ປະຫວັດຄວາມເປັນມາຂອງຊົນເຜົ່າໄຕ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕໄດ້ເຄື່ອນຍ້າຍຈາກດິນ ແດນ ແຄ້ວນໃຕ້ ຂອງຈີນລົງມາຕາມລ້ອງແມ່ນນ້ຳດຳ...

ປະຫວັດຄວາມເປັນມາຂອງຊົນເຜົ່າໄຕ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕໄດ້ເຄື່ອນຍ້າຍຈາກດິນ ແດນ ແຄ້ວນໃຕ້ ຂອງຈີນລົງມາຕາມລ້ອງແມ່ນນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດຫວຽດນາມແຂວງເຊີນລາ ໄລເຈົາ ແລະ ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນ ຢູ່ແຂວງອຸດົມໄຊ ໄດ້ຫຼາຍຮ້ອຍພັນປີມາແລ້ວ, ຊົນເຜົ່າໄຕມີຢູ່ບັນດາເມືອງຂອງແຂວງອຸດົມໄຊ.

ຊື່ເອີ້ນ: ຊົນເຜົ່າໄຕຢູ່ແຂວງ ອຸດົມໄຊ ມີຫຼາຍຊື່ເອີ້ນທີ່ແຕກຕ່າງກັນ. ຊື່ເດີມ ແລະ ຊື່ທີ່ເຂົາເຈົ້າມັກທີ່ສຸດກໍ່ແມ່ນເຜົ່າ ໄຕ ແມ່ນຖືກຕ້ອງກັບສຳນຽງເອີ້ນຂອງເຂົາເຈົ້າເອງ, ສ່ວນຊົນເຜົ່າອື່ນໆ ເອີ້ນແມ່ນບໍ່ຖືກກັບສໍານຽງຂອງຊົນເຜົ່າໄຕຈະອອກເປັນສາໍນຽງເປັນ “ໄທ ຫຼາຍກ່ວາ ເຖິງແມ່ນວ່າຈະເອີ້ນວ່າ: “ໄຕ ຫຼື "ໄທ ລ້ວນແຕ່ມີຄວາມຫມາຍແມ່ນ ຄົນ".

ຊົນເຜົ່າໄຕ ແມ່ນຊື່ເອີ້ນຕາມການນຸ່ງຫົ່ມເຄື່ອງແຕ່ງກາຍຂອງເຂົາເຈົ້າເປັນສ່ວນໃຫຍ່ ເຊັ່ນວ່າ: ຖ້ານຸ່ງສີດກໍ່ ເອີ້ນວ່າ: “ໄຕດຳ, ຖ້ານຸ່ງສີຂາວກໍ່ເອີ້ນວ່າ: “ໄຕຂາວ, ນຸ່ງສີແດງ ກໍ່ເອີ້ນວ່າ: “ໄຕແດງ ແລະ ອື່ນໆ ຊົນເຜົ່າໄຕຢູ່ ແຂວງອຸດົມໄຊປະກອບມີ ສອງແຊງຄື: ໄຕດໍາ ແລະໄຕຂາວ

"ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336