ລັດຖະມົນຕີກະຊວງ ຍທຂ ຊີ້ນຳແກ້ໄຂດ່ວນ ບັນຫາຖົມດິນໃກ້ເຂດສະຫງວນ ແລະ ທາງລອດມີນ້ຳຂັງ ຢູ່ແຂວງອຸດົມໄຊ
ວັນທີ 17 ກໍລະກົດ 2026, ທ່ານ ເຫຼັກໄລ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ສົມທົບກັບ ຄະນະນຳແຂວງອຸດົມໄຊ ໂດຍແມ່ນ ທ່ານ ຄຳແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງ, ມີ
ທ່ານ ລູ ຫາຍໂຈ ອຳນວຍການໃຫຍ່ບໍລິສັດລົດໄຟລາວ- ຈີນ ຈຳກັດ ແລະ ພະແນກ ຍທຂ ລົງກວດກາພື້ນທີ່ຕົວຈິງ ຢູ່ເມືອງໄຊ ແຂວງອຸດົມໄຊ ເພື່ອຕິດຕາມ ແລະ ແກ້ໄຂບັນຫາທີ່ສົ່ງຜົນກະທົບຕໍ່ແລວທາງລົດໄຟ.
ການລົງກວດກາຄັ້ງນີ້ ໄດ້ສຸມໃສ່ 2 ຈຸດສຳຄັນ ຄື:
ຈຸດບ້ານຫ້ວຍຂຸມ: ພົບການຖົມດິນຂອງບຸກຄົນຕິດເຂດສະຫງວນທາງລົດໄຟ ເຊິ່ງມີການຖົມຫ້ວຍນ້ຳທຳມະຊາດ ບໍ່ຖືກຕ້ອງຕາມລະບຽບການ ແລະ ບໍ່ໄດ້ມາດຕະຖານ ເຮັດໃຫ້ກີດຂວາງທາງໄຫຼຂອງນ້ຳ ແລະ ອາດສົ່ງຜົນກະທົບຕໍ່ຄວາມປອດໄພຂອງທາງລົດໄຟ.
ຈຸດບ້ານນາແລ: ພົບພື້ນທີ່ທາງລອດກ້ອງຂົວທາງລົດໄຟມີນ້ຳຂັງ ສ້າງຄວາມລຳບາກໃຫ້ແກ່ການສັນຈອນຂອງປະຊາຊົນ.
ທ່ານ ລັດຖະມົນຕີ ກະຊວງ ຍທຂ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນສົມທົບກັບບໍລິສັດທາງລົດໄຟ ເພື່ອແກ້ໄຂບັນຫາທັງສອງຈຸດນີ້ຢ່າງຮີບດ່ວນ ພ້ອມທັງວາງທິດຊີ້ນຳ ຄື:
ດ້ານກົນໄກ: ສ້າງຕັ້ງຄະນະຮັບຜິດຊອບສະເພາະກິດ ແລະ ເພີ່ມທະວີການລາດຕະເວນຂອງຕຳຫຼວດທາງລົດໄຟໃຫ້ເຂັ້ມງວດກວ່າເກົ່າ.
ດ້ານພາລະບົດບາດ: ມອບໃຫ້ກົມທາງລົດໄຟ ກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະຂັ້ນ (ແຂວງ, ເມືອງ, ບ້ານ, ຕຳຫຼວດ, ທະຫານ ແລະ ບໍລິສັດ) ໃຫ້ຈະແຈ້ງ.
ດ້ານການຄຸ້ມຄອງທີ່ດິນ: ອອກລະບຽບການຄຸ້ມຄອງທີ່ດິນຕາມແລວທາງຢ່າງຮັດກຸມ, ທຸກການພັດທະນາທີ່ດິນຂອງບຸກຄົນ ຫຼື ບໍລິສັດໃນເຂດດັ່ງກ່າວ ຕ້ອງໄດ້ຮັບອະນຸຍາດກ່ອນລົງມືເຮັດ.
ດ້ານການເຜີຍແຜ່: ສ້າງປຶ້ມຄູ່ມືຄຸ້ມຄອງທາງລົດໄຟ, ຕິດປ້າຍຫ້າມໃນເຂດສະຫງວນ ແລະ ເຜີຍແຜ່ລະບຽບການໃຫ້ປະຊາຊົນຮັບຮັບຮູ້ຢ່າງກວ້າງຂວາງ.
ດ້ານການປະສານງານ: ໃຫ້ບໍລິສັດທາງລົດໄຟ ລາວ-ຈີນ ຈັດກົນໄກພົບປະກັບຄະນະນຳບັນດາແຂວງທີ່ທາງລົດໄຟຜ່ານ ເພື່ອຮັດແໜ້ນການຮ່ວມມື.
ໃນໂອກາດນີ້, ທ່ານ ຄຳແສງ ອາລີ, ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ໄດ້ສະເໜີໃຫ້ບໍລິສັດທາງລົດໄຟ ແຕ່ງຕັ້ງຄະນະກວດກາແລວທາງຢ່າງເປັນທາງການ. ຈາກນັ້ນ, ປະທານບໍລິສັດ ທາງລົດໄຟ ລາວ-ຈີນ ກໍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມປອດໄພຂອງເສັ້ນທາງສາຍຍຸດທະສາດນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຍິນດີຈະເພີ່ມທະວີການກວດກາ ແລະ ປົກປັກຮັກສາເຂດສະຫງວນທາງລົດໄຟຢ່າງເຂັ້ມງວດ.