ກອງປະຊຸມ ອົງການປົກຄອງ ແຂວງ ເປີດກ້ວາງ 6 ເດືອນຕົ້ນປີ 2024

ກອງປະຊຸມ ອົງການປົກຄອງ 6-2024

ກອງປະຊຸມ ເປີດກວ້າງ ຂອງ ອົງການປົກຄອງ ແຂວງອຸດົມໄຊ 6 ເດືອນ ຕົ້ນປີ 2024 ຈັດຂຶ້ນໃນວັນທີ 24 ມິຖຸນາ 2024 ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີການນຳແຂວງ, ເຈົ້າເມືອງ, ຫົວຫນ້າພະແນກການ ແລະ ຕາງຫນ້າຂະແຫນງການອ້ອມຂ້າງແຂວງເຂົ້າຮ່ວມ.

ການດໍາເນີນກອງປະຊຸມ ໃນຄັ້ງນີ້ ກໍເພື່ອສະຫລຸບ ຕີລາຄາຄືນ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຮອບດ້ານ ໃນໄລຍະ 6 ເດືອນຜ່ານມາ ພ້ອມທັງ ຄົ້ນຄວ້າ, ປຶກສາຫາລື ແລະ ກຳນົດແນວທາງ ໃນການປັບປຸງແກ້ໄຂ ບັນຫາທີ່ຍັງຄົງຄ້າງ ໂດຍແນ່ໃສ່ເຮັດໃຫ້ວຽກງານແຕ່ລະດ້ານ ມີຜົນສຳເລັດຕາມລະດັບຄາດຫມາຍ.

ກອງປະຊຸມ ອົງການປົກຄອງ 6-2024

ໃນນີ້ ໄດ້ຮັບຟັງການລາຍງານ ວຽກງານແຕ່ລະດ້ານ ລວມທັງ ການກຳນົດທິດທາງ ແຜນການເຄື່ອນໄຫວໃນຕໍ່ຫນ້າ ໂດຍສະເພາະແມ່ນ ວຽກງານ ຂອງອົງການປົກຄອງແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ລາຍຮັບ – ລາຍຈ່າຍ ງົບປະມານແຫ່ງລັດ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 13 / ນຍ ວ່າດ້ວຍການແກ້ໄຂ ບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ – ການເງິນ, ບັນຫາເງິນເຟິ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ຫນີ້ສິນຕ່າງປະເທດ ຕິດພັນກັບການປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫລ່ງທຶນສູ່ທ້ອງຖິ່ນ.

ການດໍາເນີນ ກອງປະຊຸມໃນຄັ້ງນີ້ ນອກຈາກການສະຫລຸບຕີລາຄາ ການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ ແລະ ກໍານົດທິດທາງແຜນການ ເຄື່ອນໄຫວໃນ 6 ເດືອນທ້າຍປີ 2024 ແລ້ວ ຍັງໄດ້ເຜີຍແຜ່ເອກະສານສຳຄັນ ທີ່ຕິດພັນກັບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານໂດຍລວມຈຳນວນຫນຶ່ງ ເປັນຕົ້ນແມ່ນ ດຳລັດ ວ່າດ້ວຍພາລະກອນ, ຄຳແນະນຳ ຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີ ວຽກງານຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດທິດຊີ້ນຳຂອງ ລັດຖະບານ ໃນໄລຍະໃຫມ່ ແລະ ການລົງກວດກາ ໂຄງການບໍ່ແຮ່ ແລະ ມາດຕະການໃນການແກ້ໄຂ ໃນຕໍ່ຫນ້າຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ