ເປັນເສນາທິການ ຊ່ວຍວຽກ ອຳນວຍຄວາມສະດວກ ຄົ້ນຄ້ວາເອກະສານຕ່າງໆໃຫ້ຄະນະບໍລິຫານງານພັກແຂວງ.
ອ່ານເພີ່ມຕື່ມ →
ຄະນະບໍລິຫານງານພັກແຂວງອຸດົມໄຊແຕ່ສະໄໝທີ I - ສະໄໝ ປັດຈຸບັນ...
ອ່ານເພີ່ມຕື່ມ →
ນິຕິກຳທີ່ສຳຄັນເຊັນ: ຄຳສັ່ງ, ແຈ້ງການ ແລະອື່ນໆ.
ອ່ານເພີ່ມຕື່ມ →
ວັນທີ 23 ເມສາ ນີ້ ທີ່ ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດພິທີປະກາດ ແຕ່ງຕັ້ງ, ສັບຊ້ອນ, ມອບ-ຮັບ ໜ້າທີ່ ຂອງ ພະນັກງານ ນຳພາ-ຄຸ້ມຄອງ ຂັ້ນແຂວງ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ຄະນະສອງກອງບັນຊາການ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານວິຊາການພາຍໃນ 3 ອົງການຈັດຕັ້ງ ຄື: ຫ້ອງວ່າການແຂວງ, ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ອົງການກາແດງແຂວງ ເຂົ້າຮ່ວມ.
ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ຂອງ ຫ້ອງວ່າການແຂວງອຸດົມໄຊ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 26 - 27 ກຸມພາ 2026 ນີ້ ທີ່ ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ພິໄລທອງ ຈິດມະນີ ກຳມະການສຳຮອງສູນກາງພັກ, ຫົວຫນ້າຫ້ອງວ່າການແຂວງ. ເປັນກຽດເຂົ້າຮ່ວມມີ ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ. ມີ ຄະນະພະແນກການ, ອົງການອ້ອມຂ້າງ, ສອງກອງບັນຊາການ ປກຊ-ປກສ, ຫ້ອງວ່າການ 7 ເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມ.
ວັນທີ 25 ກຸມພາ 2026 ທີ່ ສະໂມສອນຂອງແຂວງ ການນຳແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງາຍພັກແຂວງ ພ້ອມບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຄະນະພະແນກ, ສອງກອງບັນຊາການການ ປກຊ-ປກສ, ອາດີດການນຳ, ພະນັງານ-ລັດຖະກອນ ຕະຫລອດຮອດພະນັກງານຫຼັກແຫຼງອ້ອມຂ້າງແຂວງອຸດົມໄຊ ພ້ອມກັນເຂົ້າຮ່ວມຮັບຟັງ ເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ຖ່າຍທອດສົດ ຈາກ ນະຄອນຫລວງວຽງຈັນ.
ຫ້ອງການທັນສະໄໝ
ລະບົບຂໍ້ມູນສຳລັບພາກລັດ
ດາວໂຫຼດເອກະສານ ແລະ ຄວາມຮູ້
ກອງປະຊຸມທາງໄກສຳລັບພາກລັດ