ວັນທີ 3 ພະຈິກ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການ ທາບທາມບຸກຄະລາກອນ ຮອບ 1 ແລະ ຜ່ານຮ່າງເນື້ອໃນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ IV ຂອງ ໜ່ວຍພັກຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ສະຫາຍ ພິໄລທອງ ຈິດມະນີ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ນາງ ມະນີຈັນ ວິໄລຈິດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ຄະນະຮັບຊອບຂັ້ນແຂວງ ພ້ອມດ້ວຍສະມາຊະກພັກ ເຂົ້າຮ່ວມ.


ກອງປະຊຸມ ສະຫາຍ ນາງ ມະນີຈັນ ວິໄລຈິດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດຂຶ້ນເຜີຍແຜ່ເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ແກ່ ສະມາຊິກພັກ, ກ່ອນການດຳເນີນການທາບທາມ ປະກອບມີ 4 ບົດ ຄື: ເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ແລະ ເອກະສານ ເດັດດ່ຽວແກ້ໄຂ້ປະກົດການຫຍໍ້ທໍ້ພາຍໃນໜ່ວຍພັກ ແລະ ສະມາຊິກພັກ ແນໃສ່ເພື່ອຍົກສູງດ້ານການເມືອງ-ແນວຄິດ, ການເສີມຂະຫຍາຍມູນເຊື້ອ ອົງອາດສະຫງ່າ ຂອງ ພັກປະຊາຊົນປະຕິວັດລາວ, ເຂົ້າໃຈໜັກແໜ້ນຕໍ່ກັບ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງ, ເປັນຕົ້ນແມ່ນ ບັນດາແນວທາງນະໂຍບາຍຂອງພັກ, ກຳແໜ້ນນິຕິກຳຕ່າງໆ ໂດຍສະເພາະ ແມ່ນຄວາມຮູ້ກ່ຽວກັບ ລັດທິມາກ-ເລນິນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ.
ກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂຜູ້ຮັບສະໝັກເລືອກຕັ້ງເປັນຄະນະພັກຊຸດໃໝ່ ແລະ ດຳເນີນການປອນບັດຄັດເລືອກ ເພື່ອຄະນະຮັບຜິດຊອບສັງລວມ, ລາຍງານ ຂໍທິດຊີ້ນຳ ຈາກຄະນະພັກຂັ້ນເທິງ ເພື່ອແນໃສ່ຄັດເລືອກເອົາບຸກຄະລາກອນທີ່ມີ ມາດຖານ ເງື່ອນໄຂ ຄົບຖ້ວນ ເໝາະສົມ ເຂົ້າໃນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ IV ຂອງ ໜ່ວຍພັກຫ້ອງວ່າການແຂວງ. ໃນໂອກາດດຽວກັນຍັງໄດ້ຜ່ານຮ່າງລາຍງານການເມືອງ ແລະ ຜ່ານຮ່າງ ແຜນພັດທະນາ ວຽກງານຫ້ອງວ່າການແຂວງ ໄລຍະ 5 ປີ (2025-2029) ຕື່ມອີກ.