ຫ້ອງວ່າການ ແຂວງອຸດົມໄຊ
Open menu
  • ໜ້າຫຼັກHome
  • ກ່ຽວກັບ...About
    • ແຂວງອຸດົມໄຊOudomxay Province
    • ຄະນະບໍລິຫານງານພັກແຂວງ
    • ຫ້ອງວ່າການແຂວງProvince Government Office
    • ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ
    • ເລຂາພັກເມືອງ 7 ເມືອງເລຂາພັກເມືອງຂອງແຕ່ລະເມືອງພາຍໃນແຂວງ
  • ຂ່າວສານNews
    • ຂ່າວ ການນຳແຂວງ
    • ຂ່າວ ຫ້ອງວ່າການແຂວງ
    • ຂ່າວ ເສດຖະກິດ
    • ຂ່າວອື່ນໆ
  • ຊົນເຜົ່າລາວLao ethnic
  • ຄັງຮູບພາບPhoto gallery
  • ເອກະສານDocuments
    • ຂໍ້ຕົກລົງ
    • ຄຳສັ່ງ
    • ແຈ້ງການ
  • ດາວໂຫຼດDownload
  • ຕິດຕໍ່ສອບຖາມContact Us

ຂ່າວ ຫ້ອງວ່າການແຂວງ

ກອງປະຊຸມ ສະຫລຸບ ການຈັດຕັ້ງປະຕິບັດວຽກງານ ຫ້ອງວ່າການ ແຂວງອຸດົມໄຊ ປະຈຳປີ 2025

ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ຂອງ ຫ້ອງວ່າການແຂວງອຸດົມໄຊ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 26 - 27 ກຸມພາ 2026 ນີ້ ທີ່ ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ພິໄລທອງ ຈິດມະນີ ກຳມະການສຳຮອງສູນກາງພັກ, ຫົວຫນ້າຫ້ອງວ່າການແຂວງ. ເປັນກຽດເຂົ້າຮ່ວມມີ ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ. ມີ ຄະນະພະແນກການ, ອົງການອ້ອມຂ້າງ, ສອງກອງບັນຊາການ ປກຊ-ປກສ, ຫ້ອງວ່າການ 7 ເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມ.

ກອງປະຊຸມໄດ້ລົງເລິກ ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານ ຂອງ ຫ້ອງວ່າການແຂວງ ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດທິດທາງແຜນການ ວຽກງານຈຸດສຸມ ປີ 2026 ຕິດພັນກັບການ ຜັນຂະຫຍາຍແຜນພັດທະນາວຽກງານຂອງຫ້ອງວ່າການ 5 ປີ (2026-2030). ເຊິ່ງຕະຫຼອດໄລຍະ 1 ປີ ຜ່ານມາ ຫ້ອງວ່າການແຂວງ ໄດ້ສຸມໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ ໃນການເປັນເສນາທິການ ຕາມ 3 ພາລະບົດບາດ ຕິດພັນກັບການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ບັນດານິຕິກຳ ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ຂອງຂັ້ນເທິງ ຢ່າງຕັ້ງໜ້າ ໃນທ່າມກາງສະພາບແວດລ້ອມທີ່ແຂວງ ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ງົບປະມານຈຳກັດ ແຕ່ປະລິມານວຽກພັດຫຼາຍ ເນື່ອງຈາກເປັນປີມ້ວນທ້າຍສະໄໝ ບວກກັບ ບັນຫາປະກົດການຫຍໍ້ທໍ້ອື່ນໆທີ່ເກີດຂຶ້ນໃນສັງຄົມ ເຊິ່ງເປັນສິ່ງທ້າຍທາຍ ແລະ ກະທົບໂດຍກົງຕໍ່ການຈັດຕັ້ງເຄື່ອນໄຫວວຽກງານຂອງຫ້ອງວ່າການ. ແຕ່ຍ້ອນການນຳພາຢ່າງໃກ້ຊິດຕິດແທດ ຂອງ ຄະນະປະຈຳພັກແຂວງ, ຄະນະກຳມະການປົກຄອງແຂວງ ບວກໃສ່ຄວາມຮັບຜິດຊອບການເມືອງຂອງ ຄະນະພັກ-ຄະນະນຳ ຫ້ອງວ່າການແຂວງ, ຄວາມເສຍສະຫຼະ, ຄວາມຈູບຈ້າວຫ້າວຫັນ ແລະ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຂອງ ພະນັກງານຫ້ອງວ່າການ ສາມາດເຮັດໃຫ້ວຽກງານເສນາທິການໄດ້ຮັບການປັບປຸງເຂັ້ມແຂງຂຶ້ນເທື່ອລະກ້າວ ອັນພົ້ນເດັ່ນ ການເປັນເສນາທິການທາງດ້ານເນື້ອໃນ ແມ່ນເຮັດໄດ້ດີຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນ ການກະກຽມຈັດກອງປະຊຸມຕ່າງໆ ເຮັດໄດ້ຢ່າງທັນການ ແລະ ຮັບປະກັນ ເນື້ອໃນດີ; ການເປັນເສນາທິການໃນການປະສານງານ, ບໍລິຫານ-ຮັບໃຊ້ ເຮັດຫຼ້ອນໜ້າທີ່ ສ້າງຄວາມເພິ່ງພໍໃຈໃຫ້ແຂກລະດັບຕ່າງໆດີພໍສົມຄວນ; ລະບົບກົງຈັກການຈັດຕັ້ງໄດ້ຮັບການປັບປຸງໃໝ່ ມີຄວາມກະທັດຮັດ ສອດຄ່ອງກັບນິຕິກຳຂອງຂັ້ນເທິງ ແລະ ສະພາບຕົວຈິງຂອງແຂວງ ແລະ ລະບົບຄຸ້ມຄອງເອກະສານກໍໄດ້ລິເລີ່ມຫັນເປັນທັນສະໄໝຂຶ້ນເທື່ອລະກ້າວ. ກອງປະຊຸມ ຍັງໄດ້ຍົກເອົາບັນຫາທີ່ຍັງຄົງຄ້າງ ເພື່ອມາຊອກຫາສາເຫດ ແລະ ກໍານົດທິດທາງ ປັບປຸງ ແກ້ໄຂ ໃຫ້ດີຂຶ້ນໃນຕໍ່ໜ້າ ໂດຍສະເພາະແມ່ນ ບັນດາກົນໄກການຈັດຕັ້ງປະຕິບັດວຽກງານເສນາທິການ ທີ່ຕິດພັນກັບບັນດາຂະແໜງການອ້ອມຂ້າງແຂວງ. ກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ໃນການຄົ້ນຄວ້າລົງເລິກ ແລະ ປະກອບຄໍາຄິດ ຄໍາເຫັນ ຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນບັນຫາ, ສາເຫດ ແລະ ກໍານົດທິດທາງໃນການແກ້ໄຂໃຫ້ຖືກຕ້ອງ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານເສນາທິການ ຂອງ ຫ້ອງວ່າການ ມີປະສິດທິຜົນດີຂຶ້ນກ່ວາເກົ່າ ໂດຍສະເພາະແມ່ນ ຮັບປະກັນໃຫ້ປະຕິບັດໄດ້ ຕາມຄຳຂວັນ 3 ດີ 4 ໃຫ້ ທີ່ໄດ້ວາງໄວ້ໃຫ້ປະກົດຜົນເປັນຈິ່ງ.

 

ກອງປະຊຸມ ເຊື່ອມຊຶມເອກະສານສຳຄັນຂອງ ພັກ-ລັດ ແລະ ກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ

ໃນວັນທີ 22 ມັງກອນ 2026, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນຂອງພັກ, ກົດໝາຍຂອງລັດ ແລະ ເອກະສານມູນເຊື້ອວັນສຳຄັນຕ່າງໆຂອງຊາດ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ພິໄລທອງ ຈິດມະນີ, ກຳມະການສຳຮອງສູນກາງພັກ, ຫົວໜ້າຫ້ອງວ່າການແຂວງ; ມີບັນດາຄະນະຫ້ອງວ່າການ, ພະແນກການ, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຫ້ອງວ່າການເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຕໍ່ກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ໂດຍສະເພາະແມ່ນການຫັນເອົາເນື້ອໃນຈິດໃຈຂອງສູນກາງ ລົງສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ທ້ອງຖິ່ນໃຫ້ມີປະສິດທິຜົນ.

ໃນກອງປະຊຸມ, ທ່ານປະທານໄດ້ໃຫ້ກຽດເຜີຍແຜ່ ແລະ ເຊື່ອມຊຶມບັນດາເອກະສານທີ່ສຳຄັນ ດັ່ງນີ້:

ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ (ລົງວັນທີ 12 ກັນຍາ 2025): ວ່າດ້ວຍການນໍາພາ-ຊີ້ນໍາ ຂອງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ຈະມາເຖິງນີ້. ເຊິ່ງເນັ້ນໜັກໃຫ້ຄະນະພັກທຸກຂັ້ນຖືເອົາວຽກງານການເລືອກຕັ້ງເປັນບັ້ນການເມືອງທີ່ສຳຄັນທີ່ສຸດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອຳນາດການປົກຄອງລັດ.

ການເພີ່ມທະວີການນໍາພາແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕ: ເພື່ອປຸກລະດົມໃຫ້ພະນັກງານ ແລະ ປະຊາຊົນມີສະຕິຕື່ນຕົວໃນການໄປໃຊ້ສິດເລືອກຕັ້ງຢ່າງເປັນຂະບວນຟົດຟື້ນ ແລະ ເລືອກໄດ້ບຸກຄະລາກອນທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ.

ກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ: ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ກຳແໜ້ນຫຼັກການ, ຂັ້ນຕອນ ແລະ ລະບຽບການຕ່າງໆ ໃນການປ່ອນບັດເລືອກຕັ້ງໃຫ້ຖືກຕ້ອງຕາມກົດໝາຍ.

ແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ (ສະບັບເລກທີ 011/ຄລຂ): ເພື່ອຜັນຂະຫຍາຍແຜນວຽກລະອຽດ, ການແບ່ງຄວາມຮັບຜິດຊອບ ແລະ ກຳນົດເວລາໃນການກຽມຄວາມພ້ອມດ້ານຕ່າງໆ ພາຍໃນແຂວງໃຫ້ມີຄວາມເປັນເອກະພາບ.

ນອກຈາກວຽກງານການເລືອກຕັ້ງແລ້ວ, ກອງປະຊຸມຍັງໄດ້ຫວນຄືນມູນເຊື້ອປະຫວັດສາດທີ່ສຳຄັນ ເພື່ອສຶກສາອົບຮົມດ້ານການເມືອງ-ແນວຄິດ ເປັນຕົ້ນແມ່ນ:

ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ: ເພື່ອຈົດຈຳບຸນຄຸນ ແລະ ຜົນງານອັນລ້ຳຄ່າຂອງກອງທັບ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອເອກະລາດ ແລະ ຄວາມເປັນເອກະລາດຂອງຊາດ.

ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ: ເພື່ອຍົກສູງບົດບາດຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ພິໄລທອງ ຈິດມະນີ ໄດ້ມີຄຳເຫັນຊີ້ນຳ ແລະ ສັງລວມເນື້ອໃນສຳຄັນ ໂດຍທ່ານໄດ້ເນັ້ນໜັກໃຫ້ພະນັກງານທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານການເລືອກຕັ້ງໃຫ້ກວ້າງຂວາງ ແລະ ກຽມພ້ອມທຸກດ້ານເພື່ອເຮັດໃຫ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ກຳລັງຈະມາເຖິງນີ້ ດຳເນີນໄປດ້ວຍຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

  1. ສຳເລັດ ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານ ຫ້ອງວ່າການແຂວງ ຄັ້ງທີ IV
  2. ເຜີຍແຜ່ເອກະສານ ສຶກສາອົບຮົມການເມືອງ - ແນວຄິດ ຕິດພັນກັບການ ທາບທາມບຸກຄະລາກອນ ຮອບ 1 ແລະ ຜ່ານຮ່າງເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IV
  3. ປະກາດ ໂຄງປະກອບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຫ້ອງວ່າການແຂວງ
  4. ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະ ສະມາຊິກ ຊາວຫນຸ່ມ ຫນ່ວຍຮາກຖານ ຫ້ອງວ່າການແຂວງ
  5. ສະມາຊິກ ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ໄຂກອງປະຊຸມໃຫຍ່ ຄັ້ງທີ II
  6. ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ
  7. ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ
  8. ປະກາດແຕ່ງຕັ້ງ ຫົວໜ້າ ຫ້ອງວ່າການແຂວງ ຜູ້ໃໝ່

Page 1 of 5

  • 1
  • 2
  • 3
  • 4
  • 5
  • ຂ່າວ ການນຳແຂວງ
    • ແຂວງອຸດົມໄຊ ປູກຕົ້ນໄມ້ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2025
    • ແຂວງອຸດົມໄຊ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ
    • ພິທີປະກາດການນຳຂັ້ນສູງຂອງແຂວງ ອອກພັກການ - ເຂົ້າຮັບອຸດໜູນບຳນານ
    • ແຂວງອຸດົມໄຊ ເຂົ້າຮ່ວມຮັບຟັງເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຖ່າຍທອດສົດຈາກນະຄອນຫຼວງວຽງຈັນ
    • ການນຳຂັ້ນສູງ ແຂວງອຸດົມໄຊ ຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ
    • ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ພົບປະ ແລະ ແລກປ່ຽນບົດຮຽນ ນຳ ຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ
  • ຂ່າວ ຫ້ອງວ່າການແຂວງ
    • ປະກາດແຕ່ງຕັ້ງ ຫົວໜ້າ ຫ້ອງວ່າການແຂວງ ຜູ້ໃໝ່
    • ສຳເລັດ ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານ ຫ້ອງວ່າການແຂວງ ຄັ້ງທີ IV
    • ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ
    • ຊາວໜຸ່ມຫ້ອງວ່າການແຂວງ ໄດ້ຮັບທຸງໄຊນຳໜ້າ ຂະບວນການ 4 ບຸກ
Copyright © 2026 ຫ້ອງວ່າການ ແຂວງອຸດົມໄຊ. All Rights Reserved.
Joomla! is Free Software released under the GNU General Public License.

ຕິດຕໍ່ສອບຖາມ


ສະຖານທີ: ບ້ານພູຂຽວ, ເມືອງໄຊ, ແຂວງອຸດົມໄຊ

8:00 AM - 17:00 PM

☎️ 081 312103,  📱 020 924 33336, 📫 odxgovernmetoffice@gmail.com