽງນ້ອຍລຽບຕາມ ແຄມລ່ອງນໍ້າ ແລະ ສາຍຫ້ວຍ ກວມເອົາ 15%; ມີທັງໝົດ 7 ເມືອງ, 467 ບ້ານ, ພົນລະເມືອງທັງໝົດ 359.792 ຄົນ, ຍິງ 182.818 ຄົນ.

ທ່ານ ພີມມະເສນ ຄຸນສີລິວົງ

ທ່ານ ພີມມະເສນ ຄຸນສີລິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ 2 ໃນວັນທີ 18 ກໍລະ ກົດ ນີ້ວ່າ:ມາຮອດປີ 2023 ຕົວເລກສະສົມ ດ້ານການພົ້ນທຸກ ແລະ ພັດທະນາ ໃນທົ່ວແຂວງ ສາມາດສ້າງຄອບຄົວພົ້ນທຸກ ສະສົມໄດ້ 37.375 ຄອບຄົວ, ກວມເອົາ 60,83% ຂອງຈໍານວນຄອບຄົວທັງໝົດ; ສ້າງ ບ້ານພົ້ນທຸກ ສະສົມໄດ້ 251 ບ້ານ, ບ້ານພົ້ນທຸກ ກວມເອົາ 53,75% ຂອງຈໍານວນບ້ານທັງໝົດ; ສ້າງເມືອງພົ້ນທຸກໄດ້ 1 ເມືອງ (ເມືອງໄຊ) ກວມ 14,29% ຂອງ 7 ເມືອງ, ໄດ້ສະເໜີຫາລັດຖະບານເພື່ອຕົກລົງຮັບຮອງເອົາເປັນເມືອງພົ້ນທຸກ; ສ້າງຄອບຄົວພັດທະນາ ສະສົມໄດ້ 28.301 ຄອບຄົວ ກວມເອົາ 46,06% ຂອງຈໍານວນຄອບຄົວທັງໝົດ;ສ້າງບ້ານພັດທະນາ ສະສົມໄດ້ 103 ບ້ານ ກວມເອົາ 22,05% ຂອງຈໍານວນບ້ານທັງໝົດ; ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງຢູ່ຊົນນະບົດໄດ້ 1 ບ້ານ ກວມ 16,66% ຂອງແຜນສ້າງ 6ຈຸດສຸມ;

ໃນໄລຍະຜ່ານມາ ອົງຄະນະພັກແຂວງ ໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມ 6 ທິດນໍາ ແລະ 12 ທິດທາງ, ໜ້າທີ່ຈຸດສຸມ ທີ່ກຳນົດໄວ້ໃນ ບັນດາມະຕິ, ຄຳສັ່ງ, ກົດໝາຍ; ດຳລັດ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ ໂດຍໄດ້ຈັດສັນງົບປະມານ ເພື່ອນໍາໃຊ້ເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນແຕ່ລະປີ ຢ່າງຕໍ່ເນື່ອງ. ຄຽງຄູ່ກັບການ ປັບປຸງ ແລະ ກໍ່ສ້າງ ໂຄງລ່າງພື້ນຖານຮັບໃຊ້ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ໄປພ້ອມກັບການຈັດສັນທີ່ຢູ່ອາໃສໃຫ້ປະຊາຊົນ; ການປັບປຸງຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດຊົນນະບົດ-ຫ່າງໄກສອກຫຼີກ, ເຂດພື້ນຖານການປະຕິວັດເກົ່າເປັນຕົ້ນແມ່ນ ເສັ້ນທາງ, ໄຟຟ້າ, ລະບົບການສື່ສານ, ຊົນລະປະທານ, ນໍ້າລິນສະອາດ,ສະຖານີບໍລິການເຕັກນິກກະສິກຳ, ຕະຫຼາດ, ຫ້ອງການກຸ່ມບ້ານ, ໂຮງໝໍນ້ອຍ, ໂຮງຮຽນ ແລະ ສິ່ງສາທາລະນູປະໂພກອື່ນໆ.

ຂ່າວ: ຄຳພູສະຫວັນ ເພັນສະຫວັດ