ແຂວງອຸດົມໄຊ ວາງສີລາລຶກ ເລີ່ມກໍ່ສ້າງສູນພັດທະນາຊຸມຊົນ ພາຍໃຕ້ການຮ່ວມມື JICA
ວັນທີ 24 ມິຖຸນາ 2026 ທີ່ ບໍລິເວນຕໍ່ໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ຈັດພິທີວາງສີລາລຶກ ແລະ ເລີ່ມດຳເນີນໂຄງການກໍ່ສ້າງອາຄານ ສູນພັດທະນາຊຸມຊົນ ຂັ້ນແຂວງ ໃນ 5 ແຂວງພາກເໜືອ ປະກອບມີ: ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ, ໄຊຍະບູລີ ແລະ ແຂວງຫົວພັນ (ຊຸດທີ 1) ພາຍໃຕ້ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ຍີ່ປຸ່ນ ຜ່ານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).
ພິທີດັ່ງກ່າວ ໄດ້ຮັບກຽດ ຈາກ ທ່ານ ປອ.ນ. ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ, ທ່ານ ນ. ໂຄບາຢາຊິ ມິຢາໂກະ ຫົວໜ້າຫ້ອງການ JICA ປະຈຳ ສປປ ລາວ, ທ່ານ ຮສ. ນ. ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ, ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ມີຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ 9 ແຂວງ, ບໍລິສັດທີ່ປຶກສາ, ບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າ (ODA) ຈາກ ລັດຖະບານ ຍີ່ປຸ່ນ ພາຍໃຕ້ການແລກປ່ຽນໜັງສື E/N ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ຍີ່ປຸ່ນ ທີ່ໄດ້ລົງນາມ ໃນວັນທີ 21 ມີນາ 2025 ແລະ ສັນຍາໃຫ້ທຶນ G/A ລົງນາມ ໃນວັນທີ 25 ກຸມພາ 2025 ໂດຍມີມູນຄ່າໂຄງການລວມ 1,270 ລ້ານເຢນ ຫຼື ປະມານ 8 ລ້ານໂດລາສະຫະລັດ. ຈຸດປະສົງຂອງໂຄງການ ເພື່ອກໍ່ສ້າງ ແລະ ປັບປຸງສູນພັດທະນາຊຸມຊົນ ຂັ້ນແຂວງ ໃນ 9 ແຂວງ ໃຫ້ມີອາຄານ ແລະ ສິ່ງອຳນວຍຄວາມສະດວກທີ່ໄດ້ມາດຕະຖານ ເພື່ອຮອງຮັບການຈັດຝຶກອົບຮົມ, ການພັດທະນາວິຊາຊີບ ແລະ ຍົກລະດັບສັກຍະພາບບຸກຄະລາກອນການສຶກສາ ເພື່ອປະກອບສ່ວນໃນການປະຕິຮູບການສຶກສາແຫ່ງຊາດ. ການດຳເນີນໂຄງການແບ່ງອອກເປັນ 2 ໄລຍະ ໄລຍະທີ 1 (2026-2027) ຈະດຳເນີນການຢູ່ 5 ແຂວງ ຄື: ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ, ໄຊຍະບູລີ ແລະ ແຂວງຫົວພັນ ດ້ວຍງົບປະມານກໍ່ສ້າງລວມປະມານ 2,462,307.44 ໂດລາສະຫະລັດ ແລະ ໄລຍະທີ 2 (2027-2028) ຈະດຳເນີນການໃນອີກ 4 ແຂວງ ຄື: ແຂວງວຽງຈັນ, ຄຳມ່ວນ, ເຊກອງ ແລະ ແຂວງອັດຕະປື.
ໃນໂອກາດດັ່ງກ່າວ ໄດ້ຮັບຟັງການນຳສະເໜີ ພາບລວມຂອງໂຄງການ, ເປົ້າໝາຍການດຳເນີນງານ, ຂອບເຂດວຽກກໍ່ສ້າງ, ແຜນການຈັດຕັ້ງປະຕິບັດ, ມາດຕະການຄຸ້ມຄອງຄຸນນະພາບ, ຄວາມປອດໄພ ແລະ ການອະນຸລັກສິ່ງແວດລ້ອມ ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ເພື່ອໃຫ້ການຈັດຕັ້ງດຳເນີນໂຄງການເປັນໄປຕາມແຜນການ ແລະ ບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້. ການກໍ່ສ້າງອາຄານສູນພັດທະນາຊຸມຊົນ ຂັ້ນແຂວງ ຖືເປັນບາດກ້າວສຳຄັນໃນການພັດທະນາໂຄງລ່າງພື້ນຖານດ້ານການສຶກສາ ແລະ ການພັດທະນາ ຄູ-ອາຈານ ຂອງ ສປປ ລາວ ໂດຍຈະຊ່ວຍຍົກລະດັບສັກຍະພາບ ບຸກຄະລາກອນການສຶກສາ, ສົ່ງເສີມຄຸນນະພາບ ການຮຽນ-ການສອນ ແລະ ປະກອບສ່ວນສຳຄັນໃນການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການພັດທະນາປະເທດຊາດ ໃນອະນາຄົດ.