ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກແຂວງອຸດົມ ໄຊ ຄັ້ງທີ VIII ໄດ້ສຳເລັດລົງ ຢ່າງຈົບງາມໃນວັນທີ 3 ພະຈິກ ນີ້ທີ່ສະໂມສອນແຂວງອຸດົມໄຊ, ໃນກອງປະຊຸມບັນດາສະ ຫາຍຜູ້ແທນສົມບູນໄດ້ປ່ອນ ບັດຄັດເລືອກເອົາຄະນະບໍລິ ຫານງານພັກແຂວງອຸດົມໄຊ ຊຸດທີ VIII ຊຶ່ງມີຈຳນວນ 36 ສະ ຫາຍ, ເລືອກເອົາ 31 ສະຫາຍ, ຄະນະປະຈຳພັກແຂວງ 11 ສະຫາຍ.

ກອງປະຊຸມຄັ້ງ ປະຖົມມະລືກໄດ້ເລືອກເອົາ ສະຫາຍ ເພັດສາຄອນ ຫຼວງ ອາໄພ ເປັນເລຂາພັກແຂວງ, ເລືອກເອົາສະຫາຍ ບຸນລອດ ອ່ອນພະຈັນ ແລະ ສະຫາຍ ຄຳພຽງ ຢາຈົງວາ ເປັນຮອງ ເລຂາພັກ, ສະຫາຍນາງ ຄຳມີ ສຸກສະຫວັດ ເປັນປະທານກວດກາ ແລະ ເລືອກເອົາຜູ້ແທນ ສົມບູນ 23 ສະຫາຍ ສຳຮອງ 3 ສະຫາຍ ເພື່ອໄປຮ່ວມກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກ.

"ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336