ລັດຖະມົນຕີ ຍທຂ ລົງຕິດຕາມໂຄງການຟື້ນຟູທາງຫຼວງແຫ່ງຊາດ 2E ແລະ 2W ຢູ່ແຂວງອຸດົມໄຊ
ວັນທີ 21 ມິຖຸນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ),ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງບໍລິສັດຜູ້ຮັບເໝົາ ແລະທີມງານໂຄງການ, ທີມງານທີ່ປຶກສາ ເຂົ້າຮ່ວມ.
ໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E ແລະ 2W ມາດຕະຖານເຕັກນິກການອອກແບບ ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ຕາມມາດຕະຖານທາງອາຊຽນຊັ້ນ III, ໜ້າທາງປູ ອັດສະຟານ ໜາ 8 ຊັງຕີແມັດ, ໜ້າທາງກວ້າງ 7-9 ແມັດ.
ການເຄື່ອນໄຫວ ຄັ້ງນີ້ໄດ້ລົງ ຕິດຕາມເບິ່ງຈຸດທີ່ໂຄງການ ກໍ່ສ້າງສໍາເລັດແລ້ວ ແລະ ຈຸດທີ່ກໍາລັງກໍ່ສ້າງຂອງໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E ( ແຕ່ເມືອງໄຊ ແຂວງ ອຸດົມໄຊ ຫາ ເມືອງຂວາ ແຂວງຜົ້ງສາລີ ມີລວງຍາວທັງໝົດ 99.05 ກມ) ແລະ ເສັ້ນທາງ ຫຼວງແຫ່ງຊາດ 2W (ເມືອງໄຊ ຫາ ເມືອງປາກແບງ ລວງຍາວ 136 ກມ ) ໃນນີ້ເສັ້ນທາງ 2W ເຊິ່ງແບ່ງເປັນ 3 ສັນຍາ.
ສັນຍາ 1 ເລີ່ມແຕ່ ກມ 00+000- ກມ 68+400 ຄວາມຄືບໜ້າ ປະຕິບັດໄດ້ 33%,ສັນຍາທີ 2 ເລີ່ມແຕ່ ກມ 68+400 – 121 ຄວາມຄືບໜ້າປະຕິບັດໄດ້ 23.30% ສັນຍາ 3 ຄວາມຄືບໜ້າ 4%.
ສໍາລັບ ໂຄງການ ກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E ເຊິ່ງແບ່ງເປັນ 3 ສັນຍາ ສາມາດສະຫຼຸບຄວາມຄືບໜ້າຄື: ສັນຍາ 1 ຄວາມຄືບໜ້າປະຕິບັດໄດ້ 8.6%, ສັນຍາ 2 ປະຕິບັດໄດ້ 3.15% ແລະ ສັນຍາທີ3 ການຈັດຕັ້ງປະຕິບັດ ກໍາລັງຢູ່ໃນຂັ້ນຕອນ ສໍາຫຼວດອອກແບບ.
ໂຄງການຟື້ນຟູທາງຫຼວງແຫ່ງຊາດ ໝາຍເລກ2E ແລະ 2W ເປັນໜ້າວຽກໜຶ່ງພາຍໃຕ້ໂຄງການພັດທະນາ ຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (SEARECC) ໂດຍມີກະຊວງໂຍທາ ທິການ ແລະ ຂົນສົ່ງເປັນເຈົ້າການນໍາພາ ການຈັດຕັ້ງປະຕິບັດໂຄງການ ໂດຍມີບົດບາດພັດທະນາການເຊື່ອມໂຍງ ເຊື່ອມຈອດ ການຂົນສົ່ງ ເປັນຕົ້ນແມ່ນການຂົນສົ່ງທາງບົກ, ການບໍລິການໂລຈິດສຕິກ, ທ່າບົກ ແລະ ບັນດາສູນກະຈາຍ ແລະ ເຕົ້າໂຮມສິນ ຄ້າ. ໂດຍຮູບແບບຂອງສັນຍາ ຊຶ່ງມີໄລຍະສັນຍາ 10 ປີ (ກໍ່ສ້າງ 3 ປີ ແລະ ບຳລຸງຮັກສາ 7 ປີ) ໃນໂອກາດນີ້ການນໍາຂັ້ນສູງຈາກສູນກາງ ແລະ ທ້ອງຖິ່ນກໍ່ໄດ້ເຂົ້າຮ່ວມປະຊຸມປຶກສາຫາລືກ່ຽວກັບຂໍ້ສະດວກ,ຂໍ້ຫຍຸ້ງຍາກໃນການດຳເນີນການກໍ່ສ້າງເພື່ອຮ່ວມກັນຊອກຫາວິທີທາງແກ້ໄຂໂດຍສະເພາະຂອດການປະສານງານໃຫ້ກົມກ່ຽວ,ການຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານເຕັກນິກ, ການແກ້ໄຂສິ່ງກີດຂວາງ, ການອອກແບບໃຫ້ສອດຄ່ອງ ແລະ ເເທດເໝາະກັບສະພາບຄວາມເປັນຈິ່ງກັບພື້ນທີ່ທ້ອງຖິ່ນ, ຫຼີກຫຼ່ຽງກະທົບຕໍ່ພໍ່ແມ່ປະຊາຊົນແນ່ໃສບັນລຸຜົນສຳເລັດຕາມແຜນຂອງໂຄງການທີ່ໄດ້ກຳນົດໄວ້.