ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ອົງຄະນະພັກແຂວງ ແຕ່ປີ 1971-1982
ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ກໍລະກົດ 1971 ຢູ່ທີ່ສໍານັກງານຂອງແຂວງ ບ້ານນາແສນຄໍາ ປັດຈຸບັນ ມີຜູ້ແທນເຂົ້າຮ່ວມ 49 ສະຫາຍ ທີ່ຕາງໜ້າໜ່ວຍພັກໃນທົ່ວແຂວງ 299 ຫນ່ວຍ ແລະ ສະມາຊິກພັກ ຈໍານວນ 1.989 ສະຫາຍ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ດໍາເນີນເປັນເວລາຫນຶ່ງວັນເຄິ່ງ ( ແຕ່ວັນທີ 8-9 ສິງຫາ 2025 ) ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ມີຜູ້ແທນສົມບູນເຂົ້າຮ່ວມ 262 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງ ຈໍານວນ 18,398 ສະຫາຍ. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການ ນໍາພາ, ຄວາມເປັນແບບຢ່າງນໍາຫນ້າຂອງອົງຄະນະພັກແຂວງ; ສຸມທຸກກໍາລັງແຮງສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ເພີ່ມທະວີໃນການຄຸ້ມຄອງ,ບໍລິຫານ ລັດໃຫ້ສັກສິດ, ເຂັ້ມງວດ ແລະ ທັນສະໄຫມ; ນໍາພາແຂວງອຸດົມໄຊ ກ້າວຂຶ້ນຕາມ 4 ໃຈກາງ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ໄດ້ດໍາເນີນດ້ວຍບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ຂອງຜູ້ແທນກອງປະຊຸມ ໄປພ້ອມກັບການ ຕິດຕາມຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ເຊິ່ງສະແດງອອກ ດັ່ງນີ້:
1. ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ສະໄຫມທີ IX ຕໍ່ກອງປະ ຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງອຸດົມໄຊ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານ ງານພັກແຂວງ ສະໄຫມທີ IX. ຜູ້ແທນກອງປະຊຸມໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການສະຫຼຸບຕີລາຄາຫມາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະ ພັກແຂວງອຸດົມໄຊຕະຫຼອດໄລຍະ 5 ປີຜ່ານມາ (2021-2025) ເປັນຕົ້ນແມ່ນບັນດາຜົນສໍາເລັດທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ ມີ ຄວາມເຂັ້ມແຂງ, ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນຈັ່ງຫວະເຕີບໂຕ ໂດຍສະເລ່ຍຢູ່ໃນລະດັບ 4.64%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 11,672.85 ຕື້ກີບ, ລາຍ ຮັບສະເລ່ຍຕໍ່ຫົວຄົນບັນລຸ 1,500 ໂດລາສະຫະລັດ, ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນທຸກໆປີ; ວຽກງານວັດທະນະທໍາສັງຄົມໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ; ອົງການອໍານາດລັດ ໄດ້ຮັບການປັບປຸງຕາມທິດກະທັດຮັດສົມເຫດສົມຜົນ, ການຄຸ້ມຄອງບໍລິຫານລັດມີຄວາມສັກສິດ, ເຂັ້ມງວດຂຶ້ນກວ່າເກົ່າ; ວຽກງານການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ຮັບການປັບປຸງດີຂຶ້ນ; ວຽກງານການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເສີມຂະຫຍາຍຢ່າງຕັ້ງຫນ້າ; ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງ ການຈັດຕັ້ງມະຫາຊົນໄດ້ຮັບການເສີມຂະຫຍາຍບົດບາດມີຄວາມເຂັ້ມແຂງ; ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານກວດກາໄດ້ຮັບການປັບປຸງໃຫ້ມີການຫັນປ່ຽນຢ່າງຕັ້ງຫນ້າ ເຮັດໃຫ້ ທົ່ວແຂວງອຸດົມໄຊສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
2. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ເປັນເອກະພາບຮັບຮອງເອົາທິດທາງລວມ ແລະ ຄາດຫມາຍສູ້ຊົນໃນ 5 ປີ ຕໍ່ຫນ້າ (2026-2030) ທີ່ໄດ້ກໍານົດຢູ່ໃນ ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຢ່າງເປັນເອກະພາບ.
3. ກອງປະຊຸມໃຫຍ່ໄດ້ຮັບຟັງປະກອບຄໍາຄິດເຫັນຈາກຜູ້ຕາງຫນ້າຫຼາຍພາກສ່ວນພາຍໃນແຂວງເຊິ່ງທຸກພາກສ່ວນລ້ວນແຕ່ຢັ້ງຢືນໃຫ້ເຫັນຄວາມເປັນເອກະພາບຕໍ່ລາຍງານການເມືອງ, ແຜນ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງທີ່ໄດ້ວາງອອກ. ການປະກອບຄໍາເຫັນແມ່ນໄດ້ຍົກໃຫ້ເຫັນບົດຮຽນ ຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຢູ່ ແຕ່ລະຂົງເຂດວຽກງານ, ຂະແຫນງການຂອງຕົນ ເຊິ່ງໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ. ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄຫມທີ X ຈໍານວນ 35 ສະຫາຍ, ຍິງ 7 ສະຫາຍ. V. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄຫມທີ X ໄດ້ເລືອກຕັ້ງເອົາກໍາມະການປະຈໍາພັກແຂວງ 11 ສະຫາຍ, ຍິງ 2 ສະຫາຍ; ໄດ້ເປັນເອກະ ສັນຢ່າງສົມບູນ ຮັບຮອງເອົາເລຂາ-ຮອງເລຂາ ຄະນະບໍລິຫານງານພັກແຂວງ ປະກອບມີ: ສະຫາຍ ບຸນຄົງ ຫຼ້າຈຽມພອນ ເປັນເລຂາພັກແຂວງ; ສະຫາຍ ຄໍາດີ ວົງລ້ອມ ເປັນຮອງເລຂາພັກແຂວງ; ສະຫາຍ ປອ ວົງສະຫວັນ ໄຊຍະວົງ ເປັນຮອງເລຂາພັກແຂວງ; ເລືອກຕັ້ງເອົາປະທານ-ຮອງປະທານກວດກາພັກແຂວງຈໍານວນ 04 ສະຫາຍ, ຍິງ 01 ສະຫາຍ ເຊິ່ງ ສະຫາຍ ວາລີ ຈືນໍເຢັງ ເປັນປະ ທານຄະນະກວດກາພັກແຂວງ; ກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 27 ສະຫາຍ, ຍິງ 5 ສະຫາຍ ແລະ ສໍາຮອງ 5 ສະຫາຍ, ຍິງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ .
4. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ຖືເປັນກຽດຢ່າງສູງຮັບຟັງການໂອ້ລົມຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ ເຊິ່ງຄໍາໂອ້ລົມຂອງສະຫາຍແມ່ນເຕັມໄປດ້ວຍຄວາມເປັນຫ່ວງເປັນໃຍ ທັງເປັນເຂັມຊີ້ທິດເຍືອງທາງອັນໃສແຈ້ງ, ເປັນເຫງົ້າພະລັງອັນ ແຮງກ້າເພື່ອປຸກລະດົມໃຫ້ຜູ້ແທນ, ແຂກເຊີນກອງປະຊຸມໃຫຍ່, ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ຍົກສູງຄວາມຮັບຜິດຊອບ ແລະ ມີຄວາມຕັດສີນໃຈສູງກວ່າ ເກົ່າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໃຫ້ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ.
ກອງປະຊຸມໃຫຍ່ຮຽກຮ້ອງມາຍັງບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຜູ້ແທນກອງປະຊຸມ, ສະມາຊິກພັກພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງອຸດົມໄຊ ຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບຫນ້າທີ່ການເມືອງ, ຍົກສູງ ບົດບາດການນໍາພາ, ຄວາມເປັນແບບຢ່າງນໍາຫນ້າຂອງຕົນໃຫ້ສູງຂຶ້ນ. ຕັ້ງຫນ້າເສີມຂະຫຍາຍມູນເຊື້ອ ແລະ ຜົນງານ ທີ່ອົງຄະນະພັກແຂວງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມພຽງກັນບຸກບືນສູ້ຊົນສ້າງການຫັນປ່ຽນໃຫມ່ຢ່າງຕັ້ງຫນ້າ, ຍາດໄດ້ຜົນງານ ແລະ ໄຊຊະນະໃຫມ່ທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອນໍາພາ ແຂວງອຸດົມໄຊກ້າວຂຶ້ນຕາມ 4 ໃຈກາງຢ່າງຫນັກແຫນ້ນ.
ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ X
ກຳມະການປະຈຳພັກແຂວງ
|
ສະຫາຍ ບຸນຄົງ ຫຼ້າຈຽມພອນ |
ສະຫາຍ ຄຳດີ ວົງລ້ອມ |
ສະຫາຍ ປອ ວົງສະຫວັນ ໄຊຍະວົງ |
|
ສະຫາຍ ວັນນາ ແກ້ວສັນຕິ |
ສະຫາຍ ສຸຫວັດ ມະຫາວົງສະນັ່ນ |
ສະຫາຍ ວາລີ ຈືນໍເຢັງ |
ສະຫາຍ ພົມມາ ວັນນະກຳ |
| ສະຫາຍ ນາງ ມະນີຈັນ ວິໄລຈິດ | ສະຫາຍ ພົຈວ ຕຸ້ຍ ພົມມີໄຊ | ສະຫາຍ ຄຳແສງ ອາລີ | ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ |
ກຳມະການພັກແຂວງ
| ສະຫາຍ ສົມຄິດ ກັນສະໜິດ | ສະຫາຍ ນ. ຈັນທະລາ ໄຊບຸນເຮືອງ | ສະຫາຍ ປອ ສຸລິຍາ ສຸພິທັກ | ສະຫາຍ ອິນທາ ລືນາມມະຈັກ | ສະຫາຍ ຄຳສະພອນ ໄຊຍະວົງ | ສະຫາຍ ດຣ ຫຸມພັນ ອິນທະມຸງຄຸນ | ສະຫາຍ ສົມດີ ເຕັງເບຼຍຈື | ສະຫາຍ ສົມສັກ ສຸພິໄລ |
| ສະຫາຍ ສອນສຸວັນ ປັນຍາວົງ | ສະຫາຍ ນ. ອຳໄພວອນ ປັນຍາລັກ | ສະຫາຍ ທອງຄານ ວັດສະດາກອນ | ສະຫາຍ ພິໄລທອງ ຈິດມະນີ | ສະຫາຍ ນ. ສົມຫວັງ ໄຊຍະຕິ | ສະຫາຍ ຄຳສະພອນ ພີມມະລາດ | ສະຫາຍ ຄຳຟອງ ພັດທະມາວົງ | ສະຫາຍ ອາລຸນ ບຸນວິໄລ |
| ສະຫາຍ ສົມພາວັນ ສຸດຈະລິດ | ສະຫາຍ ນ. ວັນສີ ພວງມາໄລ | ສະຫາຍ ພັອ ດວງຈັນ ໄຊວຸດ | ສະຫາຍ ໄກເພັດ ອິນພູວຽງ | ສະຫາຍ ໄຊຍະສິນ ສຸພັນທອງ | ສະຫາຍ ນ. ລີຈັນ ສີສຸທຳ | ສະຫາຍ ຄຳຈັນ ວ່າບົວແສງ | ສະຫາຍ ພິມມະເສນ ຄຸນສີລິວົງ |
ຄະນະກວດກາພັກລັດແຂວງ
|
ສະຫາຍ ວາລີ ຈືນໍເຢັງ |
ສະຫາຍ ທະນູໄຊ ເລືອງສະຫວັດ ຮອງປະທານ ກວດກາພັກແຂວງ |
ສະຫາຍ ອຸ່ນແສງ ເພັດສະວົງ ຮອງປະທານ ກວດກາພັກແຂວງ |
ສະຫາຍ ນ. ສຸກມີໄຊ ສຸອຳໄພ ຮອງປະທານ ກວດກາພັກແຂວງ |






