ຄະນະຜູ້ແທນສະພາປະຊາຊົນແຂວງລາຍເຈົາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ເສີມສ້າງສາຍພົວພັນລາວ-ຫວຽດນາມ
ໃນໂອກາດທີ່ຄະນະຜູ້ແທນ ສະພາປະຊາຊົນແຂວງລາຍເຈົາ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນຳໂດຍ ສະຫາຍນາງ ເຕີນ ທິ ເກ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 27 ກໍລະກົດ 2026 ນີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງອຸດົມໄຊ
ໃນວັນດຽວກັນນີ້ ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າພົບປະ ແລະ ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກ ຕໍ່ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ
ໃນໂອກາດນີ້ ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ກ່າວຕ້ອນຮັບຄະນະຜູ້ແທນດ້ວຍຄວາມອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຄັ້ງນີ້. ພ້ອມດຽວກັນນີ້ ສະຫາຍຍັງໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມໂສກເສົ້າຢ່າງສຸດຊຶ້ງຕໍ່ເຫດການນ້ຳປ່າຊຸ ຢູ່ແຂວງລາຍເຈົາ ໃນຊ່ວງຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍຈຳນວນໜຶ່ງ. ສະຫາຍໄດ້ສະແດງຄວາມເສຍໃຈຢ່າງເລິກເຊິ່ງ ແລະ ອວຍພອນໃຫ້ແກ່ຄອບຄົວຜູ້ປະສົບໄພ ຈົ່ງຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ໂດຍໄວ.
ສະຫາຍເລຂາພັກແຂວງ ຍັງໄດ້ຢືນຢັນວ່າ ພັກ ແລະ ປະຊາຊົນແຂວງອຸດົມໄຊ ພ້ອມທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມືຮອບດ້ານ ກັບແຂວງລາຍເຈົາ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງແຂວງ.
ການເຂົ້າພົບປະໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບ, ຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.
ພາບ - ຂ່າວໂດຍ: ແສງອາທິດ