ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ
ຊື່ເອີ້ນ: ຊົນເຜົ່າອາຄາ ມີຊື່ເອີ້ນຫຼາຍຢູ່ແຕ່ເຂົາເຈົ້າເອີ້ນຕົວເອງວ່າ: “ອາຄາ“ ສ່ວນເຜົ່າອື່ນ ເອີ້ນເຂົາເຈົ້າວ່າ “ລາວ ສູງກໍ່“ ຫຼື “ລາວ“ ຊື່ທີ່ເຂົາເຈົ້າມັກທີ່ສຸດແມ່ນ “ອາຄາ“ ອີງຕາມການລົງສຳຫຼວດເກັບກໍາຂໍ້ມູນຕົວຈິງ ຊົນເຜົ່າອາຄາ ຢູ່ໃນສອງເມືອງ (ເມືອງຫຼາ ແລະ ເມືອງນາຫມໍ້) ປະກອບມີຫຼາຍແຊງດ້ວຍກັນເຊັ່ນ: ປູລີອາຄາ, ຈີຈໍອາຄາ, ຈີເປຍອາຄາ, ມູເຕີນອາຄາ, ສຸມາອາຄາ ແລະ ປາຍາອາຄາ.
ພາສາ: ຊົນເຜົ່າອາຄາແມ່ນຊົນເຜົ່າຫນຶ່ງທີ່ມີພາສາປາກເວົ້າເປັນຂອງຕົນເອງ, ແຕ່ບໍ່ມີຕົວຫນັງສືຂຽນຊົນເຜົ່າອາຄາ ໄດ້ຈັດ ເຂົ້າໃນຫມວດພາສາ ຈີນ-ຕີເບດ.
ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າອາຄາ: ຊົນເຜົ່າອາຄາມີຄວາມ ເຊື່ອຖືຜີຢ່າງໜັກໜ່ວງ ແລະ ຍາກທີ່ສຸດທີ່ຈະໃຫ້ຊົນເຜົ່າອາຄາປ່ຽນຈິດໃຈຄວາມເຊື່ອຖືເກົ່າໄປເຊື່ອຖື ສາສະໜາ ອື່ນ, ຊົນເຜົ່າອາຄາມີຄວາມເຊື່ອຖືຜີພໍ່ ຜີແມ່, ຜີເຮືອນ, ຜີບ້ານ ແລະ ບັນພະບູລຸດຂອງຕົນ, ບັນພະບູລຸດເຫຼົ່າ ນັ້ນຈະຄ່ອຍໃຫ້ຄວາມດູແລເບິ່ງແຍງ, ປົກປັກຄຸ້ມຄອງສະມາຊິກພາຍໃນຄອບຄົວ, ທຸກໆເຮືອນຈະມີຮ້ານຜີ. ນອກ ຈາກນີ້, ຊົນເຜົ່າອາຄາຍັງເຊື່ອຖືຜີຕົ້ນໄມ້ ຜີພູຜາປ່າດົງ, ຜີແມ່ນຫ້ວຍຮ່ອງ ແລະ ອື່ນໆ. ເນື່ອງຈາກຊົນເຜົ່າອາຄາມີຄວາມເຊື່ອຖືດັ່ງກ່າວຈຶ່ງມີພິທີກໍາຕ່າງໆ ຫຼາຍຢ່າງລັກສະນະ ຂອງການວິ່ງວອນ, ຮ້ອງຂໍສິ່ງສັກສິດເພື່ອມາຄຸ້ມຄອງ, ຮັກສາ ແລະ ປັດເປົ່າສິ່ງຊົ່ວຮ້າຍຕ່າງໆ ໃຫ້ດົນບັນດານແຕ່ຄວາມດີມີສຸກໃນຊີວິດຄອບຄົວ, ຊົນເຜົ່າອາຄາ ມີຄວາມ ເຄັ່ງຄັດໃນເລື່ອງການປະຕິບັດຮີດ ຄອງປະເພນີ, ຂໍ້ຫ້າມ ແລະ ການຄະລຳຢ່າງຫຼວງຫຼາຍເຊັ່ນ: ຫ້າມຈັບບາຍສິ່ງ ຂອງຢູ່ບໍລິເວນປະຕູໂຂງຂອງບ້ານ, ຫ້າມເອົາເຄື່ອງຂອງຫ້ອຍເທິງຝາປະຕູບ່ອນສີຫນ້າເຮືອນ, ຫ້າມເອົາຊີ້ນດິບເຂົ້າ ແລະ ຜ່ານບ້ານ, ຄະລຳບໍ່ໃຫ້ກິນລູກສັດນ້ອຍໃນທ້ອງເຊັ່ນ: ລູກຟານ, ລູກໝູ, ລູກເງັນ ແລະ ລູກອື່ນໆ ຫ້າມ ຂັບລຳ, ຮ້ອງຟ້ອນ ແລະ ລົມສາວຢູ່ໃນເຮືອນ, ບ່າວສາວລົມກັນແມ່ນລົມຢູ່ເລົ້າເຂົ້າ, ແມ່ຍິງມີລູກທາງ (ລູກບໍ່ມີພໍ່) ບໍ່ໃຫ້ເກີດຢູ່ບ້ານ, ໄປເກີດຢູ່ປ່າ, ແມ່ຍິງເກີດລູກຝາແຝດບໍ່ໃຫ້ຢູ່ບ້ານ, ເກີດລູກມາອະໄວຍະວະບໍ່ຄົບ ຫຼື ອະໄວຍະ ວະເຫຼືອແບບຜິດປົກກະຕິ ແມ່ນຂ້າຖິ້ມ, ແມ່ຮ້າງນາງຫມ້າຍບໍ່ໃຫ້ຕາຍຢູ່ບ້ານ, ກໍລະນີຕາຍຢູ່
ບ້ານຕ້ອງໄດ້ຍ້າຍບ້ານໄປຢູ່ບ່ອນໃຫມ່.
ຊົນເຜົ່າອາຄາ ສືບທອດເຊື້ອສາຍວົງຕະກູນທາງພໍ່ເປັນຫຼັກ, ຜູ້ຊາຍເມື່ອໄດ້ແຕ່ງດອງສ້າງຄອບຄົວແລ້ວຕ້ອງໄດ້ພາ ເມຍ ລົງປຸກສ້າງເຮືອນຕ່າງຫາກ ຢູ່ຕິດກັບເຮືອນ ໃຫຍ່ຂອງພໍ່ແມ່ຂອງຕົນ, ເພາະວ່າເຮືອນໃຫຍ່
ຫຼັງຫນຶ່ງສາມາດນອນໄດ້ຫນຶ່ງຄອບຄົວ. ເພາະວ່າຊົນເຜົ່າອາຄາຜູ້ຊາຍມີບົດບາດສໍາຄັນທີ່ສຸດຢູ່ໃນເຮືອນ ແລະ ບ້ານອີກດ້ວຍ