ໃນວັນທີ 29 ເມສາ2026 ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງອຸດົມໄຊ, ທ່ານ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສປປຊ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມການນຳແຂວງອຸດົມໄຊ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງອຸດົມໄຊ; ມີ ທ່ານ ຄຳຟອງ ພັດທະມາວົງ ຫົວໜ້າອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງອຸດົມໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຂົ້າພົບປະໃນຄັ້ງນີ້, ທ່ານ ປອ ດາວສະຫວັນ ເຄືອງມີໄຊ ໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ກໍເພື່ອເປັນການປະສານງານ ແລະ ລາຍງານແຜນການເຄື່ອນໄຫວ, ເປັນຕົ້ນແມ່ນ ການກຽມຄວາມພ້ອມເຂົ້າຮ່ວມເປັນປະທານໃນພິທີມອບໃບຢັ້ງຢືນ ໃຫ້ແກ່ນັກສຶກສາທິດສະດີການເມືອງ ແລະ ການປົກຄອງ ລະບົບບຳລຸງສ້າງຂັ້ນກາງ ຊຸດທີ IV ທີ່ຈະຈັດຂຶ້ນ ຢູ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການນຳແຂວງ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ສ້າງເງື່ອນໄຂໃຫ້ແກ່ວຽກງານການຮຽນ-ການສອນທິດສະດີການເມືອງຢູ່ທ້ອງຖິ່ນຢ່າງຕໍ່ເນື່ອງ. ໃນໂອກາດນີ້, ທ່ານ ຄຳດີ ວົງລ້ອມ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ພາຍໃນແຂວງອຸດົມໄຊ. ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງພະນັກງານຫຼັກແຫຼ່ງ ໃຫ້ມີພື້ນຖານທິດສະດີການເມືອງທີ່ໜັກແໜ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງ. ພ້ອມທັງຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ສປປຊ ແລະ ແຂວງອຸດົມໄຊ ໃນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບຸກຄະລາກອນຂອງແຂວງໃຫ້ມີຄຸນນະພາບໃໝ່.
ຂ່າວ: ແສງອາທິດ
