ທີ່ຕັ້ງ ຈຸດພິເສດ ທາງດ້ານພູມສາດ
ແຂວງອຸດົມໄຊຕັ້ງຢູ່ລະຫວ່າງເສັ້ນຂະຫນານ 21 ອົງສາ 15 ລິບດາເຫນືອ ແລະເສັ້ນຂະຫນານ 20 ອົງສາ 30 ລິບດາ ເຫນືອ, ເປັນແຂວງທີ່ມີພື້ນທີ່ສູງ-ຊັນ ໃນລະດັບສະເລ່ຍ 300-1.850 ແມັດທຽບຈາກຫນ້າ ນ້ໍາທະເລ.
- ເປັນແຂວງທີ່ຕັ້ງຢູ່ຈຸດໃຈກາງຂອງ 5 ແຂວງພາກເຫນືອ ມີເສັ້ນຊາຍແດນຍາວທັງຫມົດ 700 ກິໂລແມັດຄື: ທິດເຫນືອ ຕິດກັບ ສປຈີນ 15 ກິໂລແມັດ ແລະ ຕິດກັບແຂວງຜົ້ງສາລີ 77 ກິໂລແມັດ.
- ທິດຕາເວັນອອກ ຕິດກັບແຂວງຫລວງພະບາງ 174 ກິໂລແມັດ.
- ທິດໃຕ້ ຕິດກັບແຂວງໄຊຍະບູລີ 124 ກິໂລແມັດ.
- ທິດຕາເວັນຕົກ ຕິດກັບແຂວງບໍ່ແກ້ວ 112 ກິໂລແມັດແລະຕາເວັນຕົກສ່ຽງເຫນືອຕິດກັບແຂວງຫລວງ ນໍ້າທາ 198 ກິໂລແມັດ.
ແຂວງອຸດົມໄຊມີເນື້ອທີ່ທັງຫມົດ 15.370 ກິໂລຕາແມັດ,ເທົ່າກັບ 6,5% ຂອງເນື້ອທີ່ທົ່ວປະເທດ.ຈັດ ຢູ່ໃນອັນດັບ 9 ຂອງ ສປປລາວ, ເນື້ອທີ່ພູດອຍກວມເອົາ 85%ຂອງເນື້ອທີ່ທັງຫມົດ.
- ຊັບພະຍາກອນທໍາມະຊາດ
ແຂວງອຸດົມໄຊ ເປັນແຂວງຫນຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທະມະຊາດຫລາຍຢ່າງ ເປັນພື້ນທີ່ພູດອຍເປັນສ່ວນໃຫຍ່ສະນັ້ນຈິ່ງພາໃຫ້ມີພູຜາປ່າໄມ້ທີ່ຍັງຄົງຄວາມອຸດົມສົມບູນຕຶບຫນາ ມີໄມ້ມີຄ່ານາໆຊະ ນິດ, ມີຫ້ວຍນ້ໍາລໍາທານທີ່ຈະກາຍເປັນພະລັງງານໄຟຟ້າໄດ້ຄືນໍ້າຂອງ, ນໍ້າງາ, ນ້ໍາພາກ, ນໍ້າແບງ, ນໍ້າງ້າວ ແລະ ນໍ້າ ອື່ນໆ, ຍັງເຮັດໃຫ້ເກີດມີນໍ້າຕົກທໍາມະຊາດທີ່ສວຍງາມ ແລະ ຖໍ້າຕ່າງໆທີ່ເຫມາະແກ່ການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດຫລາຍແຫ່ງ.
- ໃນພື້ນດິນຍັງມີແຮ່ທາດຕ່າງໆເຊັ່ນ: ບໍ່ຄໍາ, ບໍ່ເງິນ, ທອງແດງ, ເຫລັກ, ຊືນ, ອັງຕີມອນ, ຫີນບາຣິດ, ຫີນ ກາວ, ຫີກວັດສ໌, ມັງການ, ພາຍຣາຍ, ເກືອ, ສັງກະສີ, ບໍ່ແກ້ວ, ບໍ່ມາດ, ບໍ່ນໍ້າອຸ່ນ ນອກຈາກນີ້ຍັງມີສັດນໍ້າ,ສັດ ປ່ານາໆຊະນິດມາກມາຍ.
- ດ້ານການປົກຄອງ
ແຂວງອຸດົມໄຊ ມີປະຊາກອນທັງຫມົດ 341.756 ຍິງ 168.798 ຄົນ.ມີ 55 ກຸ່ມບ້ານ, ມີ 470 ບ້ານ, ແບ່ງການປົກຄອງອອກເປັນ 7 ເມືອງຄື:
1- ເມືອງໄຊ ມີ 9 ກຸ່ມບ້ານ, ມີ 97 ບ້ານ. ມີປະຊາກອນ 86.046 ຄົນ. 2- ເມືອງນາຫມໍ້ ມີ 9 ກຸ່ມບ້ານ, ມີ 63 ບ້ານ, ມີປະຊາກອນ 44.942 ຄົນ. 3- ເມືອງຫລາ ມີ 6 ກຸ່ມບ້ານ, ມີ 45 ບ້ານ, ມີປະຊາກອນ 19.622 ຄົນ. 4- ເມືອງງາ ມີ 9 ກຸ່ມບ້ານ,ມີ 60 ບ້ານ, ມີປະຊາກອນ 34.800 ຄົນ. 5- ເມືອງແບງ ມີ 6 ກຸ່ມບ້ານ, ມີ 57 ບ້ານ, ມີປະຊາກອນ 42.893 ຄົນ. 6- ເມືອງຮຸນ ມີ 9 ກຸ່ມບ້ານ, ມີ 95 ບ້ານ, ມີປະຊາກອນ 82.805 ຄົນ.
7- ເມືອງປາກແບງ ມີ 7 ກຸ່ມບ້ານ, ມີ 53 ບ້ານ, ມີປະຊາກອນ 30.648 ຄົນ. ຊົນເຜົ່າ ແລະ ກຸ່ມພາສາປາກເວົ້າແຂວງອຸດົມໄຊປະກອບດ້ວຍ 12 ຊົນເຜົ່າ, ແຕ່ລະເຜົ່າປະກອບມີຫລາຍແຊງເຜົ່າ ທີ່ແຕກຕ່າງກັນ ໃນ ຈໍານວນ 12 ເຜົ່ານັ້ນມີຄື: ເຜົ່າລາວ, ລື້, ໄຕ, ຢັ້ງ, ກຶມຫມຸ, ບິດ, ລຶມເມດ, ມົ້ງ, ອິວມຽນ, ອາຄ່າ, ພູນ້ອຍ, ຫໍ້. ແບ່ງອອກເປັນ 4 ກຸ່ມພາສາປາກເວົ້າຄື:
1- ກຸ່ມພາສາລາວ-ໄຕ ປະກອບມີ 4 ເຜົ່າຄື: ລາວ, ລື້, ໄຕ, ຢັ້ງ.
2- ກຸ່ມພາສາ ມອນ-ຂະແມ ມີ 3 ຊົນເຜົ່າຄື: ກຶມຫມຸ, ບິດ, ລຶມເມດ.
3- ກຸມພາສາ ມົ້ງ-ອິວມຽນ ມີ 2 ຊົນເຜົ່າຄື: ມົ້ງ, ອິວມຽນ.
4- ກຸ່ມພາສາ ຈີນ-ຕີເບດ ມີ 3 ຊົນເຜົ່າຄື: ອາຄ່າ, ສິງສິລິ (ພູນ້ອຍ) ແລະ ຫໍ້.
ແຫຼງຂໍ້ມູນ: ປື້ມ ແຂວງອຸດົມໄຊ 60 ປີ (1962 - 2022)