ວັນທີ 19 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ ພົບປະໂອ້ລົມ ຄະນະບໍລິຫານງານພັກ...
ວັນທີ 19 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ ພົບປະໂອ້ລົມ ຄະນະບໍລິຫານງານພັກ ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ແລະ ໄດ້ພົບປະເຮັດວຽກຮ່ວມກັບການນໍາຂອງແຂວງ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.
ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ໄດ້ລາຍງານ ການຈັດຕັ້ງປະຕິບັດ ວຽກງານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ປັດຈຸບັນໄດ້ສໍາເລັດການປັບປຸງກົງຈັກການຈັດຕັ້ງຮາກຖານພັກຂັ້ນບ້ານບ້ານ, ກຸ່ມບ້ານ, ສໍານັກງານ - ອົງການຂັ້ນເມືອງ ແລະ ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ 7 ເມືອງ ພ້ອມທັງດໍາເນີນການປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ສໍາເລັດ 100%, ໄດ້ປັບປຸງ ແລະ ດໍາເນີນກອງປະຊຸມໃຫຍ່ ຮາກຖານພັກ ສໍານັກງານ - ອົງການອ້ອມຂ້າງແຂວງ ສໍາເລັດຈໍານວນ 58 ຮາກຖານພັກ ໃນນີ້, ຍັງໂຈະ 9 ຮາກຖານພັກ ລໍຖ້າການປັບປຸງກົງຈັກການຈັດຕັ້ງ; ຄວາມຄືບໜ້າຂອງການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X ມາຮອດປັດຈຸບັນ ໂດຍລວມການກະກຽມດ້ານຕ່າງໆ ແມ່ນມີຄວາມພ້ອມໂດຍພື້ນຖານ ແລະ ໄດ້ສໍາເລັດ ການທາບທາມຮອບທີ 1 ແລະ ຮອບທີ 2 ແລະ ພວມຈະດໍາເນີນຊີວິດການເມືອງ, ທາບທາມບຸກຄະລາກອນຮອບທີ 3 ແລະ ທາບທາມຮ່າງເນື້ອໃນຮອບສຸດທ້າຍ ແລະ ຈະເປີດກອງປະຊຸມຄົບຄະນະທ້າຍສະໄໝ, ຕາມແຜນການແມ່ນຈະໄດ້ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X ຢ່າງເປັນທາງການ ໃນລະຫວ່າງ ວັນທີ 11 - 12 ສິງຫາ 2025 ແລະ ມີຄວາມພ້ອມໃນການດໍາເນີນກອງປະຊຸມ. ດ້ານບຸກຄະລະກອນ: ມີຜູ້ແທນສົມບູນ ທັງ ໝົດ 261 ສະຫາຍ ເພີ່ມຂຶ້ນ 8 ສະຫາຍ ເທົ່າກັບ 3.16%; ຈໍານວນຄະນະບໍລິຫານງານແມ່ນສະໄໝທີ IX ແມ່ນ 33 ສະຫາຍ, ສະໄໝທີ X ສະເໜີເພີ່ມເປັນຈໍານວນ 35 ສະຫາຍ. ການກະກຽມສ້າງຕັ້ງຕາແສງ ອົງການປົກ ຄອງແຂວງອຸດົມໄຊ ໄດ້ຄົ້ນຄວ້າຄາດຄະເນສ້າງຕັ້ງກົງຈັກການຈັດຕັ້ງຂັ້ນຕາແສງ ມີ 40 ຕາແສງ ( ປັດຈຸບັນທົ່ວແຂວງ ມີ 7 ເມືອງ, 466 ບ້ານ) ໃນນີ້, ຄາດຄະເນຈະສ້າງຕັ້ງຕາແສງຢູ່ບັນດາເມືອງ ຄື: ເມືອງໄຊ: ມີ 97 ບ້ານ, ກໍານົດເປັນ 8 ຕາແສງ; ເມືອງຫຼາ: ມີ 45 ບ້ານ, ກໍານົດເປັນ 5 ຕາແສງ; ເມືອງນາໝໍ້: ມີ 63 ບ້ານ, ກໍານົດເປັນ 5 ຕາແສງ; ເມືອງງາ: ມີ 60 ບ້ານ, ກໍານົດເປັນ 5 ຕາແສງ; ເມືອງແບງ: ມີ 56 ບ້ານ, ກໍານົດເປັນ 5 ຕາແສງ; ເມືອງຮຸນ: ມີ 92 ບ້ານ, ກໍານົດເປັນ 7 ຕາແສງ; ເມືອງປາກແບງ: ມີ 53 ບ້ານ, ກໍານົດເປັນ 5 ຕາແສງ.
ຕອນທ້າຍ, ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະພັກ - ຄະນະນໍາຂອງແຂວງ ສືບຕໍ່ກະກຽມ ການດຳເນີນກອງປະຊຸມໃຫຍ່ຕາມແຜນການທີ່ກຳນົດໄວ້ ໂດຍເລັ່ງໃສ່ດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ດ້ານຂະບວນການ, ສ່ວນການປັບປຸງການຈັດຕັ້ງການສັບຊ້ອນ ບຸກຄະລາກອນ ຂັ້ນພະແນກການທີ່ມີການຍຸບ ແລະ ໂຮມເຂົ້າກັນ ຕ້ອງປະຕິບັດໃຫ້ສອດຄ່ອງຕາມທິດຊີ້ນໍາຂອງສູນກາງ, ຮັບປະກັນເຮັດໃຫ້ບຸກຄະລາກອນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ຕໍ່ການປະຕິບັດວຽກງານ. ພ້ອມນີ້, ໃຫ້ສືບຕໍ່ກະກຽມການສ້າງຕັ້ງຕາແສງໃຫ້ໄດ້ຕາມແຜນ ໂດຍມີການເຮັດທົດລອງ ແລະ ຖອດຖອນບົດຮຽນ ເພື່ອປັບປຸງບັນດາວຽກງານຄົງຄ້າງ ເຮັດໃຫ້ການສ້າງຕັ້ງຕາແສງ ມີຄວາມສອດຄ່ອງຕາມລະບຽບການ, ທັງຮັບປະກັນໄດ້ ການປະຕິບັດວຽກງານຂັ້ນຮາກຖານທີ່ມີຄວາມເຂັ້ມແຂງຮອບດ້ານ.
ພາບ-ຂ່າວ: ຄຳພັນ ແກ້ວມະນີ