📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
Oudomxay Government Office
ລະນຶກວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 117 ປີ
ລະນຶກວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 117 ປີ

ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ II

📅 15/07/2026  ·  ✍ ຜູ້ຄຸ້ມຄອງລະບົບ  ·  🗂 ຄະນະບໍລິຫານງານພັກແຂວງ  ·  👁 18 ເທື່ອ

ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ອົ​ງ​ຄະ​ນະ​ພັກ​ແຂວງ​ອຸ​ດົມ​ໄຊ ແຕ່ປີ 1982-1986

ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ອົງ​ຄະ​ນະ​ພັກ​ແຂວງ ໄດ້​ໄຂ​ຂຶ້ນ​​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 13 ມັງ​ກອນ 1982 ຢູ່​ທີ່​ໂຮງ​ແຮມ​ພູ​ໄຊ, ໃຫ້​ກຽດ​ເຂົ້າ​ຮ່ວມ ຂອງສະ​ຫາຍ ໄກ​ສອນ ພົມ​ວິ​ຫານ, ເລ​ຂາ​ທິ​ການ​ຄະ​ນະ​ບໍ​ລິ​ຫາ​ນ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ມີ​ຜູ້​​ແທນເຂົ້າ​ຮ່ວມ 125 ສະ​ຫາຍ ທີ່​ຕາງ​ໜ້າ​ໜ່ວຍ​ພັກ​​ໃນ​ທົ່ວ​ແຂວງ ​327 ໜ່ວຍ ແລະ ສະ​ມາ​ຊິກ​ພັກ ຈຳ​ນວນ 2.798 ສະ​ຫາຍ. ກອງ​ປະ​ຊຸມ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​​ບໍ​ລິ​ຫານ​ງານພັກ​ແຂວງ ຈຳ​ນວນ 25 ສະ​ຫາຍ, ຍິງ 1 ສະ​ຫາຍ; ໃນ​ນີ້ ຄະ​ນະ​ປະ​ຈຳພັກ​ແຂວງ 7 ສະ​ຫາຍ ​ຄື:

 

  1. ສະ​ຫາຍ ສົມ​ແພງ ແກ້ວ​ບຸນ​ຫວນ            ເປັນ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານພັກ​ແຂວງ
  2. ສະ​ຫາຍ ຈານ​ບຸນ​ມີ ຈະ​ເລີນ​ໄຊ              ເປັນ​ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານພັກ​ແຂວງ, ​ເຈົ້າ​ແຂວງ
  3. ສະ​ຫາຍ ​ໄຊ​ເຊັງ​ລີ ເຕັງ​ເບຼຍ​ຈື                 ເປັນ​ຄະ​ນະ​ປະ​ຈຳ​ພັກ​ແຂວງ
  4. ສະ​ຫາຍ ພັທ ຄຳ​ອອນ ແສງ​ສະ​ຫວັນ         ເປັນ​ຄະ​ນະ​ປະ​ຈຳ​ພັກ​ແຂວງ
  5. ສະ​ຫາຍ ທອງ​ດຳ ວົງ​ສະ​ຫວັນ                ເປັນ​ຄະ​ນະ​ປະ​ຈຳ​ພັກ​ແຂວງ
  6. ສະ​ຫາຍ ທິດ​ອຸດ ແສງ​ເດືອນ                 ເປັນ​ຄະ​ນະ​ປະ​ຈຳ​ພັກ​ແຂວງ
  7. ສະ​ຫາຍ ທອງ​ພັນ ແກ້ວ​ໂພ​ໄຊ               ເປັນ​ຄະ​ນະ​ປະ​ຈຳ​ພັກ​ແຂວງ
  8. ສະ​ຫາຍ ບຸນ​ທຳ ປັນ​ຍາ​ຂັນ                  ເປັນ​ກຳ​ມະ​ການ​ພັກ​ແຂວງ
  9. ສະ​ຫາຍ ສົມ​ສີ ໄຊ​ບຸນ​ເຮືອງ                 ເປັນ​ກຳ​ມະ​ການ​ພັກ​ແຂວງ
  10. ສະ​ຫາຍ ບຸນ​ທອນ ສຸດ​ທິ​ວົງ                ເປັນ​ກຳ​ມະ​ການ​ພັກ​ແຂວງ
  11. ສະ​ຫາຍ ຈັນ​ວົງ ຊົງ​ໄຊເຊົາ                 ເປັນ​ກຳ​ມະ​ການ​ພັກ​ແຂວງ
  12. ສະ​ຫາຍ ສົມ​ຈະ​ເລີ ​ໄຊ​ຍະ​ສິດ               ເປັນ​ກຳ​ມະ​ການ​ພັກ​ແຂວງ
  13. ສະ​ຫາຍ ສົມ​ນິດ ນິດ​ສະ​ດີ                  ເປັນ​ກຳ​ມະ​ການ​ພັກ​ແຂວງ
  14. ສະ​ຫາຍ ຈັນ​ສຸກ ບຸນ​ປະ​ຈິດ                ເປັນ​ກຳ​ມະ​ການ​ພັກ​ແຂວງ
  15. ສະ​ຫາຍ ບຸນ​ເຮືອງ ທືມ​ສາ​ຍັນ             ເປັນ​ກຳ​ມະ​ການ​ພັກ​ແຂວງ
  16. ສະ​ຫາຍ ທອງ​ລີ ຢາງ                       ເປັນ​ກຳ​ມະ​ການ​ພັກ​ແຂວງ
  17. ສະ​ຫາຍ ນາງ ບົວ​ແພງ ຍືນ​ຄຸນ​ທອນ       ເປັນ​ກຳ​ມະ​ການ​ພັກ​ແຂວງ
  18. ສະ​ຫາຍ ບຸນ​ທອນ ຂວາງ​ໄຊ​ຈິດ           ເປັນ​ກຳ​ມະ​ການ​ພັກ​ແຂວງ
  19. ສະ​ຫາຍ ໄມ່​ຕ້າວ ​ອິນ​ຕະ​ວົງ                ເປັນ​ກຳ​ມະ​ການ​ພັກ​ແຂວງ
  20. ສະ​ຫາຍ ຊຽງ​ຈັນ​ເພັງ ເພັດ​ມະ​ນີ            ເປັນ​ກຳ​ມະ​ການ​ພັກ​ແຂວງ
  21.  ສະ​ຫາຍ ສະ​ແຫວງ​ໄຊ ​ອິນ​ພູ​ວຽງ         ເປັນ​ກຳ​ມະ​ການ​ພັກ​ແຂວງ
  22. ສະ​ຫາຍ ສີ​ວົງ​ໄຊ ທໍ່                        ເປັນ​ກຳ​ມະ​ການ​ພັກ​ແຂວງ
  23. ສະ​ຫາຍ ລາວ​ກົວ ​ລີ                        ເປັນ​ກຳ​ມະ​ການ​ພັກ​ແຂວງ
  24. ສະ​ຫາຍ ຈັນ​ດີ ຢາງ                        ເປັນ​ກຳ​ມະ​ການ​ພັກ​ແຂວງ
  25. ສະ​ຫາຍ ທິດ​ຄຳ​ພັນ ສຸ​ທິ​ວົງ                ເປັນ​ກຳ​ມະ​ການ​ພັກ​ແຂວງ

 

ກອງ​ປະ​ຊຸມ​ໄດ້​ກຳ​ນົດໜ້າ​ທີ່​ພື້ນ​ຖານ​: ແມ່ນປະ​ຕິ​ບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ ຄື:​ "ປົກ​ປັກ​ຮັກ ແລະ ສ້າງ​ສາ​ພັດ​ທະ​ນາ​ແຂວງ" ຫັນ​ທິດ​ລົງ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງ, ຕ້ານ​ການ​ແຊກ​ຊຶມ ​ຂອງ​ປະ​ຕິ​ການ​ລາວ​ພັດ​ຖິ່ນ.

 

ແຫຼ່ງຂໍ້ມູນ: ປື້ມປະຫວັດສາດແຂວງອຸດົມໄຊ ສະບັບ ປີ 2022.