ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວ ໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງແຕ່ຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖືຮີດຄອງປະເພນີແລະວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ.

ໃນຫນຶ່ງ ປີຂອງຊົນເຜົ່າຫໍ້ ຈະມີພິທີແລະງານບຸນປະເພນີຫຼາຍໆຄັ້ງຕໍ່ປີແຕ່ບຸນປະເພນີທີ່ສໍາຄັນກວ່າຫມູ່ແມ່ນບຸນກິນຈຽງ ຫຼື ບຸນປີໃຫມ່ຂອງທຸກໆປີ, ຊົນເຜົ່າຫໍ້ ມັກຈະເຮັດຮີດຄອງດ້ວຍການຂ້າໝູເພື່ອລ້ຽງຜີເຮືອນ ( ຜີພໍ່, ຜີແມ່ ) ໃນຄ້ຳ  ຄືນແຮມ 14 -15 ຄ່ໍຳຂອງ ເດືອນ 2 ຫຼື 3 ຂອງທຸກໆປີແມ່ນມື້ເລີ່ມຕົ້ນກິນຈຽງດ້ວຍການຈູດຫມາກກະໂພກມີ ສຽງຟົດສະຫນັ່ນຫວັ່ນໄຫວທົ່ວບໍລິເວນ. ນອກຈາກນີ້ຍັງມີເຄື່ອງ ດົນຕີພື້ນເມືອງ ຫຼາຍຊະນິດຄືເວີ່, ສີຊໍ, ກະຈັບປີ່, ຂຸ່ຍ,ແກ່ ແລະ ອື່ນໆ.

ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ຢູ່ແຂວງອຸດົມໄຊ ມີກົກເຄົ້າຕົ້ນກໍາເນີດມາຈາກປະເທດຈີນ, ຊົນເຜົ່າ ຫໍ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຢູ່ແຂວງຜົ້ງສາລີ ໃນສັດຕະວັດທີ່ 19 ແຕ່ຍົກຍ້າຍລົງມາຢູ່ແຂວງອຸດົມໄຊ ແມ່ນໃນຊຸມປີ 1965-1970 ມີປະມານສອງຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ເທດສະບານແຂວງອຸດົມໄຊ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ວັນທີ່ 2 ທັນວາ 1975 ຈົນຮອດປະຈຸບັນນີ້ຊົນເຜົ່າຫໍ້ໄດ້ເຄື່ອນຍ້າຍເຂົ້າມາຢູ່ແຂວງອຸດົມໄຊນັບມື້ນັບຫຼາຍຂຶ້ນ.

ຊື່ເອີ້ນ: ຊົນເຜົ່າຫໍ້ແມ່ນຊື່ທີ່ເຂົາເຈົ້າມັກທີ່ສຸດ ແລະ ຊົນເຜົ່າອື່ນໆກໍ່ເອີ້ນເຂົາເຈົ້າແມ່ນຊົນເຜົ່າຫໍ້ ແຕ່ຄໍາສັບທີ່ວ່າ “ຫໍ້ມີຄວາມຫມາຍແນວໃດກໍ່ບໍ່ທັນມີຜູ້ໃດທີ່ຈະອະທິບາຍໄດ້ເທື່ອ.

 ພາສາ: ຊົນເຜົ່າຫໍ້ຢູ່ ແຂວງອຸດົມໄຊ ມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງ, ເຜົ່າຫໍ້ໄດ້ ຈັດເຂົ້າໃນຫມວດພາສາ ຈີນ-ຕີເບດ ຂອງສາຂາຫ່ານຫໍ້. ່

ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າຫໍ້: ຊົນເຜົ່າຫໍ້ເຖິງແມ່ນວ່າໄດ້ມາຕັ້ງຖິ່ນຖານມາ ຫາກິນຢູ່ ແຂວງອຸດົມໄຊ ແຕ່ດົນນານແຕ່ວ່າຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມທີ່ ເປັນເອກະລັກຂອງຊົນເຜົ່າຕົນເອງໄວ້ເປັນຢ່າງດີ. ແຕ່ລະຄອບຄົວຂອງຊົນເຜົ່າຫໍ້ ແມ່ນເຊື່ອຖືຜີພໍ່, ຜີແມ່, ຜີຂອງບັນພະບູລຸດຕົນທີ່ໄດ້ລ່ວງຫລັບໄປ ໂດຍການເຮັດຫິ້ງຮ້ານບູຊາໄວ້ໃນເຮືອນຂອງ ແຕ່ລະຄອບຄົວ, ນອກຈາກນີ້, ກໍ່ຍັງມີຈໍານວນຫນຶ່ງແມ່ນໄດ້ ເຊື່ອຖືສາສະຫນາເຕົ່າ.

"ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336