ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ດໍາເນີນເປັນເວລາຫນຶ່ງວັນເຄິ່ງ ( ແຕ່ວັນທີ 8-9 ສິງຫາ 2025 ) ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ມີຜູ້ແທນສົມບູນເຂົ້າຮ່ວມ 262 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງ ຈໍານວນ 18,398 ສະຫາຍ. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການ ນໍາພາ, ຄວາມເປັນແບບຢ່າງນໍາຫນ້າຂອງອົງຄະນະພັກແຂວງ; ສຸມທຸກກໍາລັງແຮງສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ເພີ່ມທະວີໃນການຄຸ້ມຄອງ,ບໍລິຫານ ລັດໃຫ້ສັກສິດ, ເຂັ້ມງວດ ແລະ ທັນສະໄຫມ; ນໍາພາແຂວງອຸດົມໄຊ ກ້າວຂຶ້ນຕາມ 4 ໃຈກາງ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ໄດ້ດໍາເນີນດ້ວຍບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ຂອງຜູ້ແທນກອງປະຊຸມ ໄປພ້ອມກັບການ ຕິດຕາມຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ເຊິ່ງສະແດງອອກ ດັ່ງນີ້:

1. ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ສະໄຫມທີ IX ຕໍ່ກອງປະ ຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງອຸດົມໄຊ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານ ງານພັກແຂວງ ສະໄຫມທີ IX. ຜູ້ແທນກອງປະຊຸມໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການສະຫຼຸບຕີລາຄາຫມາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະ ພັກແຂວງອຸດົມໄຊຕະຫຼອດໄລຍະ 5 ປີຜ່ານມາ (2021-2025) ເປັນຕົ້ນແມ່ນບັນດາຜົນສໍາເລັດທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ ມີ ຄວາມເຂັ້ມແຂງ, ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນຈັ່ງຫວະເຕີບໂຕ ໂດຍສະເລ່ຍຢູ່ໃນລະດັບ 4.64%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 11,672.85 ຕື້ກີບ, ລາຍ ຮັບສະເລ່ຍຕໍ່ຫົວຄົນບັນລຸ 1,500 ໂດລາສະຫະລັດ, ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນທຸກໆປີ; ວຽກງານວັດທະນະທໍາສັງຄົມໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ; ອົງການອໍານາດລັດ ໄດ້ຮັບການປັບປຸງຕາມທິດກະທັດຮັດສົມເຫດສົມຜົນ, ການຄຸ້ມຄອງບໍລິຫານລັດມີຄວາມສັກສິດ, ເຂັ້ມງວດຂຶ້ນກວ່າເກົ່າ; ວຽກງານການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ຮັບການປັບປຸງດີຂຶ້ນ; ວຽກງານການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເສີມຂະຫຍາຍຢ່າງຕັ້ງຫນ້າ; ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງ ການຈັດຕັ້ງມະຫາຊົນໄດ້ຮັບການເສີມຂະຫຍາຍບົດບາດມີຄວາມເຂັ້ມແຂງ; ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານກວດກາໄດ້ຮັບການປັບປຸງໃຫ້ມີການຫັນປ່ຽນຢ່າງຕັ້ງຫນ້າ ເຮັດໃຫ້ ທົ່ວແຂວງອຸດົມໄຊສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

2. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ເປັນເອກະພາບຮັບຮອງເອົາທິດທາງລວມ ແລະ ຄາດຫມາຍສູ້ຊົນໃນ 5 ປີ ຕໍ່ຫນ້າ (2026-2030) ທີ່ໄດ້ກໍານົດຢູ່ໃນ ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຢ່າງເປັນເອກະພາບ.

3. ກອງປະຊຸມໃຫຍ່ໄດ້ຮັບຟັງປະກອບຄໍາຄິດເຫັນຈາກຜູ້ຕາງຫນ້າຫຼາຍພາກສ່ວນພາຍໃນແຂວງເຊິ່ງທຸກພາກສ່ວນລ້ວນແຕ່ຢັ້ງຢືນໃຫ້ເຫັນຄວາມເປັນເອກະພາບຕໍ່ລາຍງານການເມືອງ, ແຜນ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງທີ່ໄດ້ວາງອອກ. ການປະກອບຄໍາເຫັນແມ່ນໄດ້ຍົກໃຫ້ເຫັນບົດຮຽນ ຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຢູ່ ແຕ່ລະຂົງເຂດວຽກງານ, ຂະແຫນງການຂອງຕົນ ເຊິ່ງໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ. ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄຫມທີ X ຈໍານວນ 35 ສະຫາຍ, ຍິງ 7 ສະຫາຍ. V. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄຫມທີ X ໄດ້ເລືອກຕັ້ງເອົາກໍາມະການປະຈໍາພັກແຂວງ 11 ສະຫາຍ, ຍິງ 2 ສະຫາຍ; ໄດ້ເປັນເອກະ ສັນຢ່າງສົມບູນ ຮັບຮອງເອົາເລຂາ-ຮອງເລຂາ ຄະນະບໍລິຫານງານພັກແຂວງ ປະກອບມີ: ສະຫາຍ ບຸນຄົງ ຫຼ້າຈຽມພອນ ເປັນເລຂາພັກແຂວງ; ສະຫາຍ ຄໍາດີ ວົງລ້ອມ ເປັນຮອງເລຂາພັກແຂວງ; ສະຫາຍ ປອ ວົງສະຫວັນ ໄຊຍະວົງ ເປັນຮອງເລຂາພັກແຂວງ; ເລືອກຕັ້ງເອົາປະທານ-ຮອງປະທານກວດກາພັກແຂວງຈໍານວນ 04 ສະຫາຍ, ຍິງ 01 ສະຫາຍ ເຊິ່ງ ສະຫາຍ ວາລີ ຈືນໍເຢັງ ເປັນປະ ທານຄະນະກວດກາພັກແຂວງ; ກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 27 ສະຫາຍ, ຍິງ 5 ສະຫາຍ ແລະ ສໍາຮອງ 5 ສະຫາຍ, ຍິງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ .

4. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ຖືເປັນກຽດຢ່າງສູງຮັບຟັງການໂອ້ລົມຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ ເຊິ່ງຄໍາໂອ້ລົມຂອງສະຫາຍແມ່ນເຕັມໄປດ້ວຍຄວາມເປັນຫ່ວງເປັນໃຍ ທັງເປັນເຂັມຊີ້ທິດເຍືອງທາງອັນໃສແຈ້ງ, ເປັນເຫງົ້າພະລັງອັນ ແຮງກ້າເພື່ອປຸກລະດົມໃຫ້ຜູ້ແທນ, ແຂກເຊີນກອງປະຊຸມໃຫຍ່, ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ຍົກສູງຄວາມຮັບຜິດຊອບ ແລະ ມີຄວາມຕັດສີນໃຈສູງກວ່າ ເກົ່າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໃຫ້ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ.

ກອງປະຊຸມໃຫຍ່ຮຽກຮ້ອງມາຍັງບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຜູ້ແທນກອງປະຊຸມ, ສະມາຊິກພັກພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງອຸດົມໄຊ ຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບຫນ້າທີ່ການເມືອງ, ຍົກສູງ ບົດບາດການນໍາພາ, ຄວາມເປັນແບບຢ່າງນໍາຫນ້າຂອງຕົນໃຫ້ສູງຂຶ້ນ. ຕັ້ງຫນ້າເສີມຂະຫຍາຍມູນເຊື້ອ ແລະ ຜົນງານ ທີ່ອົງຄະນະພັກແຂວງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມພຽງກັນບຸກບືນສູ້ຊົນສ້າງການຫັນປ່ຽນໃຫມ່ຢ່າງຕັ້ງຫນ້າ, ຍາດໄດ້ຜົນງານ ແລະ ໄຊຊະນະໃຫມ່ທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອນໍາພາ ແຂວງອຸດົມໄຊກ້າວຂຶ້ນຕາມ 4 ໃຈກາງຢ່າງຫນັກແຫນ້ນ.

ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ X

 

ກຳມະການປະຈຳພັກແຂວງ

ສະຫາຍ ບຸນຄົງ ຫຼ້າຈຽມພອນ
ເລຂາພັກແຂວງ

 


ສະຫາຍ ຄຳດີ ວົງລ້ອມ
ຮອງເລຂາພັກແຂວງ

 


ສະຫາຍ ປອ ວົງສະຫວັນ ໄຊຍະວົງ
ຮອງເລຂາພັກແຂວງ

ສະຫາຍ ວັນນາ ແກ້ວສັນຕິ

ສະຫາຍ ສຸຫວັດ ມະຫາວົງສະນັ່ນ

ສະຫາຍ ວາລີ ຈືນໍເຢັງ

ສະຫາຍ ພົມມາ ວັນນະກຳ

ສະຫາຍ ນາງ ມະນີຈັນ ວິໄລຈິດ ສະຫາຍ ພົຈວ ຕຸ້ຍ ພົມມີໄຊ ສະຫາຍ ຄຳແສງ ອາລີ ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ

 

ກຳມະການພັກແຂວງ

ສະຫາຍ ສົມຄິດ ກັນສະໜິດ ສະຫາຍ ນ. ຈັນທະລາ ໄຊບຸນເຮືອງ ສະຫາຍ ປອ ສຸລິຍາ ສຸພິທັກ ສະຫາຍ ອິນທາ ລືນາມມະຈັກ ສະຫາຍ ຄຳສະພອນ ໄຊຍະວົງ ສະຫາຍ ດຣ ຫຸມພັນ ອິນທະມຸງຄຸນ ສະຫາຍ ສົມດີ ເຕັງເບຼຍຈື ສະຫາຍ ສົມສັກ ສຸພິໄລ
ສະຫາຍ ສອນສຸວັນ ປັນຍາວົງ ສະຫາຍ ນ. ອຳໄພວອນ ປັນຍາລັກ ສະຫາຍ ທອງຄານ ວັດສະດາກອນ ສະຫາຍ ພິໄລທອງ ຈິດມະນີ ສະຫາຍ ນ. ສົມຫວັງ ໄຊຍະຕິ ສະຫາຍ ຄຳສະພອນ ພີມມະລາດ ສະຫາຍ ຄຳຟອງ ພັດທະມາວົງ ສະຫາຍ ອາລຸນ ບຸນວິໄລ
ສະຫາຍ ສົມພາວັນ ສຸດຈະລິດ ສະຫາຍ ນ. ວັນສີ ພວງມາໄລ ສະຫາຍ ພັອ ດວງຈັນ ໄຊວຸດ ສະຫາຍ ໄກເພັດ ອິນພູວຽງ ສະຫາຍ ໄຊຍະສິນ ສຸພັນທອງ ສະຫາຍ ນ. ລີຈັນ ສີສຸທຳ ສະຫາຍ ຄຳຈັນ ວ່າບົວແສງ ສະຫາຍ ພິມມະເສນ ຄຸນສີລິວົງ

 

ຄະນະກວດກາພັກລັດແຂວງ

ສະຫາຍ ວາລີ ຈືນໍເຢັງ
ປະທານ ກວດກາພັກແຂວງ

ສະຫາຍ ທະນູໄຊ ເລືອງສະຫວັດ
ຮອງປະທານ ກວດກາພັກແຂວງ
ສະຫາຍ ອຸ່ນແສງ ເພັດສະວົງ
ຮອງປະທານ ກວດກາພັກແຂວງ
ສະຫາຍ ນ. ສຸກມີໄຊ ສຸອຳໄພ
ຮອງປະທານ ກວດກາພັກແຂວງ

"ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336